ຂ່າວສານ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2021 ຂອງ Petrovietnam 13/01/2021 ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petrovietnam). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2021 ຂອງ Petrovietnam (ພາບ: VGP) ກ່ຽວກັບແຜນການ 2021 ແລະ ໄລຍະ 2021 – 2025 ຂອງກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ Petrovietnam ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດແບບຢ່າງຢ່າງຖືກຕ້ອງຕາມທິດ “ຄວບຄຸມການຜັນແປ, ມີມຸນຄ່າສູງທີ່ສຸດ, ເປີດກ້ວາງການຕະຫຼາດ, ນຳໃຊ້ກາລະໂອກາດ, ຮ່ວມສຳພັນໃນການລົງທຶນ, ຟື້ນຟູການເຕີບໂຕ” ເຊິ່ງກຸ່ມບໍລິສັດໄດ້ວາງອອກ. ໄປຄຽງຄູ່ກັນນັ້ນ ແມ່ນຕ້ອງຍູ້ແຮງການຄົ້ນຄ້ວາ ແລະ ນຳໃຊ້ ວິທະຍາສາດ ເຕັກໂນໂລຢີເຂົ້າການຜະລິດຢ່າງບໍ່ຢຸດຢັ້ງ, ໝູນໃຊ້ເປັນຢ່າງດີປະສິດທິຜົນຈາກບັນດາສັນຍາການຄ້າຍຸກໃໝ່. ພ້ອມທັງຖືເປັນສຳຄັນຕໍ່ການພັດທະນາການພົວພັນຮ່ວມມື ກັບ ສະຫະພັນ ລັດເຊຍ ແລະ ຄູ່ຮ່ວມມືຕ່າງໆເພື່ອ ນຳໃຊ້ກາລະໂອກາດພັດທະນາການຜະລິດດຳເນີນທຸລະກິດ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petrovietnam). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2021 ຂອງ Petrovietnam (ພາບ: VGP) ກ່ຽວກັບແຜນການ 2021 ແລະ ໄລຍະ 2021 – 2025 ຂອງກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ Petrovietnam ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດແບບຢ່າງຢ່າງຖືກຕ້ອງຕາມທິດ “ຄວບຄຸມການຜັນແປ, ມີມຸນຄ່າສູງທີ່ສຸດ, ເປີດກ້ວາງການຕະຫຼາດ, ນຳໃຊ້ກາລະໂອກາດ, ຮ່ວມສຳພັນໃນການລົງທຶນ, ຟື້ນຟູການເຕີບໂຕ” ເຊິ່ງກຸ່ມບໍລິສັດໄດ້ວາງອອກ. ໄປຄຽງຄູ່ກັນນັ້ນ ແມ່ນຕ້ອງຍູ້ແຮງການຄົ້ນຄ້ວາ ແລະ ນຳໃຊ້ ວິທະຍາສາດ ເຕັກໂນໂລຢີເຂົ້າການຜະລິດຢ່າງບໍ່ຢຸດຢັ້ງ, ໝູນໃຊ້ເປັນຢ່າງດີປະສິດທິຜົນຈາກບັນດາສັນຍາການຄ້າຍຸກໃໝ່. ພ້ອມທັງຖືເປັນສຳຄັນຕໍ່ການພັດທະນາການພົວພັນຮ່ວມມື ກັບ ສະຫະພັນ ລັດເຊຍ ແລະ ຄູ່ຮ່ວມມືຕ່າງໆເພື່ອ ນຳໃຊ້ກາລະໂອກາດພັດທະນາການຜະລິດດຳເນີນທຸລະກິດ. (ແຫຼ່ງຄັດຈາກ VOV)