• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຕຸກກະຕາຝ້າຍ handmade

ຜະລິດຕະພັນຕຸກກະຕາຝ້າຍ ຖັກດ້ວຍແລນ ໄດ້ສ້າງຂຶ້ນດ້ວຍ ສີ ມື ອັນຄ່ອງແຄ່ວ ຂອງ ແມ່ຍິງ ຮ່າໂນ້ຍ ຊຶ່ງມີຄວາມ ສະໜິດຕິດ ພັນ ກັບວັດທະນະທຳ ທີ່ເປັນມູນເຊື້ອ ໄດ້ຫວນຄືນມາ ສູ່ຊີວິດ ປັດຈຸບັນ ອີກຄັ້ງໜຶ່ງ. 
ພວກຂ້າພະເຈົ້າ ໂຊກດີທີ່ໄດ້ເຂົ້າຮ່ວມ ການພົບປະສັງສັນ ຂອງ ບັນດາສະມາຊິກ ກຸ່ມ NoLi ທີ່ ຮ່າໂນ້ຍ ເພື່ອເຂົ້າໃຈ ໂດຍລະ ອຽດ ກ່ຽວກັບບັນດາຂັ້ນຕອນປະດິດສ້າງ ຜະລິດຕະພັນ ຕຸກກະ ຕາຝ້າຍ ໜຶ່ງທີ່ຖັກດ້ວຍແລນ.

ເປັນຄົນມີຄວາມຫຼົງໄຫຼ ກັບສິລະປະຖັກແສ່ວ ຈາກ ບັນດາ ຜືນ ເສື້ອຖັກ ທີ່ມີຄວາມສະໜິດຕິດພັນ ແຕ່ຕອນສະໄໝ ເຍົາໄວ, ນາງ ມາຍແຄ໋ງລີງ, ຜູ້ກໍ່່ຕັ້ງ ກຸ່ມຖັກແສ່ວ NoLi ໄດ້ໃຫ້ຮູ້ວ່າ: “ໃນເບື້ອງຕົ້ນ, ຂ້າພະເຈົ້າພຽງຜະລິດຕະພັນ ຜ້າຄຸມ, ໝວກ ແລະ ເສື້ອຖັກ ເທົ່ານັ້ນ. ແຕ່ເມື່ອມີລູກ, ຂ້າພະເຈົ້າ ໄດ້ເລີ່ມເຮັດ ບັນດາຜະລິດຕະພັນ ຕຸກກະຕາຝ້າຍ ດ້ວຍແລນ ເພື່ອເປັນເຄື່ອງຫຼິ້ນ ໃຫ້ກັບລູກ. ມາຮອດເດືອນ ເມສາ 2017, ຂ້າພະເຈົ້າ ເລີ່ມສ້າງຕັ້ງ ກຸ່ມ page facebook Noli Handmade ແລະ website noli.vn ແລະ ຂ້າພະເຈົ້າ ຄິດບໍ່ເຖິງເລີຍວ່າ ຈະມີຫຼາຍຄົນ ໃຫ້ ຄວາມສົນໃຈ ເຖິງ ຂະໜາດນີ້. ຕາມຄວາມຄິດ ຂອງຂ້າພະເຈົ້າ, ນີ້ກໍແມ່ນ ວິທີ ນຳສິລະປະຖັກແສ່ວ ກັບຄືນມາສູ່ ຊີວິດປັດຈຸບັນ”. 


ການພົບປະສັງສັນ ແລະ ແບ່ງປັນຄວາມຮູ້ ຂອງບັນດາ ສະມາຊິກ ໃນກຸ່ມຖັກແສ່ວ NoLi. .


ເຖິງວ່າຫາກໍໄດ້ຮັບການສ້າງຕັ້ງກໍຕາມ ແຕ່ ກຸ່ມ NoLi ໄດ້ດຶງດູດ ໃຈ ສະມາຊິກ ເຂົ້າຮ່ວມ 29.800 ຄົນ  ໃນໄວ ຕ່າງກັນ. 


ທ່ານນາງ ຫງວຽນບີ່ງ ເປັນຜູ້ທີ່ມີຄວາມຊຳນານງານ ໃນການ ຖັກແສ່ວແຕ່ດົນ, ເມື່ອມໍ່ໆ ນີ້ ນາງ ຮູ້ຈັກກຸ່ມ NoLi ເພື່ອຂໍສະໝັກ ເຂົ້າຮ່ວມ. 


ທ່ານນາງ ຫງວຽນມິງເຈົາ ກຳລັງແນະນຳ ໃຫ້ບັນດາສະມາຊິກ ໃນກຸ່ມ ວິທີໃຊ້ເຂັມໝຸດເພື່ອກຳນົດ ຈຸດ ຂອງ ຜະລິດຕະພັນ. 


