• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄົ້ນພົບ ຖຳ້ ຈ່າລ່ອຍ

ເມື່ອກ່າວເຖິງ “ອານາຈັກ ຖຳ້ ກວ໊າງບິ່ງ” ເກືອບທຸກຕົນ ຕ່າງ ກໍຄິດເຖິງ ລະບົບຖຳ້ທີ່ໃຫຍ່ ແລະ ງົດງາມ ຂອງ ຖໍ້ຳ ເຊີນດ່ອງ ຊຶ່ງບໍ່ຄ່ອຍມີໃຜຮູ້ຈັກວ່າ ຢູ່ໃຕ້ສາຍພູຫີນປູນ ທາງທິດຕາເວັນຕົກສ່ຽງເໜືອ ເມືອງ ເລ້ຖຸຍ, ຕາແສງ ເງິນຖຸຍ ກໍມີລະບົບຖ້ຳ ທີ່ແສນສວຍງາມ ນັ້ນກໍ່ຄື ຖໍ້າ ຈ່າລ່ອຍ ນໍາມາສິ່ງແປກໃໝ່ ແລະ ໜ້າປະທັບໃຈ ໃຫ້ ແກ່ນັກທ່ອງທ່ຽວ.
ລະບົບຖໍ້າ ຈ່າລ່ອຍ ຢູ່ເມືອງ ເລ້ຖຸຍ ຕັ້ງຢູ່ຕິດປ່າສະຫງວນ ແຫ່ງຊາດ ຟອງຍາ ແກ໊ບ່າງ, ຫ່າງຈາກ ໃຈກາງ ນະຄອນ ໂດ່ງ ເຫີ໋ຍ ປະມານ 40 ກິໂລແມັດ ໄປທາງທິດ ຕາເວັນຕົກສ່ຽງໃຕ້. ທ່ານ ພົນເອກ ຫວໍງວຽນຢ໋າບ ຜູ້ຖືວ່າ ເປັນ “ອ້າຍກົກ” ຂອງ ກອງທັບປະຊາຊົນ ຫວຽດນາມ ເຄີຍມາທີ່ນີ້ ໃນສະໄໝຕໍ່ສູ້ ຕ້ານການຮຸກຮານ ຂອງ ຈັກກະພັດ ອາເມລິກາ. ດ້ວຍເຫດນັ້ນ  ມາຮອດ ປັດຈຸບັນ ປະຊາຊົນ ຢູ່ທ້ອງຖິ່ນ ມີຄວາມເອກອ້າງທະ ນົງໃຈ ຢູ່ສະເໝີ ເມື່ອກ່າວເຖິງ.

ຈາກທາງນອກເບິ່ງເຂົ້າໄປ, ຈ່າລ່ອຍ ຍັງບໍ່ທັນມີຄວາມດຶງດູດ ໃຈ ຍ້ອນປະຕູຖ້ຳ ຂ້ອນຂ້າງນ້ອຍ ກວ້າງປະມານ 4 ມ2. ແຕ່ ຢ່າຟ້າວຕົກໃຈ ຜິດຫວັງ, ເມື່ອຍ່າງຜ່ານປະຕູຖໍ້າ ທ່ີແຄບໆ ເຂົ້າ ໄປພາຍໃນຖໍ້າ ນັກທ່ອງທ່ຽວ ຈະສໍາຜັດໄດ້ “ໂລກແຫ່ງຫີນ ຫງອກ ຫີນຍ້ອຍ” ທີ່ໃຫຍ່ໂຕມະໂຫຖານ ກຳລັງຕ້ອນຮັບນັກ ທ່ອງທ່ຽວ ສູ່ດິນແດນແຫ່ງຄວາມງາມ ແລະ ມະຫັດສະຈັນ. 


