• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມສະຫຼອງ 70 ປີ​ແຫ່ງວັນ​ເຊັ່ນ​ສັນ​ຍາ ເຊີ​ແນວ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນຫຼັກການສະເໝີຕົ້ນສະເໝີປາຍ, ລຸລ່ວງໃນປະຫວັດສາດແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາປະເທດຊາດຂອງ ຊົນຊາດ ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ຕອນເຊົ້າວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນເຊັ່ນສັນຍາ ເຊີແນວ ກ່ຽວກັບການຢຸດການສູ້ຮົບຢູ່ ຫວຽດນາມ (21/7/1954 - 21/7/2024). ພິທີໄດ້ດຳເນີນຕາມຮູບແບບທາງໄກ ແລະ ເຊິ່ງໜ້າ, ເຊື່ອມຕໍ່ກັບທຸກໆອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນຫຼັກການສະເໝີຕົ້ນສະເໝີປາຍ, ລຸລ່ວງໃນປະຫວັດສາດແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາປະເທດຊາດຂອງ ຊົນຊາດ ຫວຽດນາມ. ດ້ວຍສົນທິສັນຍາ ເຊີແນວ, ບັນດາສິດຊົນຊາດພື້ນຖານຂອງ ຫວຽດນາມ ແມ່ນເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄດ້ຢັ້ງຢືນໃນຂໍ້ສັນຍາສາກົນ ດ້ວຍການລົງນາມ ແລະ ຍອມຮັບຈາກບັນດາປະເທດມະຫາອຳນາດ. ກ່າວຄຳເຫັນທີ່ພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ເນັ້ນໜັກວ່າ:

ດ້ວຍສັນຍາເຊີແນວ, ພວກເຮົາໄດ້ສະແດງໃຫ້ເຫັນຖານະບົດບາດ, ຄຸນນະທາດ ແລະ ສີສັນການຕ່າງປະເທດຫວຽດນາມ ທີ່ໄສແຈ້ງ ໃນຍຸກປະທານໂຮ່ຈີມິນ, ຢັ້ງຢືນຢ່າງແຮງ ສານກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ເຄົາລົບນັບຖື ຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ, ມີຈິດໃຈອົງອາດກ້າແກ່ນໃນການປົກປັກຮັກສາເອກະລາດ, ອະທິປະໄປ ແລະ ຜືນແຜ່ນດິນອັນຄົບຖວ້ນ, ພ້ອມແລ້ວທີ່ຈະຮ່ວມມືມິດຕະພາບກັບທຸກປະເທດ, ຊົນຊາດໃນໂລກ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top