• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບັນດາຂົວຂ້າມແມ່ນຳ້ ຮ່ານ

ມາຍັງນະຄອນ ດ່າໜັງ, ພວກເຮົາບໍ່ພຽງແຕ່ຈະໄດ້ສໍາຜັດ ກັບ ທະເລສີຄາມ, ຫາດຊາຍຂາວ ແລະ ແສງແດດ ຂອງ ນະຄອນ ແຄມທະເລ ທີ່ມີຊີວິດຊີວາເທົ່ານັ້ນ, ແຕ່ຍັງມີໂອກາດ ໄດ້ຊອກຮູ້ ກ່ຽວກັບ ຂົວຫຼາຍແຫ່ງ ທີ່ເຊື່ອມຕໍ່ສອງຝັ່ງແມ່ນຳ້ ຮ່ານ ເຂົ້າຫາ ກັນອີກດ້ວຍ. 
ອາດເວົ້າໄດ້ວ່າ ແມ່ນໍ້າຮ່ານ ຢູ່ນະຄອນ ດ່າໜັງ ແມ່ນແມ່ນໍ້າ ທີ່ມີຈຳນວນຂົວເຊື່ອມຕໍ່ສອງຝັ່ງ ຫຼາຍທີ່ສຸດ ຫວຽດນາມ. ໃນນັ້ນ ຢູ່ເມືອງໃຈກາງນະຄອນ ດ່າໜັງໄດ້ມີ ຂົວ 9 ແຫ່ງຄື: ຂົວ ຖ້ວນ ເຟືອກ, ຂົວໝູນ ແມ່ນໍ້າຮ່ານ, ຂົວ ຫງວຽນວັນໂຈ໊ຍ, ຂົວມັງ ກອນ... ໄດ້ດຶງດູດນັກທ່ອງທ່ຽວ ມາຢ້ຽມຊົມ ເປັນຈໍານວນຫຼວງ ຫຼາຍ ດ້ວຍຈຸດພິເສດ ທ່ີເປັນເອກະລັກດ້ານ ສະຖາປັດຕະຍະ ກຳສິລະປະ ໂດຍສະເພາະ.

ໃນພື້ນທ່ີທັງໝົດ ຂອງ ດ່າໜັງ, ຂົວທັງເປັນການຄົມມະນາຄົມ, ທັງເປັນຈຸດເດັ່ນດ້ານສະຖາປັດຕະຍະກຳ ຂອງ ຕົວເມືອງ ອີກ ດ້ວຍ. ຂົວແຕ່ລະແຫ່ງ ໄດ້ມີຈຸດພິເສດ ແລະ ເລື່ອງລາວໂດຍ ສະເພາະຂອງມັນ ດຶງດູດນັກທ່ອງທ່ຽວ ທັງໃກ້ ແລະ ໄກ ມາຍັງ ນະຄອນແຄມທະເລ ແຫ່ງນີ້. 


ແສງສະຫວ່າງ ທີ່ກະຈາຍອອກ ມາຈາກ ຂົວຫຼາຍແຫ່ງ ຂ້າມແມ່ນໍ້າ ຮ່ານ ໃນຍາມຄໍ່າຄືນ. ພາບ: ບ໋າຫງອກ




ຂົວ ມັງກອນ ເປັນສັນຍາລັກ ໃຫ້ແກ່ຄວາມຂະຫຍັນຂັນແຂງ ແລະ ການພັດທະນາ ຂອງ ນະຄອນ ດ່າໜັງ. ພາບ: ຍູງຫງວຽນ


ຂົວ ຖ້ວນເຟືອກ ຂ້າມແມ່ນໍ້າ ຮ່ານ ຢູ່ ປາກທະເລ ແລະ ເປັນ ຂົວອູ່ ຍາວທີ່ສຸດ ຫວຽດນາມ ( 1.856 ແມັດ). ພາບ: ຍູງຫງວຽນ


