• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

“ທົ່ງນາແໜທະເລ” ຢູ່ ນິງຖ້ວນ

ໃນບໍ່ດົນມານີ້, ຈຸດໝາຍປາຍທາງໃໝ່ ຂອງແຂວງ ນິງຖ້ວນ ໃນການດຶງດູດ ນັກທ່ອງທ່ຽວ ນັບມື້ນັບຫຼາຍ ນັ້ນແມ່ນທົ່ງນາແໜທະເລ. ສະຖານທີ່ທ່ອງທ່ຽວດັ່ງກ່າວ ຫ່າງຈາກນະຄອນ ຟານຣາງ-ທາບຈ່າມ ປະມານ 10 ກິໂລແມັດ ໄປທາງທິດໃຕ້, ສັງກັດ ກັບບ້ານ ຕື່ທ້ຽນ, ຕາແສງ ເຟືອກຢິງ, ເມືອງ ຖ້ວນນາມ. 
ຕັ້ງຢູ່ຕອນທ້າຍ ຖະໜົນນ້ອຍ ທ່ີໄປຍັງ ໝູ່ບ້ານ ຕື່ທ້ຽນ ແມ່ນ ຫາດຊາຍ ພ້ອມກັບທົ່ງນາແໜທະເລ ສີຂຽວທຳມະຊາດຍາວ ກວ່າ 2 ກິໂລແມັດ. ຕາມຊາວທ້ອງຖິ່ນ ທີ່ອາໄສ ຢູ່ທີ່ນີ້ແລ້ວ, ເພື່ອຊົມ ຄວາມສວຍງາມ ຂອງ ທົ່ງນາແໜທະເລ ແຫ່ງນີ້, ນັກທ່ອງທ່ຽວ ຕ້ອງ ມາແຕ່ 4-9 ໂມງເຊົ້າ ແລະ 15-18 ໂມງແລງ, ຖ້າມາຊ້າ ກວ່ານີ້, ທົ່ງນາແໜທະເລ ຈະຈົມຢູ່ໃຕ້ນໍ້າ ຍ້ອນນໍ້າ ທະເລຂຶ້ນສູງ.


ທົ່ງນາແໜທະເລ ຫ່າງຈາກນະຄອນ ຟານຣາງ-ທາບ ຈ່າມ ປະມານ 10 ກິໂລແມັດ ໄປທາງທິດໃຕ້, ສັງກັດ ກັບ ບ້ານ ຕື່ທ້ຽນ, ຕາແສງ ເຟືອກຢິງ, ເມືອງ ຖ້ວນນາມ. ພາບ: ຫງວຽນລວນ/VNP


