• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສຸດຍອດ G7 ຢູ່ ອີ​ຕາ​ລີ

ກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄຂຂຶ້ນໃນວັນທີ 13 ມິຖຸນາ ຢູ່ Borgo Egnazia, ເຂດຕາກອາກາດໃກ້ກັບເທດສະບານ Fasano ຢູ່ພາກໃຕ້ ອີຕາລີ.
ການນຳບັນດາປະເທດໃນກອງປະຊຸມ ສຸດຍອດ G7 ຢູ່ ອີຕາລີ (ພາບ: AFP/TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດ: ການາດາ, ອາເມລິກາ, ອັງກິດ, ອີຕາລີ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ກໍຄືບັນດາການນຳຂອງສະພາເອີຣົບ ແລະ ຄະນະກຳມະການເອີຣົບ. ສັນທະປະປາ Francis ກໍເຂົ້າຮ່ວມກອງປະຊຸມສຸດຍອດ G7 ຄັ້ງນີ້, ເຊິ່ງເປັນຄັ້ງທຳອິດທີ່ທ່ານໄດ້ເຂົ້າຮ່ວມ. ຄາດວ່າ, ສັນທະປະປາ ຈະມີບົດກ່າວປາໄສໃນວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ ກ່ຽວກັບຄວາມໝັ້ນໝາຍ ແລະ ຄວາມສ່ຽງ ເຊິ່ງປັນຍາປະດິດ (AI) ນຳມາໃຫ້, ພ້ອມທັງຮຽກຮ້ອງໃຫ້ຢຸດຕິບັນດາການປະທະກັນໃນໂລກປັດຈຸບັນ.

ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ອີຕາລີ Giorgia Meloni ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ຢາກສົ່ງສານສົນທະນາ ແລະ ສາມັກຄີສຳລັບພາກພື້ນ ຂົ້ວໂລກໃຕ້.

ໃນລະຫວ່າງວັນທີ 13 – 15 ມິຖຸນາ, ກອງປະຊຸມຈະດຳເນີນ 6 ວາລະປະຊຸມ ກ່ຽວກັບການພັດທະນາ ອາຟະລິກາ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສະພາບການຢູ່ພາກພື້ນຕາເວັນອອກກາງ, ການປະທະກັນ ຢູ່ ຢູແກຼນ, ການອົບພະຍົບ, ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ວາລະປະຊຸມພິເສດ ໂດຍສຸມໃສ່ຂົງເຂດປັນຍາປະດິດ ແລະ ພະລັງງານ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ.

Top