• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EURO 2024: ​ລາຍ​ການ​ສະ​ແດງ​ດົນ​ຕີເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ ໃນ​ພິ​ທີ​ໄຂ

ພິທີໄຂມີການເຂົ້າຮ່ວມຂອງບັນດານັກສິລະປິນຊື່ດັງໃນໂລກ, ປະສານສົມທົບກັບການສະແດງບົດເພງປະຈຳ EURO 2024 ທີ່ມີຊື່ວ່າ “Fire”.
ພິທີໄຂໄດ້ດຳເນີນຢ່າງກະທັດລັດ, ເຕັມໄປດ້ວຍສີສັນ ແລະ ມີຄວາມໝາຍ (ພາບ: Reuters)

ພິທີໄຂງານແຂ່ງຂັນບານເຕະຮອບຊີງຊະນະເລີດ EURO 2024 ຢູ່ສະໜາມກິລາ Allianz Arena ທີ່ນະຄອນ Munich (ເຢຍລະມັນ) ໄດ້ດຳເນີນໄປແບບກະທັດລັດ ແຕ່ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງ ໃນຄ່ຳຄືນວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ ແລະ ຮຸ່ງເຊົ້າວັນທີ 15 ມິຖຸນາ ຕາມເວລາ ຫວຽດນາມ.

ພິທີໄດ້ດຳເນີນໃນຮອບເວລາປະມານ 10 ນາທີ, ດ້ວຍບັນດາລາຍການສະແດງດົນຕີ ແລະ ປະຕິມະກຳ ພ້ອມກັບການເຊີດຊູນັກກິລາບານເຕະເຢຍລະມັນ Franz Beckenbauer ເທບນິຍາຍ, ກ່ອນນັດແຂ່ງຂັນທຳອິດ.

ພິທີໄຂມີການເຂົ້າຮ່ວມຂອງບັນດານັກສິລະປິນຊື່ດັງໃນໂລກ, ປະສານສົມທົບກັບການສະແດງບົດເພງປະຈຳ EURO 2024 ທີ່ມີຊື່ວ່າ “Fire”. ສິ່ງທີ່ໜ້າສົນໃຈແມ່ນ, ເຕັກໂນໂລຢີແສງສີທີ່ທັນສະໄໝກໍຖືກນຳໃຊ້ເພື່ອສ້າງບັນຍາກາດອັນພົ້ນເດັ່ນ, ເຮັດໃຫ້ສະໜາມກິລາ ແຫ່ງນີ້ ກາຍເປັນເວລາທີ່ສະແດງຫຼາກຫຼາຍສີສັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).

Top