• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ດອນ ໄມຣຸດ

ດອນ ໄມຣຸດ ເປັນດອນໜຶ່ງ ສັງກັດ ເມືອງເກາະ ຝູ໋ກວັກ (ແຂວງ ກຽນຢາງ). ນີ້ແມ່ນໜຶ່ງໃນ 5 ດອນນ້ອຍ ທ່ີສວຍງາມ ທີສຸດ ເທິງ ເກາະ ຝູ໋ກວັກ ແລະ ໄດ້ຮັບຄວາມນິຍົມ ຢ່າງຍິ່ງ ຈາກນັກທ່ອງທ່ຽວ. 
ເພື່ອມາຍັງດອນ ໄມຣຸດ ທ່ານຄວນເດີນທາງດ້ວຍທາງບົກ ເຖິງທ່າກຳປັ່ນ ອານເຖີ໋ຍ. ທ່ີນີ້ ຈະມີພາຫະນະ ສອງຢ່າງ ທີ່ ທ່ານ ສາມາດ ເລືອກໃຊ້ນັ້ນຄື: ຂີ່ກໍາປັ່ນ ຫຼື ເຮືອຈັກ ອອກ ຈາກ ທ່າກຳປັ່ນ ເພື່ອມາຍັງ ດອນ ໄມຣຸດ.

ໃຊ້ເວລາປະມານ 20 ນາທີ ຖ້າຂີ່ເຮືອຈັກ. ມາຍັງທີ່ນີ້ ນັກ ທ່ອງທ່ຽວ ຈະເຫັນ ດອນໄມຣຸດ ເໝືອນດັ່ງ “ເມັດແກ້ວມະນີ ທີ່ຊ່ອນຕົວ” ໃນໝູ່ເກາະ ຝູ໋ກວັກ. ດອນນີ້ ສ້າງຄວາມປະທັບ ໃຈ ໃຫ້ນັກທ່ອງທ່ຽວ ເນື່ອງຈາກ ມີທັດສະນີຍະພາບ ທີ່ສວຍ ງາມ ແບບທຳມະຊາດ, ບັນຍາກາດທີ່ງຽບສະຫງົບ ພ້ອມກັບ ຫາດຊາຍ ທີ່ຂາວນຽນ ແລະ ນໍ້າທະເລ ທີ່ໃສສີຄາມ.

ເມື່ອມາເຖິງ ດອນ ໄມຣຸດ ແຫ່ງນີ້, ການຊອກຫາ ຫາດຊາຍ ທ່ີສະອາດ ແລະ ງາມ ແມ່ນງ່າຍທີ່ສຸດ. ບັນດາຫາດຊາຍຂາວ ທ່ີທອດຍາວຢູ່ທາງທິດໃຕ້ ຫຼື ບັນດາຝາຫີນກ້ຽງຕັ້ງ ຕິດລຽນ ກັນ ຢູ່ທາງທິດເໜືອ ຕ່າງກໍເປັນ ບ່ອນພັກເຊົາຊົ່ວ ຄາວທີ່ດີ ເລີດ ສໍາລັບນັກທ່ອງທ່ຽວ. ຢູ່ທີ່ນີ້, ນໍ້າທະເລ ທີ່ຂຽວສົດໃສ ຈະຊ່ວຍໃຫ້ນັກທ່ອງທ່ຽວ ໄດ້ລະລາຍ ຄວາມອິດເມື່ອຍ, ຄວາມຮ້ອນຂອງລະດູຮ້ອນ. ນອກຈາກນັ້ນ ນັກທ່ອງທ່ຽວ ຍັງ ສາມາດນອນອູ່ ທີ່ໄດ້ແຂວນໄວ້ຢູ່ ໃຕ້ຮົ່ມໄມ້ສີຂຽວ ເພື່ອຮັບ ຟັງ ຄວາມຢອກຮັກຂອງໃບໄມ້ ແລະ ສາຍລົມເຢັນ ທີ່ພັດ ເຂົ້າມາ. ນີ້ແມ່ນ ຂອງ ຂວັນອັນລໍ້າຄ່າ ທ່ີທໍາມະຊາດ ມອບໃຫ້. ຄວາມໝາຍ ຂອງ ການເດີນທາງຈະພົບເຫັນຢ່າງ ເຕັມທ່ີ ຢູ່ດິນແດນແຫ່ງນີ້.


ດອນ ໄມຣຸດ ມີລະບົບຂົວທ່າກຳປັ່ນ ຊຶ່ງສະດວກໃນການຂົນສົ່ງນັກທ່ອງທ່ຽວ. ພາບ: ຫງວຽນລວນ/VNP


ມາຍັງ ດອນໄມຣຸດ ນັກທ່ອງທ່ຽວ ຍູທ່າງໄດ້ແຊ່ຕົວໃນນໍ້າ ຂຽວສົດ ໃສ. ພາບ: ເຕິດເຊີນ/VNP


ດອນ ໄມຣຸດ ມີບັນດາຫາດຫີນພົ້ນຂຶ້ນເທິງໜ້ານໍ້າທະເລທີ່ຂຽວ ສົດໃສ ຊຶ່ງສ້າງເປັນທັດສະນີຍະພາບມີຄວາມງາມທີ່ໜ້າດຶງດູດໃຈ. ພາບ: ເຕິດເຊີນ/VNP


ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ ຢູ່ດອນ ໄມຣຸດ. ພາບ: ເຕິດເຊີນ/VNP


