• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 99 ປີ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2024), ຕອນບ່າຍວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະພັກກອງທັບສູນກາງ - ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການພົບປະສັງສັນກັບບັນດາອົງການສື່ມວນຊົນ, ສຳນັກຂ່າວງານ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ພົນເອກ ຟານວັນຢາງ ຖ່າຍຮູບພ້ອມກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ພົນເອກ ຟານວັນຢາງ ໄດ້ຕີລາຄາສູງຄວາມເອົາໃຈໃສ່ໃນການສົມທົບ, ການຊ່ວຍເຫຼືອຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການຂັ້ນສູງກາງ ແລະ ບັນດາອົງການສື່ມວນຊົນຕໍ່ພາລະກິດສ້າງກອງທັບປະຊາຊົນ ຫວຽດນາມ. ທ່ານກ່າວວ່າ:

“ບັນດາອົງການສື່ມວນຊົນສືບຕໍ່ເພີ່ມທະວີເວລາໂຄສະນາກ່ຽວກັບກອງທັບຢ່າງຮອບດ້ານ ແລະ ທັນການ; ສ້າງບັນດາຄໍລຳ, ລາຍການໂຄສະນາກ່ຽວກັບການທະຫານປ້ອງກັນຊາດ, ສ່ອງແສງນ້ຳໃຈກຽມພ້ອມຕໍ່ສູ້ຢ່າງສູງຂອງທະຫານໃນການປົກປັກຮັກສາອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະ”

ກໍໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລືອງຕາມກວາງ ໄດ້ເປັນປະທານການພົບປະກັບຜູ້ຕາງໜ້າການນຳບັນດາອົງການສື່ມວນຊົນ ແລະ ສຳນັກຂ່າວສານເຊັ່ນດຽວກັນ.

 

ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລືອງຕາມກວາງມອບໃບຍ້ອງຍໍໃຫ້ບັນດາອົງການສື່ມວນຊົນດີເດັ່ນ (ພາບ:ກະຊວງຕຳຫຼວດ)

ຕອນຄ່ຳວັນດຽວກັນ, ຢູ່ລ້າງເຊີນ, ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ກໍໄດ້ຈັດການພົບປະສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 99 ປີ ແລະ ມອບລາງວັນສື່ມວນຊົນແຂວງ ລ້າງເຊີນ ຄັ້ງທີ IV ປີ 2024 ໃຫ້ແກ່ 50 ໃນຈຳນວນ 111 ຜົນງານສື່ມວນຊົນທີ່ໄດ້ເຂົ້າຮ່ວມການເສັງດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).

Top