• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ນະ​ຄອນຫ໋າຍ​ຟ່ອງ

ຕອນເຊົ້າວັນທີ 21 ພະຈິກ, ຢູ່ເມືອງ ອານຫລາວ, ນະຄອນຫ໋າຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະ ສະມາຊິກສະພາແຫ່ງຊາດນະຄອນ ຫ໋າຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ, ໂດຍແຈ້ງໃຫ້ຊາບ ກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV.

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນຫ໋າຍຟ່ອງ (ພາບ: TTXVN)

ເມື່ອແບ່ງປັນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ໃນບັນດາເຫດການຫຼາຍຝ່າຍທີ່ດຳເນີນຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ແບ່ງປັນກ່ຽວກັບຜົນສຳເລັດຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍຄວບຄູ່. ຜົນສຳເລັດນັ້ນ ແມ່ນ ຍ້ອນມີການນຳພາຢ່າງຖືກຕ້ອງຂອງພັກ ແລະ ຄວາມສາມັກຄີ, ເປັນຈິດໜຶ່ງໃນດຽວກັນຂອງປະຊາຊົນທຸກຊັ້ນຄົນ. ທ່ານກ່າວວ່າ:

ພວກເຮົາ ປະຕິບັດໄດ້ວຽກງານສຳຄັນນັ້ນແມ່ນ ຄວບຄຸມໂລກລະບາດ ໂຄວິດ - 19. ຕ້ານພະຍາດຄືຕ້ານສັນຕູ. ວັນທີ 20 ພະຈິກ, ຢູ່ກອງປະຊຸມ APEC 21 ພື້ນຖານເສດຖະກິດ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນ ຫວຽດນາມ ສາມາດຄວບຄຸມໂລກລະບາດ ໄດ້ເປັນຢ່າງດີ ແຕ່ເສດຖະກິດກໍ່ຍັງມີການເຕີບໂຕ. ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງທີ່ສຸດ.

ທ່ານນາຍົກລັດຖະມົນຕີ ກໍ່ແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາສຳຄັນຂອງປະເທດຊາດ, ເປັນຕົ້ນແມ່ນ ສືບຕໍ່ປ້ອງກັນ, ຕ້ານພະຍາດ ໂຄວິດ - 19; ບັນດາມາດຕະການຮັບມືກັບໄພທຳມະຊາດ; ພັດທະນາພື້ນຖານໂຄງລ່າງ ແລະ ກົນໄກພິເສດສະເພາະເພື່ອພັດທະນານະຄອນ ຫ໋າຍຟ່ອງ…

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top