• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່​ປີ 2021 ຂ​ອງ Petrovietnam

ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petrovietnam).
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2021 ຂອງ Petrovietnam (ພາບ: VGP)

ກ່ຽວກັບແຜນການ 2021 ແລະ ໄລຍະ 2021 – 2025 ຂອງກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ Petrovietnam ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດແບບຢ່າງຢ່າງຖືກຕ້ອງຕາມທິດ “ຄວບຄຸມການຜັນແປ, ມີມຸນຄ່າສູງທີ່ສຸດ, ເປີດກ້ວາງການຕະຫຼາດ, ນຳໃຊ້ກາລະໂອກາດ, ຮ່ວມສຳພັນໃນການລົງທຶນ, ຟື້ນຟູການເຕີບໂຕ” ເຊິ່ງກຸ່ມບໍລິສັດໄດ້ວາງອອກ. ໄປຄຽງຄູ່ກັນນັ້ນ ແມ່ນຕ້ອງຍູ້ແຮງການຄົ້ນຄ້ວາ ແລະ ນຳໃຊ້ ວິທະຍາສາດ ເຕັກໂນໂລຢີເຂົ້າການຜະລິດຢ່າງບໍ່ຢຸດຢັ້ງ, ໝູນໃຊ້ເປັນຢ່າງດີປະສິດທິຜົນຈາກບັນດາສັນຍາການຄ້າຍຸກໃໝ່. ພ້ອມທັງຖືເປັນສຳຄັນຕໍ່ການພັດທະນາການພົວພັນຮ່ວມມື ກັບ ສະຫະພັນ ລັດເຊຍ ແລະ ຄູ່ຮ່ວມມືຕ່າງໆເພື່ອ ນຳໃຊ້ກາລະໂອກາດພັດທະນາການຜະລິດດຳເນີນທຸລະກິດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top