• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທໍາມະຊາດໜອງ ຕ່າດຸ່ງ

ໃນການເດີນທາງເພື່ອຄົ້ນຫາ ເຂດພາກໃຕ້ ໄຕງວຽນ, ມາຍັງ ແຂວງ ດັກນົງ ມີຈຸດໝາຍປາຍທາງ ນັ້ນຄື ໜອງ ຕ່າດຸ່ງ ກຳລັງ ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ ອັນເນື່ອງຈາກພູມສັນ ຖານທ່ີສວຍງາມ, ທໍາມະຊາດ ຍັງຄົງຮັກສາລັກສະນະ ຂອງ ທໍາມະຊາດ ດັ່ງເດີມ ແລະ ຍັງຖ່າຍທອດ ກ່ຽວກັບ ເລື່ອງລາວ ຕ່າງໆ ໃນສະໄໝກ່ອນ ກ່ຽວກັບ ເຂດແດນ ແຫ່ງນີ້ ມາຈົນເຖິງ ປັດຈຸບັນ.
ໜອງ ຕ່າດຸ່ງ ຕັ້ງຢູ່ 2 ຕາແສງ ດັກ ເປີລາວ ແລະ ດັກຊອມ, ເມືອງ ດັກ ເກີລອງ, ແຂວງ ດັກນົງ (ຫ່າງຈາກນະຄອນ ຢາເງ້ຍ, ເມືອງເອກ ຂອງ ແຂວງ ດັກນົງ 48 ກິໂລແມັດ), ເປັນໜອງນໍ້າຈືດ ມີເນື້ອທີ່ ປະມານ 22.103 ເຮັກຕາ. ໃນໄລຍະ ການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກ ດົ່ງນາຍ 3, ເຂົາເຈົ້າໄດ້ກັ້ນ ສາຂາໜຶ່ງ ຂອງ ແມ່ນໍ້າ ດົ່ງນາຍ ຈົນກາຍເປັນໜອງ ຕ່ານຸ່ງ ທີ່ ກວ້າງໃຫຍ່ໄພສານ. ໜອງມີຄວາມເລິກສະເລ່ຍ 20 ແມັດ, ໃນໜອງມີເກາະໃຫຍ່ນ້ອຍຫຼາຍຮ້ອຍເກາະ, ມີຕົ້ນໄມ້ດົກໜາ ຂຽວງາມ. ຈາກທິວທັດສະນີຍະພາບດັ່ງກ່າວ, ຫຼາຍຄົນໄດ້ ເອີ້ນໜອງ ຕ່ານຸ່ງ ວ່າເປັນອ່າວ ຮ້າລອງ ຫຍໍ້ສ່ວນ ຢູ່ເທິງພູ ພຽງ.

ນັກທ່ອງທ່ຽວມັກມາຍັງ ຕ່ານຸ່ງ ໃນລະຫວ່າງເດືອນ ພະຈິກ ຂອງ ປີກ່ອນ ເຖິງເດືອນ ມັງກອນ, ເດືອນ ກຸມພາ ຂອງ ປີຕໍ່ມາ. ທ້າຍລະດູຝົນ, ນໍ້າໃນໜອງ ຈະຍື່ງຂຶ້ນສູງ, ຕົ້ນໄມ້ໃບຫຍ້າ ເທິງເກາະຕ່າງໆ ຂຽວສະອຸ່ມ ຊຶ່ງເຮັດໃຫ້ໜອງ ຕ່າດຸ່ງໃນ ຊ່ວງນີ້ ກາຍເປັນພາບທຳມະຊາດ ທີ່ສວຍງາມ, ມີສະເໜ່. 

