• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທຳມະຊາດ ບ້ານ ເມີລຽງ

ບ້ານ ເມີລຽງ ຕັ້ງຢູ່ ຕາແສງ ດັກລຽງ, ເມືອງ ລັກ, ແຂວງດັກລັກ ເປັນໜຶ່ງໃນບັນດາໝູ່ບ້ານ ທີ່ຫາຍາກ ຍັງຄົງຮັກສາບັນດາຄຸນ ຄ່່າ ທາງວັດທະນະທຳ ທ່ີເປັນ ຮູບປະທຳ ແລະ ນາມມະທຳ ມູນເຊື້ອ ຂອງ ຊາວເຜົ່າ ເມີນົງ ຢູ່ ໄຕງວຽນ. 
ເມີລຽງ ເປັນບ້ານໃຫຍ່ໜຶ່ງທີ່ສວຍງາມ ຊຶ່ງຍັງຮັກສາໄວ້ໄດ້ການ ດໍາລົງຊີວິດແບບດັ່ງເດີມ ຂອງ ຊາວເຜົ່າ ເມີນົງ. ປະຊາຊົນ ໃນ ບ້ານ ຍັງເຮັດອາຊີບ ຫັດຖະກຳມູນເຊື້ອ, ມີຮີດຄອງປະເພນີ, ແບບແຜນວິຖີຊີວິດ ທີ່ເປັນຕົວແທນ ຂອງ ເຂດເທິງພູພຽງ ດັກ ລັກ ກັບບັນດາຫ້ວຍນໍ້າ, ແມ່ນໍ້າ, ທ່ານໍ້າ ທີ່ຍັງຄົງຮັກສາໄວ້ໄດ້ ສະພາບດັ່ງເດີມ ຈົນເຖິງປັດຈຸບັນ.

ບັນດາງານບຸນ ວັດທະນະທຳພື້ນເມືອງ ຈັດຂຶ້ນໃນທຸກໆ ປີໄດ້ ສະແດງໃຫ້ເຫັນ ເຖິງວັດທະນະທຳຄ້ອງ, ວັດທະນະທຳ ມານດາ ສິດທິລາດ, ວັດທະນະທຳ ກອນລຳເລື່ອງ, ວັດທະນະທຳ ອາຫານການກິນ ທີ່ອຸດົມສົມບູນ ແລະ ຫຼາກຫຼາຍ ສີສັນ ຊຶ່ງ ສອດຄ່ອງ ກັບ ມາດຖານອະນຸລັກຮັກສາ ແລະ ເສີມຂະຫຍາຍ ໝູ່ບ້ານ ວັດທະນະທຳມູນເຊື້ອ. ປັດຈຸບັນ, ມີຫຼາຍຄອບຄົວ ຍັງຄົງ ຮັກສາໄວ້ໄດ້ ຕັ່ງນັ່ງເວລາ ຕີຄ້ອງ ໃນໂອກາດງານບຸນ ຂອງ ຊົນເຜົ່າ ເມີນົງ ພ້ອມກັບ ຄ້ອງບູຮານ, ໄຫບູຮານ, ກອງເຮັດຈາກ ໜັງຄວາຍໃຫຍ່ສອງໂຕ ແລະ ກອງ ໜັງຊ້າງ. ພົ້ນເດັ່ນແມ່ນ ຄອບຄົວ ທ່ານ Y Dlum Teh (ອາຍຸ 86 ປີ) ຍັງຮັກສາໄວ້ ຊຸດຄ້ອງບູຮານ.ໃນໂອກາດງານບຸນ ຂອງ ບ້ານ ຫຼື ມື້ຈັດບຸນ ທີ່ສຳຄັນ ຂອງ ຄົນໃນເຮືອນ ທ່ານໄດ້ນຳຄ້ອງ ອອກມາເພື່ອບັນເລງດົນຕີ ຮັບໃຊ້ພໍ່ແມ່ພີ່ນ້ອງ. ສຳລັບທ່ານ, ຄ້ອງແມ່ນ ວັດຖຸທີ່ສັກສິດ ຜ່ານຫຼາຍຮຸ່ນຄົນ ໃນຄອບຄົວ, ເພາະສະນັ້ນ ທ່ານ ໄດ້ ກ່າວເຕືອນລູກຫຼານ ຢູ່ສະເໝີວ່າ ຕ້ອງຮັກສາຄ້ອງ ດ້ວຍ ຄວາມຮອບຄອບ ແລະ ບໍ່ໃຫ້ຂາຍເດັດຂາດ.



