ໃນ 5 ວັນບຸນເຕັດ, ຄະນະຄຸ້ມຄອງເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມເກືອບ 40.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວຕ່າງປະເທດກວມເອົາຫລາຍກ່ວາເຄິ່ງໜຶ່ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນປີ 2019. 
	
	ແຂກທ່ອງທ່ຽວມາຢ້ຽມຊົມເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ 
	ທ່ານ ມາຍຊວັນຢຸງ, ຮອງຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ ໃຫ້ຮູ້ວ່າ:
	        “ທັດສະນີຍະພາບ ຫງູແຮງເຊີນ ໄດ້ຮັບການຮັບຮອງເອົາເປັນມໍລະດົກລະດັບຊາດພິເສດ, ດັ່ງນັ້ນ ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກນັບມື້ນັບໄດ້ຮັບການເອົາໃຈໃສ່ເປັນພິເສດ, ມີແຂກທ່ອງທ່ຽວມາຢ້ຽມຊົມໃນຊຸມວັນຕົ້ນປີເປັນຈຳນວນຫລວງຫລາຍ. ກຳລັງພະນັກງານມີການເວນຍາມຢ່າງເປັນປະຈຳ ເພື່ອຮັບປະກັນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ກໍ່ຄືຮັບໃຊ້ແຂກທ່ອງທ່ຽວຢ່າງລອບຄອບຖີ່ຖ້ວນ. ”
	        ໃນຊຸມວັນບຸນເຕັດປີຊວດ 2020, ຢູ່ບັນດາສະຖານທີ່ບັນເທີງລະຫຼິ້ນໃນເຂດມໍລະດົກ ເຫວ້, ພິເສດແມ່ນພະລາດຊະວັງ ກໍ່ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມຍາມລະດູບານໃໝ່ນັບຫລາຍພັນຄົນ.
	 (ແຫຼ່ງຄັດຈາກ VOV)