 

ໃນຊຸມປີມໍ່ໆ ນີ້ ໜອງ ຕ່າດຸ່ງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຊີວະພາບທີ່ໃໝ່ອ່ຽມ ແລະ ດຶງດູດນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ.  ພາບ: ກົງດາດ



ເຮືອຈັກລໍຖ້າ ພານັກທ່ອງທ່ຽວ ຄົ້ນພົບເຂດແມ່ນຳ້ລຳເຊ ຢູ່ໜອງ ຕ່າດຸ່ງ. ພາບ: ກົງດາດ


ນັກທ່ອງທ່ຽວ ສໍາຫຼວດ ເຮືອນຟູ ຢູ່ເທິງໜອງ ຕ່າດຸ່ງ. ພາບ: ກົງ ດາດ






ນັກທ່ອງທ່ຽວ ຈະໄດ້ສໍາຜັດ ກັບບັນຍາກາດ ທີ່ ຍັງຄົງ ຮັກສາ ໄດ້ ຄວາມງາມດັ່ງເດີມ. ພາບ: ກົງດາດ

ຍາມຮຸ່ງອາລຸນ ຢູ່ໜອງ ຕ່າດຸ່ງ ແມ່ນຊ່ວງເວລາ ທຳມະຊາດ ສວຍງາມ ທີ່ສຸດພາຍໃນວັນ. ນັກທ່ອງທ່ຽວ ຈະໄດ້ຊົມ ທະເລ ໝອກ ໃນຮູບຊົງຕ່າງໆ ລ່ອງລອຍ ຕາມເປີ້ນພູ, ເທິງເກາະ ຕ່າງໆ. ເມກໝອກມີຢູ່ທຸກບ່ອນ, ຢູ່ຕໍ່ໜ້າເດີ່ນ, ໃນສວນ, ຕາມ ທາງຍ່າງ, ຕາມສວນກາເຟ, ດອກຕາເວັນປ່າ... ເຮັດໃຫ້ນັກ ທ່ອງທ່ຽວມີຄວາມຮູ້ສຶກເໝືອນດັ່ງ ໄດ້ຫຼົງທາງເຂົ້າສູ່ແດນສະຫວັນ. ຢູ່ເຂດທ່ອງທ່ຽວຊີວະພາບ ຕ່າດຸ່ງ ຍັງມີການອອກແບບ ຂົວແກ້ວ ມີຄວາມຍາວປະມານ 50 ແມັດ ເພື່ອໃຫ້ນັກທ່ອງ ທ່ຽວ ຍ່າງຫຼິ້ນ ທັງເຊີຍຊົມທິວທັດທຳມະຊາດ ທີ່ສວຍງາມ.

ມາຍັງໜອງ ຕ່າດຸ່ງ ແນ່ນອນນັກທ່ອງທ່ຽວ ຈະຕ້ອງນຳໃຊ້ບໍລິ ການທ່ອງທ່ຽວ ຢູ່ເທິງໜອງດ້ວຍເຮືອ. ກັບຄືນທາງຫຼວງເລກ 28, ໄປອີກປະມານ 10 ກິໂລແມັດ ຕາມທິດ ຢີລິງ, ຜ່ານຂົວ ດັກ ເບີຣາວ ບໍ່ໄກ, ນັກທ່ອງທ່ຽວ ຈະໄປເຖິງທ່າເຮືອ ໜອງ ຕ່າດຸ່ງ, ຊື້ປີ້ (ໃນລາຄາ 100.000 ດົ່ງ/ປີ້) ແລະ ຂຶ້ນເຮືອທ່ຽວຊົມໜອງ. ເຮືອ ບັນທຸກນັກທ່ອງທ່ຽວໄດ້ປະມານ 20 ຄົນ ແລ່ນ ດ້ວຍຄວາມໄວທີ່ພໍຄວນ ຢູ່ເທິງໜອງນໍ້າທີ່ ກວ້າງໃຫຍ່, ຢູ່ ສອງຟາກໜອງແມ່ນບັນດາເກາະນ້ອຍ-ໃຫຍ່ທີ່ມີ ຕົ້ນໄມ້ໃບຫຍ້າຕຶບໜາ. ບັນດາເກາະເຫຼົ່ານີ້ ແຕ່ກ່ອນແມ່ນ ໂນນພູ, ປັດຈຸບັນ ຖືກຈົມຢູ່ໃຕ້ນ້ຳ ກາຍເປັນເກາະດອນທີ່ ສວຍງາມ.

 
ບົດ ແລະ ພາບ: ແທງຮ່ວາ, ເຈິ່ນກົງດາດ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top