ບັນດາເຄື່ອງມືທີ່ຈຳເປັນ ເພື່ອຜະລິດ ຜະລິດຕະພັນໜຶ່ງເຊັ່ນ: ເຂັມຖັກໂຄເຊ, ເຂັມຫຍິບ, ມີດຕັດ, ໄມ້ແມັດສາຍ...


ຂັ້ນຕອນຍັດຝ້າຍ ກໍ່ແມ່ນຂັ້ນຕອນທີ່ສຳຄັນ ເພື່ອຜະລິດ ອອກ ຜະລິດຕະພັນໜຶ່ງທີ່ສວຍງາມ. 


ເພື່ອສຳເລັດ ຜະລິດຕະພັນຕຸກກະຕາຝ້າຍ ໂຕໜຶ່ງ ຕ້ອງໃຊ້ເວ ລາ ແຕ່ 2-4 ຊົ່ວໂມງ ແລ້ວແຕ່ຕົວແບບງ່າຍ ຫຼື ຍາກ. 

ຕຸກກະຕາຝ້າຍ ອາດຈະຕິດໂບ ຫຼື ນຸ່ງເສື້ອ, ໝວກ, ຜ້າຄຸມ... ເພື່ອ ສ້າງຄວາມມີຊີວິດຊີວາໃຫ້ແກ່ຜະລິດຕະພັນ. 

ປັດຈຸບັນ, ກຸ່ມມີສະມາຊິກ 29.800 ຄົນ ໃນເຟັດບຸກ ກັບຫຼາຍໄວ ທີ່ແຕກຕ່າງກັນ. ຢູ່ຕາມແຂວງ, ນະຄອນ ທຸກຫົນແຫ່ງ ແຕ່ພາກ ເໜືອ ເຖິງພາກໃຕ້ ໄດ້ມີການພົບປະ, ແບ່ງປັນ ກ່ຽວກັບ ຄວາມ ອາດສາມາດ ແລະ ທັກສະ ປະດິດສ້າງຕຸກກະຕາຝ້າຍ. ເນື່ອງ ຈາກມີຄວາມຮັກ ແລະ ຫຼົງໄຫຼ ຂອງໄວໜຸ່ມ ສົມທົບ ກັບບັນດາ ບົດຮຽນ ທີ່ໄດ້ສະສົມໄວ້ ເປັນເວລາຫຼາຍປີ ຂອງພໍ່ ແມ່ພີ່ນ້ອງ ທຸກຄົນ, ກຸ່ມ Noli ໄດ້  ນຳອອກສູ່ ສາຍຕາສັງຄົມ ບັນດາ ຜະລິດ ຕະພັນໃໝ່ ແລະ ແສນໂດດເດັ່ນ ພ້ອມກັບ ບັນດາຫຼັກຕຳລາ ຕິດພ້ອມ ເພື່ອໃຫ້ຜູ້ສົນໃຈມັກ ກໍສາມາດ ປະຕິບັດຕາມ.

ທ່ານນາງ ຫງວຽນທິບິ່ງ (ອາຍຸ 66 ປີ), ເປັນສະມາຊິກ ເຂົ້າຮ່ວມ ກຸ່ມຖັກແສ່ວ NoLi ເປັນເວລາໜຶ່ງປີແລ້ວ ໃຫ້ຮູ້ວ່າ: “ເຂົ້າຮ່ວມ ກຸ່ມມ່ວນຫຼາຍ ຍ້ອນວ່າ ເກືອບ ໝົດທຸກຄົນ ແມ່ນຍັງໜຸ່ມ, ເຂົາ ເຈົ້າຮູ້ຈັກວິທີເຮັດ ແລະ ປະດິດສ້າງ ຫຼາຍຕົວແບບຕຸກກະຕາ ຝ້າຍ ທີ່ເປັນຕາໜ້າຮັກ ຫາກຄົນລຸ້ນກ່ອນໆ ຄືພວກຂ້າພະເຈົ້າ ຮູ້ພຽງ ແຕ່ ວິທີຖັກເສື້ອ ແລະ ໝວກພຽງຢ່າງດຽວ. ເຂົ້າຮ່ວມກຸ່ມ NoLi ຂ້າພະເຈົ້າ ສາມາດໄດ້ສຶກສາຄວາມຮູ້ ເພື່ອເຮັດເຄື່ອງ ຫຼິ້ນດ້ວຍ ແລນ ໃຫ້ແກ່ຫຼານດ້ວຍຕົວເອງ, ທັງມີໂອກາດໄດ້ພົບ ປະແລກປ່ຽນ ຫາຮູ້ ຄວາມປະດິດຄິດສ້າງ ຂອງລຸ້ນໄວໜຸ່ມ ໃນ ປັດຈຸບັນ ອີກດ້ວຍ.


ຕົວແບບຕຸກກະຕາຝ້າຍ ໜ້າຮັກຈຳນວນໜຶ່ງ: 




















ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top