• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຊິນຊ໋ວຍໂຮ່ - ສະຖານທີ່ທ່ອງທ່ຽວ ທີ່ປະທັບໃຈ ຢູ່ລາຍເຈົາ

ມາຍັງ ຊິນຊ໋ວຍໂຮ່ ບໍ່ວ່າລະດູໃດໃນປີ, ນັກທ່ອງທ່ຽວ ຕ່າງກໍປະ ທັບໃຈ ເນື່ອງຈາກ ທັດສະນີຍະພາບ ທີ່ມີຄວາມສວຍງາມ ຢ່າງ ກົມກຽວ ແລະ ຮີດຄອງປະເພນີ ອັນເປັນມູນເຊື້ອ ຂອງ ຊາວ ເຜົ່າ ມົ້ງ ຍັງຄົງຖືກຮັກສາໄວ້ຄືເກົ່າ. ມາຮອດປັດຈຸບັນ, ຊິນຊ໋ວຍ ໂຮ່ ໄດ້ກາຍເປັນຈຸດສົດໃສ ໃນການພັດທະນາ ຕົວແບບ ທ່ອງ ທ່ຽວ ຊຸມຊົນ, ນຳມາເຊິ່ງຄວາມປ່ຽນແປງຫຼາຍພໍຄວນ ໃຫ້ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຢູ່ນະແຫ່ງນີ້. 
ຕັ້ງຢູ່ລະດັບຄວາມສູງ 1.500 ແມັດ ເມື່ອທຽບກັບ ໜ້ານໍ້າທະເລ, ບ້ານ ຊິນຊ໋ວຍໂຮ່ ເປັນບ່ອນດຳລົງຊີວິດ ຂອງ ຊາວເຜົ່າມົ້ງ ຢູ່ຕາ ແສງ ຊິນຊ໋ວຍໂຮ່ (ເມືອງ ຟອງໂຖ໋, ແຂວງ ລາຍເຈົາ), ຫ່າງຈາກ ນະຄອນ ລາຍເຈົາ ປະມານ 30 ກິໂລແມັດ. ຊິນຊ໋ວຍໂຮ່ ມີພູມ ອາກາດເຢັນດີ, ສົດໃສຕະຫຼອດປີ. ນັ້ນກໍແມ່ນເງື່ອນໄຂ ອຳນວຍ ຄວາມສະດວກ ເພື່ອການພັດທະນາຕົວແບບການທ່ອງທ່ຽວ ຊີວະພາບ.

ຊິນຊ໋ວຍໂຮ່ ໃນພາສາ ມົ້ງ ມີຄວາມໝາຍວ່າ “ຫ້ວຍມີຄຳ”. ຊື່ ເອີ້ນ ດັ່ງກ່າວ ເຮັດໃຫ້ ນັກທ່ອງທ່ຽວ ນຶກເຖິງ ໝູ່ບ້ານນ້ອຍແຫ່ງ ໜຶ່ງ ມີຄວາມສະຫງົບສຸກ, ເຕັມໄປດ້ວຍຕົ້ນໄມ້ກິນໝາກ ກັບນໍ້າ ຕົກຕາດ, ນໍ້າຫ້ວຍ ໄຫຼຕະຫຼອດວັນຄືນ. ເອີ້ນວ່າ ຊ໋ວຍ ວ່າງ (ຫ້ວຍຄຳ) ຍ້ອນ ຊິນຊ໋ວຍໂຮ່ ມີກົກເຄົ້າຈາກພາສາ ກວານຫວາ, ມີຕົວໜັງສື ຊິນ ມີຄວາມໝາຍວ່າ ຄຳ. ໄດ້ຍິນວ່າ ຫ້ວຍ ນີ້ມີ ຄຳ ຫຼາຍ, ແຕ່ຕັ້ງແຕ່ໃດມາ ຊາວບ້ານ ບໍ່ມີໃຜຂຸດຄົ້ນ, ຮ່ອນ ຄຳ ຢູ່ທີ່ນີ້ ແລະ ມັນໄດ້ປົກປັກຮັກສາ ຢ່າງໄວ້ສະພາບເດີມ.



ເຂດປ່າ ດົງດິບ ຢູ່ອ້ອມບ້ານ ຊິນຊ໋ວຍໂຮ່. ພາບ: ເຕິດເຊີນ/VNP
 

ນຳ້ຕົກຕາດ ຈ໋າຍຕີມ ຢູ່ ຊິນຊ໋ວຍໂຮ່ ເປັນຈຸດນັດໝາຍທີ່ອ່າວຄະນິງຫາສຳລັບນັກທ່ອງທ່ຽວ. ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວນຸ່ງຊຸດປະຈຳຊົນເຜົ່າ ຂອງຊາວທ້ອງຖິ່ນ, ເຈືອຈານເຂົ້າກັບທໍາມະຊາດ, ຂຸດຄົ້ນ ປ່າດົງດິບ ແລະ ນຳ້ຕົກຕາດ ຈ໋າຍຕີມ ຢູ່ ຊິນຊ໋ວຍໂຮ່. ພາບ: ຫງວຽນລວນ/VNP 


