• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດ​ທະ​ເລ ສອງ​ປະ​ເທດ ຫວຽດ​ນາມ - ຈີນ​ ລາດ​ຕະ​ເວນ​ຮ່ວມ ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ອ່າວພາກ​ເໜືອ

ຂອບຂະໜາດຂອງການລາດຕະເວນຮ່ວມ ຄັ້ງນີ້ ນັບແຕ່ສະຖານທີ່ເລກທີ 1 ຫາສະຖານທີ່ເລກທີ 9 ໃນເສັ້ນແບ່ງແຍກ ອ່າວພາກເໜືອ ດ້ວຍເສັ້ນທາງຍາວປະມານ 102 ໄມທະເລ.

ກຳລັງຕຳຫຼວດລາດຕະເວນສອງປະເທດ ມອບຂອງຂວັນໃຫ້ກັນ (ພາບ: TTXVN)

ເພື່ອແນໃສ່ເພີ່ມທະວີວຽກງານສົມທົບກັນຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ, ລະເມີດກົດໝາຍຢູ່ທະເລ, ວັນທີ 22 ພຶດສະພາ, ກຳລັງຕຳຫຼວດ ທະເລ ສອງປະເທດ ຫວຽດນາມ - ຈີນ ໄດ້ຈັດການລາດຕະເວນຮ່ວມຄັ້ງທີ 2 ປີ 2024, ຢູ່ເຂດທະເລທາງທິດເໜືອອ່າວພາກເໜືອ ຂຶ້ນກັບນະຄອນ ມ້ອງກ໋າຍ, ແຂວງ ກ໋ວາງນິງ (ຫວຽດນາມ) ແລະ ນະຄອນ ຕູງຊິງ, ນະຄອນ ຟ້າງເຈິນກ໋າງ, ແຂວງ ກ໋ວາງຊີ (ຈີນ). ຂອບຂະໜາດຂອງການລາດຕະເວນຮ່ວມ ຄັ້ງນີ້ ນັບແຕ່ສະຖານທີ່ເລກທີ 1 ຫາສະຖານທີ່ເລກທີ 9 ໃນເສັ້ນແບ່ງແຍກ ອ່າວພາກເໜືອ ດ້ວຍເສັ້ນທາງຍາວປະມານ 102 ໄມທະເລ. ນີ້ແມ່ນເຂດທີ່ມີການເຄື່ອນໄຫວນຳເຂົ້າສົ່ງອອກ, ແລກປ່ຽນສິນຄ້າ ລະຫວ່າງ ຫວຽດນາມ ແລະ ຈີນ.

ນັບແຕ່ປີ 2024, ການເຄື່ອນໄຫວລາດຕະເວນຮ່ວມ ຢູ່ເຂດທະເລດັ່ງກ່າວ ໂດຍກຳລັງ ຕຳຫຼວດສອງປະເທດຈັດຕັ້ງປະຕິບັດໃນແຕ່ລະໄຕມາດ ເພື່ອແນໃສ່ຮັກສາສະພາບການຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢ່າງຕໍ່ເນື່ອງ, ຮັບປະກັນການປະຕິບັດກົດໝາຍຂອງປະຊາຊົນສອງປະເທດ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນ ມູນເຊື້ອ ລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ

ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ

ຕອນບ່າຍວັນທີ 15/6, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີກັບລັດວິສາຫະກິດ

Top