• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທດສົ່ງ​ສານ, ຈົດ​ໝາຍອວຍ​ພອນ​ປະ​ທານ​ປະ​ເທດ ໂຕ​ເລິມ

ເນື່ອງໃນໂອກາດທ່ານ ໂຕເລີມ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດຊຸດທີ XV ໃຫ້ຮັບດຳລົງຕຳແໜ່ງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ການນຳບັນດາປະເທດ ລາວ, ຈີນ, ກຳປູເຈຍ ໄດ້ຝາກສານ ແລະ ຈົດໝາຍອວຍພອນ.
ທ່ານປະທານປະເທດ ໂຕເລີມ ກ່າວຄຳເຫັນໃນພິທີສາບານຕົວຮັບດຳລົງຕຳແໜ່ງ (ພາບ: VOV)

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ທ່ານມີຄວາມປະຕິຊົມຊື່ນເມື່ອໄດ້ເຮັດວຽກກັບທ່ານປະທານປະເທດ ໂຕເລິມ ເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບດີງາມຍິ່ງໆຂຶ້ນ.

ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ຖືການພົວພັນລະຫວ່າງ ຈີນ - ຫວຽດນາມ ເປັນສຳຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານປະເທດ ໂຕເລິມ ຮັກສາການແລກປ່ຽນຍຸດທະສາດ, ນຳພາການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.  

ກະສັດ ກຳປູເຈຍ Preah Karuna Preah Bat Samdech Preah Boromneath Norodom Sihamoni ສະແດງຄວາມປິຕິຊົມຊື່ນ ແລະ ອວຍພອນທ່ານປະທານປະເທດ ໂຕເລິມ ທີ່ສະພາແຫ່ງຊາດເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານປະເທດ, ຫວຽດນາມ ຈະຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ, ມີການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ ແລະ ຮັກສາບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top