ພາຍຫຼັງການເຮັດວຽກມາເປັນເວລາ 12 ວັນ, ຕອນເຊົ້າວັນທີ 24 ເມສາ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປິດກອງປະຊຸມຄັ້ງປະຖົມມະລຶກ. ເຂົ້າຮ່ວມພິທີປິດ ມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ. ພິທີປິດໄດ້ຮັບການຖ່າຍທອດສົດຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ ແລະ ຊ່ອງໂທ
ບັນຍາກາດຂອງພິທີປິດ
ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ບູລະນະກົງຈັກລັດໃຫ້ສົມບູນແບບ, ເລືອກຕັ້ງບັນດາຕຳແໜ່ງການນຳຂັ້ນສູງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ; ຫັນຫຼາຍແຜນນະໂຍບາຍ, ນະໂຍບາຍ, ກົດໝາຍເປັນລະບອບລະບຽບການຢ່າງທັນການເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຕັດສິນກຳນົດຫຼາຍໜ້າທີ່ພັດທະນາເສດຖະກິດ, ສັງຄົມ; ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ເມື່ອກ່າວຄຳເຫັນປິດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:
“ສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ, ໃຫ້ສັດຕະຍາບັນ 39 ບຸກຄະນລາກອນຂັ້ນສູງຂອງກົງຈັກລັດ. ສະພາແຫ່ງຊາດໄດ້ເລືອກຕັ້ງປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ດ້ວຍຄວາມໄວ້ວາງໃຈສູງທີ່ສຸດ. ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 9 ສະບັບ ແລະ ມະຕິ 31 ສະບັບ. ບັນດານະໂຍບາຍທີ່ປະກາດໃຊ້ໃນກອງປະຊຸມຄັ້ງນີ້ ທັງເຂັ້ມຂຸ້ນໄປດ້ວຍຈິດໃຈປ່ຽນແປງໃໝ່ ແລະ ຈິດໃຈກະທຳຢ່າງຂ້ຽວຂາດ ເພື່ອແກ້ໄຂບັນດາຈຸດອຸດຕັນ ທັງຮັບປະກັນລັກສະນະພື້ນຖານ, ຍາວນານ, ຕອບສະໜອງໄດ້ບັນດາຄຳຮຽກຮ້ອງຕ້ອງການຕົວຈິງຢ່າງທັນການ; ຊຸກຍູ້ການແບ່ງຂັ້ນ, ແບ່ງສິດຕິດພັນກັບການຍົກສູງຄວາມຮັບຜິດຊອບລະອຽດ. ພ້ອມດຽວກັນນັ້ນ, ກໍ່ເລີ່ມລຸລ່ວງແຫຼ່ງກຳລັງເພື່ອພັດທະນາເສດຖະກິດ, ສັງຄົມ.”
ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດກໍໄດ້ຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງນະຄອນ ດົ່ງນາຍ ຂຶ້ນກັບສູນກາງ ນັບແຕ່ວັນທີ 30 ເມສາ 2026 ເປັນຕົ້ນໄປ; ຕົກລົງເອົາເປົ້າໝາຍການເຕີບໂຕໄລຍະ 2026 – 2030 ບັນລຸແຕ່ 10% ຂຶ້ນໄປ, ສະເລ່ຍ GDP ຕໍ່ຫົວຄົນບັນລຸ 8.500 USD.
(ແຫຼ່ງຄັດຈາກ VOV)