ບັນດາທົ່ງນາທີ່ສວຍງາມແກ່ຍາວໄປຕາມເສັ້ນທາງເຂົ້າບ້ານ ເມີລຽງ. 


ບັນດາເຮືອນຮ້ານ ມູນເຊື້ອ ຂອງ ຊົນເຜົ່າ ເມີນົງ ຢູ່ບ້ານເມີລຽງ. 


ຂັ້ນໄດ ເຮັດດ້ວຍໄມ້ລໍາດຽວ ກ່າຍຂຶ້ນເຮືອນຮ້ານ. 


ບັນດາເສົາ, ສີຍົວດ້ວຍໄມ້ໄຜ່ ຢູ່ເທິງຫຼັງຄາ ຂອງ ເຮືອນຮ້ານ ມູນເຊື້ອ ຂອງ ຊົນເຜົ່າ ເມີນົງ. 


ເຮືອນຮ້ານ ຫຼັງໜຶ່ງ ຍັງຮັກສາໄວ້ໄດ້ ຄວາມງາມແບບດັ່ງເດີມ ຄື ຫຼັງຄາມຸງດ້ວຍໄມ້, ຝາກັ້ນດ້ວຍກະແຕະ...


ບັນດາທ່ອນໄມ້ເປັນຕູດ ໃຊ້ເປັນລູກຕິ່ງອ້ອມຮອບ ເຮືອນຮ້ານ. 


ຕົ້ນໂພທີ່ເກົ່າແກ່ ຊຶ່ງປະຊາຊົນ ບ້ານ ເມີລຽງ ຖືວ່າ ເປັນສິ່ງສັກ ສິດ. ແຕ່ລະຄັ້ງ ເມື່ອບ້ານ ມີງານບຸນ ຫຼື ຄອບຄົວໃດ ມີວຽກສຳ ຄັນ, ເຈົ້າຈໍ້າ, ນາຍບ້ານ ແລະ ຫົວໜ້າ ຄອບຄົວ ຕ່າງກໍ ຊື້ເຄື່ອງ
ມາທຳພິທີເສັ້ນໄຫວ້ ເພື່ອຂໍໃຫ້ຝົນຟ້າຕົກຕາມລະດູການ, ຊີວິດ ການເປັນຢູ່ ຂອງ ຊາວບ້ານ ໄດ້ອີ່ມໜຳສຳລານ ແລະ ມີຄວາມ ສຸກ. 



ຊາວເຜົ່າ ເມີນົງ ໃນບ້ານ ສ່ວນຫຼາຍແມ່ນ ໃຊ້ຊີວິດ ຢູ່ໃນ ບັນ ດາ ຫຼັງເຮືອນຮ້ານ ມູນເຊື້ອ. 


ຍ້ອນບ້ານ ເມີລຽງ ໃກ້ກັບໜອງ ລັກ, ເພາະສະນັ້ນ ປະຊາຊົນ ຢູ່ນະແຫ່ງນີ້ ຍັງມີອາຊີບເປັນຊາວປະມົງ. 


ເດັກນ້ອຍ ຊາວເຜົ່າ ເມີນົງ ນອກໂມງຮຽນ ເບິ່ງນ້ອງ ໃຫ້ ພໍ່ແມ່ ໄປເຮັດໄຮ່. 


ບ້ານ ເມີ ລຽງ ມີ ຄ້ອງບູຮານ 8 ຊຸດທີ່ມີອາຍຸ ແຕ່ 100-200 ປີ. 


ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດັກລັກ ໄດ້ຈັດ ຕັ້ງການຝຶກວິຊາຊີບ ກ່ຽວກັບ ການຮັກສາຄ້ອງ, ອະນຸລັກຮັກສາ ເພງພື້ນເມືອງ, ເກັບກໍານິທານພື້ນເມືອງ
ຂອງ ຊາວຊົນເຜົ່າ ເມີນົງ ແລະ ສ້າງກອງສິລະປະ ພື້ນເມືອງ ໃຫ້ບ້ານ. 



ໂດຍອາໄສສິ່ງດັ່ງກ່າວ, ປັດຈຸບັນ ບ້ານ ເມີລຽງ ທິມຄ້ອງ 3 ທິມ (1 ທິມມູນເຊື້ອ, 2 ທິມຊາວໜຸ່ມ) ແລະ ໜ່ວຍ ສິລະປະ ເດັກ  1 ໜ່ວຍ. 


ຄວາມງາມແບບທຳມະຊາດ ຂອງ ບ້ານ ເມີລຽງ ໄດ້ດຶງດູດ ນັກ ທ່ອງທ່ຽວ ຈາກຕ່າງປະເທດເປັນຈຳນວນຫຼາຍ ຜູ້ທີ່ມັກຄົ້ນຫາ ວັດທະນະທຳ ພື້ນເມືອງ ຂອງ ໄຕງວຽນ. 

ນອກຈາກຊຸດຄ້ອງເກົ່າ ຂອງ ຄອບຄົວ ທ່ານ Y Dlum Teh ບ້ານ ເມີລຽງ ຍັງ ມີ ຄ້ອງເກົ່າອີກ 8 ຊຸດ ມີອາຍຸຕັ້ງແຕ່ 100-200 ປີ. ປີ 2011, ບ້ານ ເມີລຽງ ເປັນໜຶ່ງໃນ  6 ບ້ານ ຂອງ ເມືອງລັກ ໄດ້ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະໜອງຄ້ອງ ຊຸດໜຶ່ງ ແລະ ໄດ້ເລືອກ ເພື່ອການ ອະນຸລັກຮັກສາ ວັດທະນະທໍາ ຄ້ອງ.

ໃນຊຸມມື້ລະດູບານໃໝ່ ປີນີ້, ຊາວເຜົ່າ ເມີນົງ ຢູ່ບ້ານ ເມີລຽງ ກໍ ຄືໝູ່ບ້ານ ອື່ນອີກຫຼາຍແຫ່ງ ຢູ່ ໄຕງວຽນ ເລີ່ມເຂົ້າລະດູຈັດງານ ບຸນ ກັບການເຄື່ອນໄຫວ ຫຼາຍຢ່າງ ທີ່ມີ ຄວາມເປັນເອກະລັກ ເຊ່ັນ: ພິທີສະຫຼອງບຸນເຂົ້າໃໝ່ ແລະ ບຸນແຂ່ງຊ້າງ. ຄວາມເອກ ອ້າງທະນົງໃຈ ຂອງ ທ່ານ Y Dlum ວ່າ ປັດຈຸບັນ, ບ້ານເມີລຽງ ໄດ້ກາຍເປັນຈຸດນັດໝາຍ ສຳລັບນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ. ໃນອະນາຄົດ ເມື່ອ ບັນດາອາຊີບມູນເຊື້ອ ໄດ້ຟື້ນ ຄືນຊີບ, ປະຊາຊົນ ບ້ານ ເມີລຽງ ຈະຮັກສາໄວ້ໄດ້ ວັດທະນະ ທຳ ຂອງ ປູ່ຍ່າຕາຍາຍ ທັງ ມີວຽກເຮັດງານທຳ ຕືີ່ມອີກ ເພື່ອແກ້ ໄຂຊີວິດການເປັນຢູ່ ຂອງຕົນ.

 
ບົດ ແລະ ພາບ: ແຄ໋ງລອງ - ກົງດາດ-ແປໂດຍ: ບິກລຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top