• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສະ​ເໜີ​ໃຫ້​ສ້າງ​ພື້ນ​ຖານ​ຍຸ​ຕິ​ທຳ​ແບບ​ທັ​ນ​ສະ​ໄໝ, ເປັນ​ມື​ອາ​ຊີບ ແລະ ອຳ​ນາດ​ນິ​ຕິ​ບັນ​ຍັດ

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ, ໄດ້ເຮັດວຽກໂດຍກົງກັບສານປະຊາຊົນສູງສຸດ ແລະ ແບບທາງໄກກັບລະບົບສານໃນທົ່ວປະເທດ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ກ່າວຄຳເຫັນໜ້າທີ່ນີ້, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ ປີ 2024 ແມ່ນປີເພີ່ມຄວາມໄວເພື່ອຮອດປີ 2025 ຈະປະຕິບັດສຳເລັດທຸກເປົ້າໝາຍທີ່ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຢ່າງມີໄຊ. ທ່ານປະທານປະເທດ ສະເໜີໃຫ້ລະບົບສານ ຕ້ອງສຸມໃສ່ສ້າງພື້ນຖານຍຸຕິທຳແບບທັນສະໄໝ, ເປັນມືອາຊີບ, ອຳນາດນິຕິບັນຍັດ.

“ເປັນເຈົ້າການຄົ້ນຄວ້າ ແລະ ກຽມພ້ອມທຸກແຜນການປະຕິບັດໜ້າທີ່ຂອງສານໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ສຸມໃສ່ປະຕິບັດໜ້າທີ່ປະຕິຮູບດ້ານຍຸຕິທຳຢ່າງມີປະສິດທິຜົນ. ເປັນເຈົ້າການວິວັດທະນາການ, ຂັ້ນຕອນປະຕິບັດວຽກງານພິພາກສາໃນຍຸກສະໄໝ 5.0 ດ້ວຍການພັດທະນາຂອງປັນຍາປະດິດ, ບັນດາບັນຫາກ່ຽວກັບຫຼັກຖານເອເລັກໂຕນິກ, ອາດຊະຍາກຳເຄື່ອນໄຫວໃນເຄືອຂ່າຍອິນເຕີເນັດ, ອາດຊະຍາກຳສະເໝືອນຈິງ. ສຸມແຫຼ່ງກຳລັງປະຕິບັດສຳເລັດວຽກງານສ້າງສານເລັກໂຕນິກໃນປີ 2025.

ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງດີເດັ່ນໃນປະຊາຄົມຊາວເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ, ເຂດໝູ່ເກາະ ເນື່ອງໃນໂອກາດມາ ຮ່າໂນ້ຍ ເຂົ້າຮ່ວມລາຍການ "ບ່ອນອີງເຂດໝູ່ບ້ານ" ຄັ້ງທີ 2 ປີ 2024.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ.

Top