• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັດ​ເລືອກ​ຕັ້ງແຕ່​ລະ​ບັດ ​ສະ​ແດງ​ໃຫ້​ເຫັນ​ຄວາມທ່ຽງ​ທຳ ແລະ ຄວາມຮັບ​ຜິດ​ຊອບ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ວັນທີ 23 ພຶດສະພານີ້, ຢູ່ຫວຽດນາມ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021  2026. ຜູ້ມີສິດເລືອກຕັ້ງແຕ່ລະຄົນ ເມື່ອເຂົ້າຮ່ວມການປ່ອນບັດເລືອກຕັ້ງ ບໍ່ພຽງແຕ່ປະຕິບັດສິດປະຊາທິປະໄຕ ເທົ່ານັ້ນ ຫາກຍັງແມ່ນພັນທະຂອງພົນລະເມືອງ, ຄວາມຮັບຜິດຊອບດ້ານການເມືອງຂອງຕົນຕໍ່ພາລະກິດຂອງປະເທດຊາດອີກດ້ວຍ.

ພາບປະກອບ: dangcongsan.vn

ຄາວຍັງມີຊີວິດຢູ່ນັ້ນ, ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: “ບັດເລືອກຕັ້ງແຕ່ລະບັດຂອງ ຜູ້ມີສິດເລືອກຕັ້ງເຖິງວ່າມີຂອບຂະໜາດໜ້ອຍ ກໍ່ຕາມ ແຕ່ມັນມີຄຸນຄ່າອັນຍິ່ງໃຫຍ່ທີ່ສຸດ. ປະຊາຊົນເຮົາໄດ້ຜ່າຜ່ານຄວາມລຳບາກກາກກຳ, ເສຍສະຫຼະເລືອດເນື້ອບໍ່ຈັກວ່າເທົາໃດ ໃນການປະຕິວັດໂຄ່ນລົ້ມພວກລ່າເມືອງຂຶ້ນ ແລະ ສັກດີນາ ຈຶ່ງຍາດຊີງໄດ້ມັນ... ເພາະສະນັ້ນ, ການໄປປ່ອນບັດລືອກຕັ້ງໃນຂອບເຂດທົ່ວປະເທດ ທັງແມ່ນສິດຜົນປະໂຫຍດອັນລ້ຳຄ່າ, ທັງແມ່ນພັນທະອັນສັກກະລະບູຊາຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນ”.

ກຳສິດປະຊາທິປະໄຕ

ປີ 1946, ເມື່ອການເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຈັດຂຶ້ນ, ທ່ານ ພົນຕີ ຄ໊ວດຢຸຍຕຽນ, ອະດີດຜູ້ບັນຊາການກອງພົນໃຫຍ່ 3 ໃນຂະນະນັ້ນແມ່ນ 1 ໃນຈຳນວນຫນ້ອຍຄົນ ໃນໝູ່ບ້ານ ດ້າຍດົ່ງ, ເມືອງແທກເທີດ, ແຂວງຮ່າໄຕ (ປັດຈຸບັນແມ່ນ ຮ່າໂນ້ຍ) ຖືກສະເໜີໄປອ່ານ ແລະ ຂຽນຊ່ວຍໃຫ້ປະຊາຊົນ ຢູ່ຄະນະປົກຄອງຕາແສງ. ໃນຄວາມຊົງຈຳຂອງ ທ່ານພົນຕີ ຄ໊ວດຢຸຍຕຽນ, ບັນຍາກາດຂອງການເລືອກຕັ້ງທົ່ວປະເທດຄັ້ງທຳອິດ ເມື່ອປີ 1946 ມີຄວາມພິເສດທີ່ສຸດ. ທ່ານກ່າວວ່າ:

ປະຊາຊົນ ຮູ້ສຶກກະຕຶລືລົ້ນເມື່ອໄດ້ໄປເລືອກຕັ້ງສະພາແຫ່ງຊາດ, ເລືອກຕັ້ງສະມາຊິກສະພາແຫ່ງຊາດ. ຕອນນັ້ນດີໃຈຫຼາຍເມື່ອໄດ້ໄປເລືອກຕັ້ງ, ເລືອກເອົາຜູ້ທີ່ເຮົາເຊື່ອໝັ້ນ.

ຢູ່ກອງປະຊຸມໃຫຍ່ປະຊາຊົນນະຄອນ ຂ່ຳນັບຊົມເຊີຍ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ I, ທ່ານ ປະທານ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ: “ສຳລັບຜົນປະໂຫຍດລວມຂອງ ປະເທດຊາດ ກໍ່ຄືສຳລັບຜົນປະໂຫຍດສະເພາະຂອງແຕ່ລະຄົນ, ຜູ້ມີສິດເລືອກຕັ້ງຕ້ອງເຮັດຫຼ້ອນໜ້າທີ່ຂອງຕົນ ໝາຍຄວາມວ່າ ຕ້ອງຕັກເຕືອນກັນ ຫ້າວຫັນໄປປ່ອນບັດເລືອກຕັ້ງໃນວັນເລືອກຕັ້ງທົ່ວປະເທດ”. ເພິ່ນສັ່ງສອນວ່າ:  ປະຊາຊົນເຮົາຈະມີຄວາມເສລີໃນການເລືອກຕັ້ງ ແລະ ເລືອກໄດ້ຜູ້ຄົນທີ່ສົມກັບເປັນຕົວແທນຂອງຕົນ, ຜູ້ ແບກຫາບວຽກງານຂອງລັດ”. ເພາະສະນັ້ນ, ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ.