ຂົວແຫ່ງຄວາມຮັກ ບໍ່ຂ້າມແມ່ນໍ້າ ຮ່ານ, ແຕ່ເປັນ ກິດຈະກຳ ດ້ານສະຖາປັດຕະຍະກຳ ພິເສດແຫ່ງໜຶ່ງ ທີ່ຈັບໃຈ ນັກທ່ອງທ່ຽວ. ພາບ: ຍູງຫງວຽນ


ຂົວໝູນ ແມ່ນໍ້າ ຮ່ານ ແມ່ນຂົວໝູນໜຶ່ງດຽວ ຂອງ ຫວຽດນາມ ໃນປັດຈຸບັນ. ຂົວແຫ່ງນີ້ ຕິດພັນກັບສັນຍະລັກ ຂອງນະຄອນ ດ່າໜັງ, ເປັນຄວາມເອກອ້າງທະນົງໃຈ ຂອງ ຊາວທ້ອງຖິ່ນ. ພາບ: ບ໋າຫງອກ

ຂົວ ຫງວຽນວັນໂຈ໊ຍ ເປັນຂົວແຫ່ງໜຶ່ງໃນບັນດາຂົວເກົ່າແກ່ທີ່ສຸດຢູ່ໃຈກາງເມືອງ, ໄດ້ຮັບການກໍ່ສ້າງເມື່ອປີ 1965, ຂົວແຫ່ງນີ້ ໄດ້ຕິດພັນກັບປະຫວັດສາດ ຂອງ ນະຄອນ ດ່າໜັງ. ຫຼັງຈາກຂົວ ມັງກອນ ແລະ ຂົວ ເຈິ່ນທິຫຼີ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ຂົວ ຫງວຽນວັນໂຈ໊ຍ ໄດ້ຢຸດການເຄື່ອນໄຫວຮັບໃຊ້ໃຫ້ແກ່ການ ໄປ ມາ ຂອງ ລົດທຸກຊະນິດ ແລະ ກາຍເປັນຂົວສຳລັບຄົນຍ່າງ. ປັດຈຸບັນ, ຂົວແຫ່ງນີ້ໄດ້ເປັນ “ຈຸດນັດພົບ” ຂອງຊາວ ດ່າໜັງ ພາກັນມາເພື່ອຊອກຫາສິ່ງທີ່ລະນຶກ, ເປັນສະຖານທີ່ ດຶງດູດ ນັກທ່ອງທ່ຽວໄວໜຸ່ມສາວ ມາຫຼິ້ນ ແລະ ຊົມແມ່ນໍ້າຮ່ານ ທ່ີງຽບ ສະຫງົບ ຂອງ ຂົວທ່ີບໍ່ມີລົດ ສັນຈອນໄປມາ. 

ຂົວໝູນ ແມ່ນໍ້າຮ່ານ ໄດ້ອອກແບບ ແລະ ກໍ່ສ້າງໂດຍນັກວິສະ ວະກອນ ແລະ ກຳມະກອນ ຫວຽດນາມ. ນີ້ແມ່ນຂົວໝູນໜຶ່ງ ດຽວ ຂອງ ຫວຽດນາມ ໃນປັດຈຸບັນ. ຂົວແຫ່ງນີ້ ຕິດພັນກັບສັນ ຍະລັກຂອງນະຄອນ ດ່າໜັງ, ເປັນຄວາມເອກອ້າງທະນົງໃຈ ຂອງ ຊາວທ້ອງຖິ່ນ. ແຕ່ກ່ອນ, ທຸກໆ ມື້ຮອດ 2 ໂມງເຊົ້າ, ຂົວ ໝູນ ແມ່ນໍ້າຮ່ານ ຈະໝູນ 90 ອົງສາ​ເພື່ອເປີດທາງສຳລັບກໍາປັ່ນ ຂະໜາດໃຫຍ່ ຂ້າມໄປ ມາ. ປັດຈຸບັນ, ຂົວໝູນແມ່ນຳ້ ຮ່ານ ຈະ ໝູນ ໃນເວລາແຕ່ 23-24 ໂມງ ຂອງ ວັນເສົາ ແລະ ວັນອາທິດ ເພື່ອ ຮັບໃຊ້ໃຫ້ແກ່ການ ທ່ອງທ່ຽວ.

