• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ງານວາງສະແດງ “ສັດປະຈຳປີຂອງຂ້ອຍ-ໝູສົມບູນພູນສຸກ”

ໂດຍຈຸດປະສົງຕ້ອງການສ້າງຄວາມສົດຊື່ນ, ແປກໃໝ່ ມາໃຫ້ ບັນດາທ່ານຜູ້ຊົມໃນ ໄລຍະປີໃໝ່ ຜ່ານຊຸດສະສົມ “ໂຕໝູ”, ຫໍພິ ພິທະພັນ ແມ່ຍິງ ຫວຽດນາມ ໄດ້ສົມທົບກັບວາລະສານ ເຊືອ ແລະ ໃນ (ອະດີດ ແລະ ປັດຈຸບັນ), ສຳນັກສະມາຄົມ ມໍລະດົກ ເພື່ອ ຈັດຕັ້ງງານວາງສະແດງ “ສັດປະຈຳປີຂອງຂ້ອຍ-ໝູສົມບູນ ພູນສຸກ” ຂອງ ນັກຄົ້ນຄວ້າ ປະຫວັດສາດ ເຢືອງກວກຈູງ ແລະ ເພື່ອນມິດ. 
ຈາກຄວາມຫຼົງໄຫຼ ໃນການສະສົມ ສັດປະຈຳປີ ກົງກັບ ປີກຸນ, ພ້ອມກັບວາດສະໜາ ຂອງ ຕົນ, ນັກຄົ້ນຄວ້າ ປະຫວັດສາດ ເຢືອງກວກ ຈູງ ຈຶ່ງຄົ້ນຫາໄດ້ຊຸດສະສົມ ໜຶ່ງທີ່ມີ 6.000 ລາຍ ການ ຖືຮູບໂຕໝູ. ແຕ່ລະລາຍການໃນຊຸດສະສົມ ແມ່ນສິ່ງທີ່ ລະລຶກ ໜຶ່ງ, ບົດເລື່ອງໜຶ່ງ ໃນການໄປປະຕິວັດງານແຕ່ລະ ຄັ້ງຂອງເພິ່ນ. 


ງານວາງສະແດງ ໝູ ສົມບູນພູນສຸກ ໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ແມ່ຍິງ ຫວຽດນາມ.


ງານວາງສະແດງ ໄດ້ສ້າງຄວາມສົດຊື່ນ, ແປກໃໝ່ ມາໃຫ້ແກ່ ບັນດາທ່ານຜູ້ຊົມ ໃນໄລຍະປີໃໝ່ ປີກຸນ 2019. 


ເປັນຄັ້ງ ທຳອິດ ພາບແຕ້ມມູນເຊື້ອ ຫຼາຍແຜ່ນ ໄດ້ນຳມາແນະນຳ ຕໍ່ທ່ານ ຜູ້ຊົມ. 


ໝູ ເກືອບ 2.000 ໂຕ ທີ່ເຮັດດ້ວຍວັດຖຸ ທີ່ແຕກຕ່າງກັນ ໄດ້ນຳ ມາວາງໃນງານວາງສະແດງ. 


ນັກທ່ອງທ່ຽວຮູ້ສຶກປະທັບໃຈ ເມື່ອໄດ້ມາເຂົ້າຮ່ວມໃນງານວາງ
ສະແດງທີ່ເຕັມໄປດ້ວຍລັກສະນະວັດທະນະທຳຂອງຄົນ ຫວຽດ. 



ນ້ອງນ້ອຍຄົນໜຶ່ງ ມາຈາກຕ່າງປະເທດ ຮູ້ສຶກປະທັບໃຈ ຕໍ່ໝູ ຫຼາຍໂຕ ທີ່ເຮັດດ້ວຍດິນເຜົາຂອງໝູ່ບ້ານຜະລິດ ເຄື່ອງປັ້ນດິນ ເຜົາ ບາດຈ່າງ. 
ງານວາງສະແດງ ໄດ້ແນະນຳຕໍ່ທ່ານຜູ້ຊົມ ກ່ຽວກັບ ຄວາມຫຼາກ ຫຼາຍ ຮູບແບບໃນການສະສົມ ຊຸດໂຕໝູ ຜ່ານງານວາງສະແດງ ເກືອບ 2.000 ບົດປະພັນ. ເທື່ອທຳອິດ, ທ່ານຜູ້ຊົມໄດ້ຊົມ ຊຸດ ສະສົມ ໂຕໝູ ເຮັດດ້ວຍດິນເຜົາຂອງ ຫງວຽນວັນຕວ໋ານ, ພາບ ແຕ້ມ ສັດ ປະຈຳປີ 12 ລາສີ ແຕ້ມ ໃສ່ຜາ ທີ່ເຮັດດ້ວຍໄມ້ ຂອງ ນັກແຕ້ມ ເລຈີ໋ຢຸງ, ບັນດາບົດປະພັນຂອງນາຍ ຊ່າງມາ ຈາກ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ, ບັນດາ ພາບ ແຕ້ມ ພື້ນເມືອງ, ພິເສດແມ່ນ ເທື່ອທຳອິດ ພາບແຕ້ມໂຕໝູ ຂອງ ນັກ ແຕ້ມທີ່ມີຊື່ສຽງ ບຸ່ຍຊວນຟາຍ ແຕ້ມເມື່ອປີ 1983  ໄດ້ນຳມາ ແນະ ນຳຕໍ່ທ່ານຜູ້ຊົມໃນງານວາງ ສະແດງຄັ້ງນີ້. 


ຜະລິດຕະພັນ ໝູດິນ ທີ່ໄດ້ຕິດແຜ່ນຄຳປີວ ຂອງໝູ່ບ້ານຜະລິດ
ເຄື່ອງປັ້ນດິນເຜົາ ບາດຈ່າງ, ຮ່າໂນ້ຍ.













ຊຸດສະສົມໂຕໝູ ທີ່ເຮັດຈາກຫຼາຍວັດຖຸ, ໜ້າຕາທີ່ແຕກ ຕ່າງກັນ. 

ບັນດາຜະລິດຕະພັນ ທີ່ຈັດວາງ ໃນງານວາງສະແດງຄັ້ງນີ້,​ ນີ້ ແມ່ນຂອງຂວັນທີ່ມີຄ່າ ເຊິ່ງຫໍພິພິທະພັນ ແມ່ຍິງ ຫວຽດນາມ ໄດ້ ມອບໃຫ້ນັກທ່ອງທ່ຽວ ໃນໄລຍະປີໃໝ່ ປີກຸນ 2019 ດ້ວຍຄວາມ ຫວັງ ນຳຄວາມໂຊກລາບ, ສົມບູນພູນສຸກ ມາຍັງ ທຸກໆ ຄອບຄົວ ເນື່ອງໃນໂອກາດປີໃໝ່. 
ບົດ: ເງິນຮ່າ  - ພາບ: ແຄ໋ງລອງ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top