ຊິນຊ໋ວຍໂຮ່ ຍັງມີ ຮັງນົກ ຕັ້ງຢູ່ຕາມຕົ້ນໄມ້ ທີ່ ເກ່ົາແກ່ ອາຍຸນັບຫຼາຍຮ້ອຍປີ ເພື່ອໃຫ້ນັກທ່ອງທ່ຽວ ຜູ້ທີ່ສົນໃຈ ໄດ້ສຳຜັດຕົວຈິງ ກັບທຳມະຊາດ. ພາບ: ເຕິດເຊີນ/VNP


ຮົ້ວກັ້ນລ້ອມຮອບໝູ່ບ້ານດ້ວຍກ້ອນຫີນ ທີ່ຖືກຈັດລຽງດ້ວຍ ມື. ພາບ: ເຕິດເຊີນ/VNP


ຫຼັງຄາຖືກປູກດອກໄມ້ຢູ່ບ້ານ ຊິນຊ໋ວຍໂຮ່. ພາບ: ຫງວຽນລວນ/VNP


ຕະຫຼາດ ຊິນຊ໋ວຍໂຮ່ ໄດ້ເຕົ້າໂຮມກັນ ໃນວັນເສົາ ວັນທິດ ທຸກສັບປະດາ. ພາບ: ກີວຈູງ


ນອກຈາກການຊົມທິວທັດທໍາມະຊາດ, ນັກທ່ອງທ່ຽວຍັງ ໄດ້ ຄົ້ນພົບຊີວິດການເປັນຢູ່, ບັນດາອາຊີບທີ່ເປັນເອກະລັກ ຂອງ ປະຊາຊົນ ຢູ່ ຊິນຊ໋ວຍໂຮ່. ພາບ: ເຕິດເຊີນ/VNP


ຊາວເຜົ່າ ມົ້ງ ຢູ່ ບ້ານ ຊິນຊ໋ວຍໂຮ່ ສະແດງ ສິລະປະ ບໍລິການໃຫ້ນັກທ່ອງທ່ຽວ. ພາບ: ກີວຈູງ

ບ້ານພັກ ຢູ່ ບ້ານ ຊິນຊ໋ວຍໂຮ່ ໄດ້ຮັບການຕົບແຕ່ງທີ່ເຕັມໄປດ້ວຍສີສັນ ຂອງ ຊົນເຜົ່າ. ພາບ: ເຕິດເຊີນ/VNP
 
ບ້ານ ຊິນຊ໋ວຍໂຮ່ ຖືກອ້ອມຮອບໄປດ້ວຍເຂດ ປ່າດົງດິບທີ່ ແສນ ສວຍງາມ. ທາງຂຶ້ນນໍ້າຕົກຕາດ ຈ໋າຍຕີມ (ໝາກຫົວໃຈ) ຕ້ອງບຸ ຜ່ານ ປ່າດົງດິບ ທ່ີລຽບຕາມຫ້ວຍ ວ່າງ. ຈາກບ້ານ ຂຶ້ນເຖິງ ນໍ້າຕົກ ມີໄລຍະທາງ ປະມານ 1.500 ແມັດ, ແຕ່ຕ້ອງ ບຸປ່າ, ປີນຄ້ອຍ. ແຕ່ປີ 2015, ທາງບ້ານ ໄດ້ລະດົມປະຊາຊົນ ທຸກຄອບຄົວ ລົງ ເອົາຫີນຢູ່ຫ້ວຍ ຂຶ້ນມາຈັດລຽງກັນ ເປັນເສັ້ນທາງຫີນ ທ່ີບໍ່ຄືໃຜ, ສະນັ້ນຈິ່ງເຮັດໃຫ້ການໄປມາສະດວກຍິ່ງຂຶ້ນ, ຊ່ວຍໃຫ້ການ ຊົມ ທິວທັດ ທຳມະຊາດ ທີ່ສວຍງາມ ຂອງ ເຂດປ່າດົງດິບແຫ່ງນີ້.

