• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024

ງານມະໂຫລານດ້ວຍການເຄື່ອນໄຫວວັດທະນະທຳ, ງານບຸນຫຼາຍຢ່າງ ເພື່ອສ່ອງແສງບັນດາສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດເວົ້າລວມ ແລະ ເຂດດິນແດນ ຍາຈາງ - ແຄງຮ່ວາ ເວົ້າສະເພາະ.
ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ (ພາບ: TTXVN)

ງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024, ດ້ວຍຫົວຂໍ້ “ເຂດອ່າວແກ້ວມະນີ ຍາຈາງ ຮຸ່ງແຈ້ງ”, ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 13 ມິຖຸນາ, ຢູ່ນະຄອນ ຍາຈາງ, ແຂວງ ແຄງຮ່ວາ. ງານມະໂຫລານຈັດຂຶ້ນເພື່ອເຊີດຊູຄວາມງາມຂອງເຂດອ່າວ ຍາຈາງ ດ້ວຍຄວາມຫວັງຢາກກາຍເປັນຈຸດນັດພົບ, ປະກອບສ່ວນເຊີດຊູ, ໂຄສະນາຄວາມງາມ, ຄວາມສາມາດບົ່ມຊ້ອນ, ທ່າແຮງຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ຊີ້ແຈ້ງວ່າ, ງານມະໂຫລານດ້ວຍການເຄື່ອນໄຫວວັດທະນະທຳ, ງານບຸນຫຼາຍຢ່າງ ເພື່ອສ່ອງແສງບັນດາສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດເວົ້າລວມ ແລະ ເຂດດິນແດນ ຍາຈາງ - ແຄງຮ່ວາ ເວົ້າສະເພາະ. ງານມະໂຫລານປີນີ້ໄດ້ຈັດຂຶ້ນແຕ່ວັນທີ 13 – 16 ມິຖຸນາ, ດ້ວຍຮ້ານວາງສະແດງກວ່າ 200 ຮ້ານ ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ການຄ້າ, ອາຫານການກິນ, ພ້ອມກັບບັນດາການເຄື່ອນໄຫວ, ເຫດການຕ່າງໆ.

ຄາດວ່າ, ງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024 ນີ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດແຕ່ 350.000 – 400.000 ຄົນເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ.

Top