• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ສົ່ງ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ຕິດ​ພັນ​ກັບ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ສະຖານທີ່ກວດໂລກລະບາດໂຄວິດ - 19 ຈຳນວນ 5 ແຫ່ງນັ້ນແມ່ນ: ດ່ານມິດຕະພາບ, ສະຖານີລົດໄຟສາກົນດົ່ງດັງ, ດ່ານຈີມາ, ເຕິນແທັງ, ກົກນາມ ເຊິ່ງປະຕິບັດການວັກແທກອຸດຫະພູມຮ່າງກາຍຂອງ ເຈົ້າຂອງສິນຄ້າ ແລະ ຄົນຂັບລົດເມື່ອ ເຂົ້າ - ອອກດ່ານນີ…
ການຍົກອອກບັນດາມາດຕະການໃໝ່ຈະປະກອບສ່ວນເຂົ້າການຊ່ວຍໃຫ້ແຂວງລ້າງເຊີນບັນລຸບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ປີ 2021 

ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ - 19, ແຂວງລ້າງເຊີນສືບຕໍ່ຜັນຂະຫຍາຍບັນດາມາດຕະການ ເພື່ອແນໃສ່ ປະຕິບັດ “ເປົ້າໝາຍຄວບຄູ່”, ທັງປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ທັງເພີ່ມທະວີການຂົນສົ່ງສິນຄ້າຜ່ານບັນດາດ່ານຊາຍແດນ. ສະຖານທີ່ກວດໂລກລະບາດໂຄວິດ - 19 ຈຳນວນ 5 ແຫ່ງນັ້ນແມ່ນ: ດ່ານມິດຕະພາບ, ສະຖານີລົດໄຟສາກົນດົ່ງດັງ, ດ່ານຈີມາ, ເຕິນແທັງ, ກົກນາມ ເຊິ່ງປະຕິບັດການວັກແທກອຸດຫະພູມຮ່າງກາຍຂອງ ເຈົ້າຂອງສິນຄ້າ ແລະ ຄົນຂັບລົດເມື່ອ ເຂົ້າ - ອອກດ່ານ…ເພື່ອຮັບໃຊ້ໃຫ້ແກ່ວຽກງານຄົ້ນຫາຜູ້ຕິດເຊື້ອພະຍາດເມື່ອຈຳເປັນ. ທ່ານ ຫງວຽນຫິວໂບ້, ຫົວໜ້າພະແນກພາສີດ່ານຊາຍແດນ ມິດຕະພາບໃຫ້ຮູ້ວ່າ:

ນັບແຕ່ ການເຮັດວຽກໃນຊຸມວັນທຳອິດ, ພວກຂ້າພະເຈົ້າໄດ້ປະຕິບັດ, ເພີ່ມທະວີການຄວບຄຸມເພື່ອຍົກສູງປະສິດທິຜົນຂອງ ກຸ່ມຜູ້ຂັບລົດສະເພາະກິດ. ທຸກໆວິສາຫະກິດ, ຜູ້ເຂົ້າອອກດ່ານຊາຍແດນລ້ວນແຕ່ໄດ້ຮັບການວັດແທກອຸນຫະພູມ, ແຈ້ງອາການສຸຂະພາບ. ປີນີ້ກໍ່ແມ່ນປີທີ່ 2 ຂອງໂລກລະບາດໂຄວິດ - 19  ດັ່ງນັ້ນ ອ້າຍນ້ອງຜູ້ຂັບລົດກໍ່ບໍ່ຕົກເຂົ້າສູ່ທ່າຮັບ. ພວກຂ້າພະເຈົ້າກໍ່ໄດ້ປະຕິບັດການແລກປ່ຽນກັບກຳລັງຝ່າຍປະເທດເພື່ອນເປັນປະຈຳ ເພື່ອຮັບປະກັນວຽກງານຕ້ານ ໂລກລະບາດໂຄວິດ - 19 ແລະ ການຂົນສົ່ງສິນຄ້າຜ່ານດ່ານຊາຍແດນຢ່າງສະດວກ.
 

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top