ມາຍັງ ຊິນຊ໋ວຍໂຮ່ ນັກທ່ອງທ່ຽວຈະຮູ້ສຶກ ແປກໃຈ ເມື່ອໄດ້ເຫັນ ກັບຕາ ບັນດາຫຼັງເຮືອນໄມ້, ເຮືອນ ຖືກສ້າງ ດ້ວຍດິນທັບ ຕາມ ແບບສະບັບ ຂອງ ຊາວເຜົ່າມົ້ງ. ຈຸດເດັ່ນ ຂອງ ບັນດາຫຼັງເຮືອນ ນີ້ ແມ່ນ ຮົ້ວກັ້ນ ລ້ອມຮອບດ້ວຍກ້ອນຫີນ ທີ່ຖືກຈັດລຽງດ້ວຍມື. ຢູ່ເຮືອນບາງຫຼັງ ທາງເຂົ້າເຮືອນຍັງໄດ້ປະດັບປະດາ ດ້ວຍບັນດາ ກະຖາງດອກກ້ວຍໄມ້ ທ່ີສວຍງາມ. ໂຄງສ້າງແບບນີ້ ທັງສ້າງ ຄວາມແໜ້ນໜາໃຫ້ແກ່ເຮືອນ, ທັງເຮັດໃຫ້ເຮືອນ ເຢັນດີ ໃນ ລະ ດູແລ້ງ ແລະ ອົບອຸ່ນ ໃນລະດູໜາວ. ປັດຈຸບັນ, ທີ່ບ້ານ ຊິນຊ໋ວຍ ໂຮ່ ຍັງຄົງ ຮັກສາໄວ້ໄດ້ເຮືອນບູຮານ ຫຼາຍສິບຫຼັງ, ສ້າງທັດທະ ນີຍະພາບ ທີ່ສວຍງາມ, ທັງເພິ່ມພະລັງແຮງຈູງໃຈຕໍ່ນັກທ່ອງ ທ່ຽວ.

ບໍ່ພຽງເທົ່ານັ້ນ, ຊິນຊ໋ວຍໂຮ່ ຍັງດຶງດູດນັກທ່ອງທ່ຽວ ເນື່ອງຈາກ ມີຊີວິດ ວັດທະນະທຳ ທາງດ້ານຈິດໃຈ ທີ່ອຸດົມສົມບູນ ກັບບັນ ດາບົດເພງ, ບົດດົນຕີ ແລະ ທຳນອງແຄນ ມົ້ງ ທີ່ຈັບອົກຈັບໃຈ ຜູ້ຄົນ. ປະຊາຊົນ ຢູ່ນະແຫ່ງນີ້ ຍັງຮັກສາໄວ້ໄດ້ສີສັນວັດທະນະທຳ ຂອງຕົນ ໂດຍຜ່ານການນຸ່ງຖື ຊຸດພື້ນເມືອງ ໃນຊີວິດປະຈຳ, ການຕໍ່າຜ້າປໍປ່ານ ແລະ ເຕັກນິກແຕ້ມ ຂີ້ເຜີ້ງ ຢູ່ເທິງຜ້າແພ ທີ່ ເປັນເອກະລັກ ເຊິ່ງໄດ້ຮັບການຖ່າຍທອດ ຜ່ານຫຼາຍຮຸ່ນຄົນ.

ຊິນຊ໋ວນໂຮ່ ມີ 136 ຄອບຄົວ, ມີປະຊາກອນ 700 ຄົນ, 100% ເປັນຊາວເຜົ່າມົ້ງ, ໃນນັ້ນ ມີ 10 ຄອບຄົວ ເຂົ້າຮ່ວມ ພັດທະນາ ການທ່ອງທ່ຽວ ຊຸມຊົນ. ປັດຈຸບັນ, ບ້ານ ຊິນຊ໋ວຍໂຮ່ ສາມາດ ຕ້ອນຮັບນັກທ່ອງທ່ຽວ ກວ່າ 100 ຄົນໃນເວລາດຽວກັນ ໃນ ລາ ຄາບໍລິການແຕ່ 70.000 - 100.000 ດົ່ງ/ຄົນ/ຄືນ. ສະເລັ່ຍ ແຕ່ ລະປີ ຊິນຊ໋ວຍໂຮ່ ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ມາຢ້ຽມຢາມ ປະມານ 100.000 ເທື່ອຄົນ.


ທ່ານ ວ່າງອາຈີ໊ງ ຫົວໜ້າບ້ານ ຊິນຊ໋ວຍໂຮ່ ກ່າວວ່າ  ດ້ວຍ “ບໍ່ ຄຳ” ຊຶ່ງເປັນຊັບພະຍາກອນ ທຳມະຊາດ, ຊັບພະຍາກອນ ວັດ ທະນະທຳ ທີ່ອຸດົມສົມບູນ, ຊິນຊ໋ວຍໂຮ່ ໄດ້ ແລະ ກຳລັງກາຍ ເປັນບ້ານ ທ່ອງທ່ຽວຊຸມຊົນ  ໄດ້ດຶງດູດນັກທ່ອງທ່ຽວ ທັງພາຍ ໃນ ແລະຕ່າງປະເທດ ມານະແຫ່ງນີ້, ເປັນຈຸດທ່ີສົດໃສ ຂອງ ແຂວງ ລາຍເຈົາ ເນື່ອງຈາກວິທີເຮັດການ ທ່ອງທ່ຽວ ຢ່າງມີແບບ ແຜນ, ມີສະຕິ ແລະ ການບໍລິການ ທີ່ເປັນມືອາຊີບ ຂອງ ປະຊາຊົນອີກດ້ວຍ.
ປະຕິບັດ: ເຕິດເຊີນ, ຫງວຽນລວນ, ກີວຈູງ - ແປໂດຍ: ບິກລຽນ


ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top