• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

OECD ຕີ​ລາ​ຄາ​ສູງ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ​ຮ່ວມ​ ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທີ່ການພົບປະ, ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍສອງຈຸດສຸມການຮ່ວມມືສຳຄັນ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາ OECD (MCM) ປີ 2024 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ພຶດສະພາ ຢູ່ນະຄອນຫຼວງ ປາຣີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann.

ທີ່ການພົບປະ, ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍສອງຈຸດສຸມການຮ່ວມມືສຳຄັນ. ນັ້ນແມ່ນ, ສືບຕໍ່ໜູນຊ່ວຍປະຕິບັດ 15 ໂຄງການ ໃນແຜນການກະທຳ ຫວຽດນາມ - OECD ໄລຍະ 2022 – 2026. ພ້ອມທັງ, ເພີ່ມທະວີການພົວພັນຄູ່ຮ່ວມມືກ່ວາອີກ ບົນພື້ນຖານບົດບັນທຶກຊ່ວຍຈຳ (MOU) ຜ່ານບັນດາການຄົ້ນຄ້ວາ, ໄຈ້ແຍກ ກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ແລະ ສ້າງເງື່ອນໄຂ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຄະນະວິຊາສະເພາະຂອງ OECD ຢ່າງເລິກເຊິ່ງກ່ວາອີກ.

ສ່ວນທ່ານ Mathias Cormann ໄດ້ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ໂຄງການ SEARP, ທ່ານ ຢັ້ງຢືນຖືເປັນສຳຄັນການພົວພັນ ຫວຽດນາມ - OECD, ທ່ານ ກໍ່ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະສົມທົບ,  ເປັນເຈົ້າການພ້ອມກັບ ຫວຽດນາມ ເລືອກ ບັນດາຄະນະວິຊາສະເພາະ ເພື່ອໜູນຊ່ວຍ ຫວຽດນາມ ກຳແໜ້ນ ແລະ ນຳໃຊ້ບັນດາທ່າອ່ຽງ ແລະ ມາດຕະການທົ່ວໂລກ ໃຫ້ແກ່ວິວັດທະນາການວາງແຜນກຳນົດນະໂຍບາຍພັດທະນາຢ່າງເໝາະສົມ.

(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ ສອງ​ປະ​ເທດ ຫວຽດ​ນາມ - ຈີນ​ ລາດ​ຕະ​ເວນ​ຮ່ວມ ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ອ່າວພາກ​ເໜືອ

ຕຳຫຼວດ​ທະ​ເລ ສອງ​ປະ​ເທດ ຫວຽດ​ນາມ - ຈີນ​ ລາດ​ຕະ​ເວນ​ຮ່ວມ ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ອ່າວພາກ​ເໜືອ

ຂອບຂະໜາດຂອງການລາດຕະເວນຮ່ວມ ຄັ້ງນີ້ ນັບແຕ່ສະຖານທີ່ເລກທີ 1 ຫາສະຖານທີ່ເລກທີ 9 ໃນເສັ້ນແບ່ງແຍກ ອ່າວພາກເໜືອ ດ້ວຍເສັ້ນທາງຍາວປະມານ 102 ໄມທະເລ.

Top