ແຖວຕົ້ນພ້າວອຽງຕົວລົງສູ່ທະເລ ອັນໄດ້ສ້າງເປັນຄວາມງາມແບບ ທຳມະຊາດ. ພາບ: ເລມິນ/VNP






ມາຍັງ ໄມຣຸດ ນັກທ່ອງທ່ຽວ ຈະໄດ້ຮັບປະທານບັນດາລາຍການ ອາຫານທະເລທີ່ສົດ-ແຊບຈາກພໍ່ຄົວ. ພາບ: ຫງວຽນລວນ/VNP

ດອນໄມຣຸດ ເປັນສະຖານທີ່ຈັດກິດຈະກໍາ ຫຼາຍຢ່າງທີ່ ປະ ທັບໃຈ. ການຕຶກປາ ຢູ່ທີ່ນີ້ຈະເຮັດໃຫ້ ນັກທ່ອງທ່ຽວມີຄວາມ ປະທັບໃຈ ເມື່ອໄດ້ຂີ່ເຮືອລ່ອງລອຍ ເທິງທະເລ ເພື່ອຕຶກປາ. ຫຼື ແທນທີ່ຄວາມມັກຕຶກປາ ໃນຕອນກາງເວັນ, ນັກທ່ອງທ່ຽວ ຍັງສາມາດເຂົ້າຮ່ວມ ກັບການຕຶກປາມຶກ ໃນຕອນກາງຄືນ. ດຳນໍ້າ ຊົມປາກະລັງ ກໍເປັນຈຸດພິເສດ ດຶງດູດນັກ ທ່ອງທ່ຽວ ເມື່ອມາທີ່ນີ້ ຍ້ອນປະກາລັງ ຢູ່ທີ່ນີ້ ບໍ່ພຽງແຕ່ ມີ ຄວາມງາມ ເທ່ົ່ານັ້ນ, ແຕ່ນໍ້າທະເລຢູ່ແຫ່ງນີ້ກໍຍັງຂຽວສົດໃສ ອີກດ້ວຍ, ເພາະສະນັ້ນ ນັກທ່ອງທ່ຽວ ສາມາດຊົມໄດ້ຄວາມງາມທັງ ໝົດ ຂອງ ມະຫາສະໝຸດ. ນອກຈາກ ກິດຈະກໍາດັ່ງກ່າວ, ນັກທ່ອງທ່ຽວ ຍັງສາມາດ ໄປຢ້ຽມຢາມເຂດ ເພາະລ້ຽງໄຂ່ມຸກ, ຢ້ຽມຢາມ ເຮືອນແພ ສະໜອງສະເພາະ ບັນດາປະເພດ ສິນ ທະະເລ ທີ່ມີຄ່າຫາຍາກເຊ່ັນ: ຫອຍເປົາອື້, ປີງທະເລ, ເຕົ່າ, ປາມູ໋...

ບໍ່ຢຸດຢູ່ທີ່ນັ້ນ, ດອນ ໄມຣຸດ ງວ່າຍ ຍັງສ້າງຄວາມປະທັບໃຈ ນັກທ່ອງທ່ຽວ ຍ້ອນມີລະບົບນິເວດທະເລທີ່ຫຼາກຫຼາຍ, ອຸດົມ ສົມບູນເຊັ່ນ: ປູ, ປາ, ກຸ້ງ, ຫອຍ... ພິເສດແມ່ນ ຫອຍເໝັ້ນ ທະເລ ມີຈຳນວນຢ່າງຫຼວງຫຼາຍ ເພາະສະນັ້ນ ນັກທ່ອງທ່ຽວ ສາມາດຊອກຫາ ແລະ ຮັບປະທານ ບັນດາລາຍການອາ ຫານທະເລ ດ້ວຍຕົນເອງ ເປັນຜູ້ທໍາ. ສິ່ງດັ່ງກ່າວນຳມາ ປະ ສົບການ ຕົວຈິງ ທີ່ໜ້າດຶງດູດໃຈ ສຳລັບ ນັກທ່ອງທ່ຽວ.


ດອນໄມຣຸດ ເປັນສະຖານທີ່ ດຶງດູດນັກທ່ອງທ່ຽວ ເປັນຈຳ ນວນຫຼວງຫຼາຍ, ສິ່ງດັ່ງກ່າວປະກອບສ່ວນຊ່ວຍໃຫ້ ຝູ໋ກວັກ ໄດ້ຮັບການຍົກຍ້ອງ ແລະ ຖືວ່າ ເປັນສະຖານທີ່ ທ່ອງທ່ຽວ ທີ່ໜ້າທ່ຽວຊົມ ຈາກໜັງສືພິມລາຍໃຫຍ່ ຫຼາຍສະບັບເຊັ່ນ: Forbes, CNN và Telegraph. ປີ 2020 ຜ່ານມາ, ຝູ໋ ກວັກ ຖືກຈັດຢູ່ອັນດັບທີ 7 ໃນຈຳນວນ 25 ສະຖານທ່ີທ່ອງ ທ່ຽວໃໝ່ ໂດຍປຶ້ມຄູ່ມືນຳທ່ຽວ ມີຊື່ສຽງໂລກ TripAdvisor ເປັນຜູ້ປະກາດ. 
ປະຕິບັດ: ເລມິນ, ຫງວຽນລວນ, ເຕິດເຊີນ - ແປໂດຍ: ບິກລຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top