ຢູ່ໃຕ້ສາຍພູຫີນປູນ ທາງທິດຕາເວັນຕົກສ່ຽງເໜືອ ເມືອງ ເລ້ຖຸຍ, ຕາແສງ ເງິນຖຸຍ ມີລະບົບຖ້ຳ ທີ່ແສນສວຍງາມ ນັ້ນກໍ່ຄື ຖໍ້າ ຈ່າລ່ອຍ. ພາບ: ຫຼີຮວ່າງລອງ


ເພື່ອສໍາພັດຖໍ້າ ຈ່າລ່ອຍ, ນັກທ່ອງທ່ຽວ ຈະໄດ້ສະໜອງ ອຸປະ ກອນ ທີ່ຈໍາເປັນ ເພື່ອສໍາຫຼວດ ທຸກມູມມອງ ກໍຄືຄວາມສວຍງາມ ຂອງ ລະບົບຫີນ ຫງອກຫີນຍ້ອຍ ທຳມະຊາດ. ພາບ: ຫຼີຮວ່າງລອງ


ນັກທ່ອງທ່ຽວຕັ້ງຄ້າຍ ຢູ່ພາຍໃນຖຳ້ ແຄມນຳ້ຫ້ວຍນ້ອຍ. ພາບ: ຫຼີຮວ່າງລອງ


ນັກທ່ອງທ່ຽວ ລອຍຕົວ ໃນສາຍນໍ້າ ຢູ່ພາຍໃນຖໍ້າ ຈ່າລ່ອຍ ດ້ວຍອຸ່ນຫະພູມສະເລ່ຍ ປະມານ 22 ອົງສາ. ພາບ: ຫຼີຮວ່າງລອງ


ຖໍ້າ ຈ່າລ່ອຍ ເປັນສະຖານທ່ີນັດໝາຍ ທີ່ໜ້າດຶງດູດໃຈໃຫ້ ນັກຖ່າຍຮູບ ເຂົ້າມາສໍາພັດຕົວຈິງ ໃນການຖ່າຍຮູບ.  ພາບ: ຫຼີ ຮວ່າງລອງ

ສິ່ງທ່ີໜ້າດຶງດູດໃຈ ໃນການພິຊິດຖຳ້ ຈ່າລ່ອຍ ກໍ່ຄື ນັກທ່ອງ ທ່ຽວ ໄດ້ສຳຜັດຕົວຈິງ ກັບການ ເລືອ ຄານ ຫຼື ລອຍ ຜ່ານບັນ ດາສາຍນໍ້ານ້ອຍໆ ພາຍໃນຖຳ້. ໃນຖຳ້ ຈ່າລ່ອຍ ມີບັນດາຫີນ ຫງອກຫີນຍ້ອຍ ຊຶ່ງມີຫຼາກຫຼາຍຮູບແບບ ທີ່ແປກປະຫຼາດ        ເໝືອນດັ່ງສິ່ງທົດສອບ ຄວາມນຶກຄິດ ສຳລັບແຕ່ລະຄົນ. ພາຍ ໃນຖ້ຳ ຍັງມີສາຍນຳ້ ໃຕ້ດິນສີຂຽວ ທີ່ໃສ ແລະ ເຢັນ ຫຼື ບັນດາ ໜອງນໍ້າຂະໜາດນ້ອຍ ຊຶ່ງເປັນບ່ອນ ຢູ່ອາໄສ ຂອງ ປາ, ກຸ້ງ ທ່ີມີລໍາຕົວໂປ່ງໃສ ເປັນພິເສດ. ຫີນຫງອກຫີນຍ້ອຍ ຢູ່ພາຍໃນ ຖໍ້າ ຈະບັນຈຸທາດ silic ເພາະສະນັ້ນເມື່ອເຍືອງໄຟສາຍໃສ່ ຈະປະກາຍ ແສງສີລະຍິບລະຍັບ ຢ່າງສວຍງາມ.

ຢູ່ນອກຖ້ຳ ຈ່າລ່ອຍ ແມ່ນບ້ານ ກ່ອຍ ມີທົ່ງຫຍ້າຂຽວງາມ ທີ່ ກວ້າງໃຫຍ່ໄພສານ. ຖ້າຕັ້ງຄ້າຍ ພັກແຮມຄືນ ຢູ່ທີ່ນີ້, ນັກທ່ອງ ທ່ຽວ ຈະມີໂອກາດ ໄດ້ສໍາຜັດ ກັບອາກາດ ທ່ີບໍລິສຸດ ຈາກທຳ ມະຊາດ, ໄດ້ຄົ້ນພົບວັດທະນະທຳ ທີ່ເປັນເອກະລັກ ແລະ ຊີມ ລາຍການອາຫານພິເສດ ທ່ີມີຊື່ສຽງ ຂອງ ຊາວເຜົ່າ ເວິນກ່ຽວ ອີກດ້ວຍ.
ບົດ ແລະ ພາບ: ຫຼີຮວ່າງລອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top