ໄດ້ຮັບການກໍ່ສ້າງ ພ້ອມດຽວກັນກັບຂົວ ເຈິ່ນທິຫຼີ, ຂົວ ມັງກອນ ເປັນ “ຈຸດນັດພົບ” ຂອງຊາວນະຄອນ ດ່າໜັງ ແລະ ນັກທ່ອງ ທ່ຽວ ເພື່ອມາຊົມ ຮູບພາບຂົວ ມັງກອນ ພົ່ນນໍ້າ-ພົ່ນໄຟ ໃນເວ ລາ 21 ໂມງ ຂອງວັນ ເສົາ ແລະ ວັນ ອາທິດ. ພ້ອມກັບການສະ ແດງ ພົ່ນນຳ້-ພົ່ນໄຟ ທີ່ໜ້າຈັບໃຈ, ຂົວ ມັງກອນ ຍັງສ້າງຄວາມ ປະທັບໃຈຍິ່ງຂຶ້ນ ດ້ວຍການ ອອກແບບ ແສງສະຫວ່າງເທິງໂຕ ມັງກອນ, ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ຂົວແຫ່ງນີ້ ຄືແກ້ວມະນີ ເມັດ ໜຶ່ງຂອງນະຄອນ ດ່າໜັງ, ສະຖານ ທີ່ໄດ້ຮັບການຂະໜານນາມ ວ່າ ເປັນນະຄອນແສງສະຫວ່າງ ໃນຍາມຄໍ່າຄືນ. 

ຂົວ ຖ້ວນເຟືອກ ຂ້າມແມ່ນໍ້າຮ່ານ ຢູ່ປາກທະເລ ແລະ ເປັນ ຂົວ ອູ່ຍາວທີ່ສຸດ ຫວຽດນາມ ( 1.856 ແມັດ). ຈາກຂົວ ຖ້ວນເຟືອກ ຫັນໜ້າສູ່ໃຈກາງນະຄອນ ດ່າໜັງ ແມ່ນແມ່ນໍ້າຮ່ານ ທີ່ງຽບສະ ຫງົບ, ຢູ່ດ້ານຫຼັງແມ່ນທະເລ ທີ່ກວ້າງໃຫຍ່ໄພສານ, ເບິ່ງແຕ່ ໄກໆ ຈະເຫັນແຫຼມ ເຊີນຈ່າ, ໃນຕອນຄ້າຍຄໍ່າ ເມກໝອກຈະ ປົກຄຸມ ຜືນປ່າ. ໃນຍາມຄໍ່າຄືນ, ແສງສະຫວ່າງ ທີ່ ກະຈາຍ ອອກມາຈາກເສົາຂົວຫຼາຍແຫ່ງ ເບິ່ງຄືປະຕູໂຂງ ທ່ີີງົດງາມໃນ ຫໍໂຮງ ຂອງ ພະລາຊະວັງ. 

ຢືນຢູ່ເທິງຂົວຫຼາຍແຫ່ງທີ່ມີຊື່ສຽງ, ເບິ່ງອ້ອມຮອບ ທົ່ວນະຄອນ ດ່າໜັງ ຈະເຫັນພູຜາປ່າໄມ້, ແມ່ນໍ້າລຳເຊ ແລະ ທະເລສີຄາມ ທີ່ ປະທັບໃຈ, ເຊິ່ງເຫັນໄດ້ວ່າ ທຳມະຊາດ ໄດ້ເອື້ອອຳນວຍ ເພື່ອ ໃຫ້ ດ່າໜັງ ສາມາດກາຍເປັນສະຖານທີ່ດຶງດູດ ນັກທ່ອງທ່ຽວທີ່ສຸດຢູ່ ແຄມທະເລພາກກາງ ຂອງ ຫວຽດນາມ.
 
ບົດ: ເຕິດເຊີນ - ພາບ: ຍູງຫງວຽນ ແລະ ບ໋າຫງອກ
 

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top