ໂດຍສືບທອດກຽດອັນສະຫງ່າຈາກການເລືອກຕັ້ງທົ່ວປະເທດຄັ້ງທຳອິດ, ບັນດາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ຄັ້ງຕໍ່ໆໄປ ໄດ້ດຶງດູດການເຂົ້າຮ່ວມຂອງ ຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍ ດ້ວຍບັດເລືອກຕັ້ງທີ່ມີຄວາມເຊື່ອໝັ້ນ ແລະ ຮັບຜິດຊອບ ຊຶ່ງເລືອກເອົາໄດ້ບັນດາຜູ້ແທນທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍ, ແບກຫາບບັນດາວຽກງານສຳຄັນຂອງປະເທດຊາດ ແລະ ຂອງທ້ອງຖິ່ນ. ອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມບັນດາການເລືອກຕັ້ງລ້ວນແຕ່ກວມເອົາກ່ວາ 97%. ໃນຄັ້ງຫຼ້າສຸດ ແມ່ນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດແຫ່ງຊຸດທີ XIV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2016 - 2021, ຍອດຈຳນວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດເລືອກຕັ້ງບັນລຸໄດ້ 99,35%.

ເລືອກເອົາຜູ້ແທນທີ່ເໝາະສົມ

ກົດໝາຍ ຫວຽດນາມ ກຳນົດວ່າ ການໄປປ່ອນບັດເລືອກຕັ້ງບໍ່ພຽງແຕ່ແມ່ນການໃຊ້ສິດຂອງຕົນເທົ່ານັ້ນ ຫາກຍັງແມ່ນພັນທະຂອງພົນລະເມືອງອີດດ້ວຍ. ການໃຊ້ສິດໄດ້ເລືອກເອົາຜູ້ຕ່າງໜ້າຂອງຕົນ ໃນບັນດາອົງການສິດອຳນາດແຫ່ງລັດ. ສ່ວນພັນທະໝາຍຄວາມວ່າແມ່ນ ເລືອກເອົາຜູ້ທີ່ເໝາະສົມເປັນຕົວແທນຂອງຕົນຢ່າງແທ້ຈິງ ເຂົ້າໃນບັນດາອົງການສິດອຳນາດແຫ່ງລັດ ເພື່ອຕາງໜ້າໃຫ້ຜູ້ມີສິດເລືອກຕັ້ງຕັດສິນບັນດາບັນຫາກ່ຽວກັບກົດໝາຍ, ແຜນນະໂຍບາຍ, ນະໂຍບາຍພັດທະນາເສດຖະກິດ - ສັງຄົມ… ຮັບຮູ້ໄດ້ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງ, ຜູ້ມີສິດເລືອກຕັ້ງ ເມືອງ ນາມຕື່ລຽມ, ຮ່າໂນ້ຍ ຫງວຽນວຽດຖູຍແບ່ງປັນວ່າ:

        ເຖິງວ່າແມ່ນສ່ວນບຸກຄົນເທົ່ານັ້ນ ແຕ່ບັດເລືອກຕັ້ງຂອງຂ້າພະເຈົ້າ ກໍ່ແມ່ນໜຶ່ງໃນຈຳນວນຜູ້ມີສິດເລືອກຕັ້ງນັບລ້ານຄົນ, ດັ່ງນັ້ນ ບັດເລືອກຕັ້ງຂອງເຮົາມີຄວາມສຳຄັນທີ່ສຸດ ເພື່ອຕັດສິນເລືອກເອົາຜູ້ເບິ່ງແຍງດູແລ ປະຊາຊົນ, ປະເທດຊາດ. ຂ້າພະເຈົ້າຫວັງວ່າ ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈະມານະພະຍາຍາມເພື່ອສິດຜົນປະໂຫຍດຂອງປະຊາຊົນ.

        ທ່ານ ຫງວຽນວັນຟາ ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດຖືວ່າ:

        ສິດເລືອກຕັ້ງ ແມ່ນສິດໄດ້ລະດຸໄວ້ໃນລັດຖະທຳມະນຸນ ແລະ ກົດໝາຍ ຊຶ່ງໄດ້ກຳນົດວ່າແມ່ນ ສິດການເມືອງທີ່ສັກກະທະບູຊາທີ່ສຸດ. ຂ້າພະເຈົ້າຫວັງວ່າ ໃນຊຸມວັນເລືອກຕັ້ງ, ຜູ້ມີສິດເລືອກຕັ້ງໝົດທຸກຄົນ ຈະສັບຊ້ອນເວລາເພື່ອເຂົ້າຮ່ວມການປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ, ຖືກຕາມເວລາ. ຮັບປະກັນຜົນສຳເລັດໃນການເລືອກຕັ້ງຢູ່ທ້ອງຖິ່ນຂອງຕົນ, ປະກອບສ່ວນເຂົ້າໃນການເລືອກຕັ້ງໃນທົ່ວປະເທດປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

        ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ແມ່ນມີຄວາມໝາຍສຳຄັນທີ່ສຸດ. ເລື່ອງຜູ້ມີສິດເລືອກຕັ້ງແຕ່ລະຄົນມີຄວາມສະຫຼາດສ່ອງໃສ ເລືອກເອົາບັນດາຜູ້ແທນດີເດັ່ນ, ມີຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດຢ່າງພຽງພໍ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ຂອງຕົນຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ປະກອບສ່ວນເຂົ້າໃນການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ປະກອບສ່ວນເຂົ້າໃນການຕັດສິນຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ./.   

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top