• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ ຄັ້ງ​ທີ 29

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະແດງຄວາມປາດຖະໜາຢາກເສີມຂະຫຍາຍບົດບາດ “ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ” ຂອງພາກພື້ນ ແລະ ປະຊາຄົມສາກົນໃຫ້ຫຼາຍກວ່າອີກ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 23 ພຶດສະພາ, ໂດຍໄດ້ຮັບຄຳເຊີນຂອງທ່ານ Tsuyoshi Hasebe ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Nikkei, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນກອງປະຊຸມອະນາຄົດ ອາຊີ ຄັ້ງທີ 29 ດ້ວຍຫົວຂໍ້ “ບົດບາດນຳພາຂອງ ອາຊີ ໃນໂລກທີ່ຂາດສະຖຽນລະພາບ” ເຊິ່ງຈັດຂຶ້ນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ.  

ດ້ວຍສານທີ່ວ່າ ຫວຽດນາມ ແມ່ນພາກສ່ວນໜຶ່ງໃນ “ມະຫາຄອບຄົວ” ອາຊີ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະແດງຄວາມປາດຖະໜາຢາກເສີມຂະຫຍາຍບົດບາດ “ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ” ຂອງພາກພື້ນ ແລະ ປະຊາຄົມສາກົນໃຫ້ຫຼາຍກວ່າອີກ. ທ່ານເຊື່ອໝັ້ນວ່າ ດ້ວຍຄຸນຄ່າພື້ນຖານແມ່ນ ຄວາມຫຼາຍຮູບຫຼາຍແບບ, ຂະຫຍັນຂັນເຄື່ອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອາຊີ ຈະສືບຕໍ່ໝັ້ນໃຈກ້າວຂຶ້ນ, ສ້າງບັນດາຜົນງານທີ່ສະຫງ່າລາສີ ແລະ ສຳເລັດພາລະກິດໃນສະຕະວັດທີ 21. 

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ

ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ

ຕອນບ່າຍວັນທີ 15/6, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີກັບລັດວິສາຫະກິດ

Top