ທົ່ງນາແໜທະເລ ເຕັມໄປດ້ວຍສີຂຽວທຳມະຊາດ, ມີ ລວງຍາວກວ່າ 2 ກິໂລແມັດ. ພາບ: ຫງວຽນລວນ/VNP


ທົ່ງນາແໜທະເລ ເຕັມໄປດ້ວຍສີຂຽວທຳມະຊາດ. ພາບ: ເລມິນ/VNP


ປູທະເລ ລີ້ຕົວໃນແໜທະເລ. ພາບ: ເລມິນ/VNP


ນັກທ່ອງທ່ຽວພວມເຈືອຈານເຂົ້າກັບຄື້ນທະເລ ແລະ  ຄົ້ນ ຫາແໜທະເລ. ພາບ: ເລມິນ/VNP


 
ອາລຸນວັນໃໝ່ ເທິງທົ່ງນາແໜທະເລ. ພາບ: ເລມິນ/VNP






ຊາວທ້ອງຖິ່ນ ໄປເກັບແໜທະເລ. ພາບ: ເລມິນ/VNP

ເວລານໍ້າທະເລລົງ, ແໜທະເລ ຈະປາກົດ ຢູ່ເທິງໜ້ານຳ້, ເກາະ ຫ້ອຍ ຢູ່ຕາມເງີບຫີນ, ເຮັດໃຫ້ໜ້ານໍ້າທະເລ ເຕັມໄປດ້ວຍສີຂຽວ ທຳມະຊາດ ທີ່ສວຍງາມ. ພາຍໃຕ້ ແສງຕາເວັນ ຍາມອາລຸນວັນໃໝ່, ທົ່ງນາແໜທະເລ ຍິ່ງສວຍງາມກວ່າ, ເພາະສະນັ້ນ ນັກທ່ອງທ່ຽວ ຫຼາຍຄົນ ມັກມາທີ່ນີ້ ແຕ່ເຊົ້າໆ ເພື່ອຊົມທັດສະນີຍະພາບ ທີ່ສວຍງາມ ຂອງ ທ່ົງນາແໜທະເລ, ທັງຕ້ອນຮັບ ອາລຸນວັນໃໝ່ ຢູ່ແຄມທະເລ ແລະ ຜ່ອນຄາຍອາລົມອີກດ້ວຍ. ນັກທ່ອງທ່ຽວ ຍັງ ສາມາດ ມາ ລອຍນໍ້າ, ຫຼິ້ນກັບແໜທະເລ ແລະ ແຕ່ງຮູບຊົງເພື່ອ ເກັບບັນດາ ຮູບພາບ ມາເປັນສິ່ງທີ່ລະລຶກ. ນອກຈາກນີ້, ທົ່ງນາ ແໜທະເລ ຍັງຢູ່ ໃກ້ກັບສະຖານທີ່ ຜະລິດໄຟຟ້າ ດ້ວຍກຳລັງ ແຮງລົມ ໝູຍຢີງ-ສັງກັດ ຕາແສງ ເຟືອກຢີງ, ກາຍເປັນສະຖານທີ່ ທ່ອງທ່ຽວ ທີ່ໜ້າຈັບໃຈ ເມື່ອນັກທ່ອງທ່ຽວ ໄດ້ມີໂອກາດມາຍັງເມືອງ ຖ້ວນນາມ, ແຂວງ ນິງຖ້ວນ. 

ຫຼັງຈາກ ມີທົ່ງນາແໜທະເລ, ແຕ່ລະມື້ ຫາດຊາຍທະເລ ຕື່ທ້ຽນ ໄດ້ຕ້ອນຮັບນັກທ່ອງທ່ຽວ ທ່ີມາທ່ຽວຊົມ ນັບເປັນຈຳນວນຫຼາຍຮ້ອຍ ເທື່ອຄົນ. ນອກຈາກແໜທະເລ ທຳມະຊາດ,​ ຢູ່ຫາດຊາຍ ຕື່ຖ້ຽນ ຍັງມີ ປາດາວທະເລ, ປາທະເລ, ຫອຍທາກທະເລ, ຫີນປະກາລັງ ແລະ ແໜທະເລ ຊະນິດຕ່າງໆ  ອີກດ້ວຍ. 
 
ອີງຕາມຊາວທ້ອງຖິ່ນ ຢູ່ທ່ີນີ້ ໃຫ້ຮູ້ວ່າ ນັກທ່ອງທ່ຽວ ເມື່ອມາທີ່ນີ້ ຕ້ອງເອົາໃຈໃສ່ບາງຂໍ້ກໍານົດດັ່ງລຸ່ມນີ້: 
- ເວລາມາຢ້ຽມຊົມ ທົ່ງນາແໜທະເລ: ຕອນເຊົ້າແຕ່ 4-9 ໂມງ, ຕອນແລງແຕ່ 15-18 ໂມງ. ໄລຍະເວລາທີ່ແໜທະເລ ງາມ ກວ່າ ໝູ່ ແມ່ນແຕ່ວັນທີ 14-20 ຕາມຈັນທະປະຕິທິນ ຍ້ອນນີ້ ແມ່ນໄລຍະ ເວລາ ລະດັບນໍ້າທະເລ ລົງຕໍ່າ.
- ຕ້ອງຖືເກີບແຕະ ໄປນໍາ, ຖ້າຍ່າງຕີນເປົ່າ ຈະເຈັບຕີນ ຍ້ອນ ຫີນປະກາລັງ. ຕ້ອງກະກຽມຄັນຮົ່ມ, ຜ້າອັດປາກ, ເສື້ອກັນແດດ, ຄຣີມກັນແດດ... ແລະ ບັນດາວິທີກັນ, ຕ້ານການເມົາແດດ ອີກດ້ວຍ. 
- ນອກຈາກນັ້ນ, ນັກທ່ອງທ່ຽວຢ່າລືມ ເກັບມ້ຽນ ແກ້ວເປົ່າ ຫຼື ອາຫານໃສ່ຖົງ ແລ້ວເອົາເມືອນຳ ກ່ອນອອກຈາກ ທ່ົງນາແໜທະເລ ເພາະວ່າ ຢູ່ທີ່ນີ້ ບໍ່ມີຖັງເກັບມ້ຽນຂີ້ເຫຍື້ອ ຄືບັນດາ ເຂດທ່ອງທ່ຽວ ທີ່ມີຊື່ສຽງ. 
- ບໍ່ຄວນເກັບ ໄຄນໍ້າ, ແໜທະເລ, ຫອຍ, ປາ ຫຼື ຫີນປະກາລັງ... ສິ່ງດັ່ງກ່າວຈະສ້າງ ຜົນສະທ້ອນ ຕໍ່ສະພາບແວດລ້ອມ ແຫ່ງການ ເປັນຢູ່ ຂອງບັນດປະເພດສັດ ແລະ ພືດທະເລຢູ່ທີ່ນີ້.
 
ບົດ: ເຊີຍເງ້ຍ - ພາບ: ເລມິນ, ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top