• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມເລິກລັບ ຫ້ວຍປາ ເທວະດາ ຢູ່ບ້ານ ຫງອກ

ຫ້ວຍປາ ເທວະດາ ຢູ່ບ້ານ ຫງອກ, ຕາແສງ ເກີ໊ມເລືອງ, ເມືອງ ເກີ໊ມຖຸຍ, ແຂວງ ແທງຮ໋ວາ ດ້ວຍຄວາມສວຍງາມ ແບບທຳມະຊາດ ພ້ອມກັບ ເລື່ອງລາວຕ່າງໆ ທີ່ເລິກລັບ ໄດ້ກະຕຸກຊຸກຍູ້ ຄວາມ ຢາກຮູ້ຢາກເຫັນ ຂອງ ນັກທ່ອງທ່ຽວ ຫຼາຍຄົນ ທີ່ຊອກມາຍັງແຫ່ງນີ້. 
ຕາມການເລື່ອງລາວ ຂອງຊາວບ້ານ ເກີ໊ມເລືອງເລົ່າສູ່ຟັງວ່າ ແຕ່ກ່ອນ ມີຄູ່ຜົວເມຍ ອາຍຸສູງແລ້ວແຕ່ບໍ່ມີລູກ. ມື້ໜຶ່ງ ຜູ້ເປັນເມຍ ເກັບ ໄດ້ໄຂ່ແປກໆ ໜ່ວຍໜຶ່ງ ຢູ່ຂ້າງຫ້ວຍ. ນາງ ຖືເມືອບ້ານ ປຶກສາ ກັບຜົວ ເພື່ອໃຫ້ໄກ່ຟັກໄຂ່ໜ່ວຍນີ້. ເມື່ອເຫັນ ໄຂ່ແຕກອອກ ເປັນງູ  ກໍ່ຮູ້ ສຶກຢ້ານກົວຫຼາຍ ຜູ້ເປັນຜົວ ຈຶ່ງນຳງູໂຕນັ້ນໄປປ່ອຍຢູ່ຫ້ວຍ ຫງອກ ໃນຕອນກາງເວັນ, ພໍຕົກກາງຄືນ ງູ ກັບເມືອເຮືອນ. ເຫັນວ່າເລື່ອງ ແປກໆ, ຄູ່ຜົວເມຍ ຈຶ່ງ ຕັດສິນໃຈລ້ຽງງູໂຕນີ້. ນັບຕັ້ງແຕ່ລ້ຽງງູ ຢູ່ໃນເຮືອນ, ທົ່ງນາມີ ນຳ້ຢ່າງພຽງພໍ ເພື່ອການເຮັດໄຮ່ເຮັດນາ, ຊີວິດຢູ່ ໃນເຂດ ມີຄວາມອີ່ມໜຳສຳລານ. ໂດຍບັງເອີນ, ມີຄືນໜຶ່ງ ຝົນຕົກ ລົມແດງ, ຕອນເຊົ້າ ຊາວບ້ານເຫັນ ຄາບງູ ໄຫຼເຂົ້າຕີນພູ ເຈື່ອງຊິງ. ເຂົາເຈົ້າໄດ້ຝັງຄາບງູ ຢູ່ຕີນພູ ແລະ ສ້າງວິຫານຂຶ້ນ ເພື່ອລະນຶກ ດ້ວຍຄວາມອາໄລອາວອນ. ນັບຕັ້ງແຕ່ນັ້ນມາ,  ມີຝູງປາ ນັບຫຼາຍ ພັນໂຕ ປະກົດຕົວຢູ່ຫ້ວຍ ຫງອກ.

ຕອນກາງເວັນ, ຝູງປາ ຕໍ່ຫາງກັນ ລອຍອອກຈາກຖ້ຳ ສູ່ຫ້ວຍ ຫງອກ. ໃກ້ຈະຄໍ່າ, ຝູງປາ ກໍ່ພາກັນລອຍ ເຂົ້າສູ່ຖໍ້າ. ມີສິ່ງທີ່ແປກໆ ທີ່ພວກຂ້າພະເຈົ້າໄດ້ ຊາວທ້ອງຖິ່ນ ເລົ່າຢູ່ຟັງວ່າ ຝູງປາ ລອຍຢູ່ ຫ້ວຍ ໃນຄວາມຍາວກວ່າ 100 ແມັດ. ໃນລະດູແລ້ງ, ຫ້ວຍປາ ເທວະດາ ມີຄວາມເລິກ ພຽງ 20-40 ຊມ, ນໍ້າໃສ ຈົນເຫັນພື້ນ, ນັກທ່ອງທ່ຽວ ສາມາດ ລ້ວງມືລົງຫ້ວຍ ເພື່ອລູບ ປາ. ເຖິງວ່າ ລະດັບຄວາມໜາແໜ້ນ ຂອງປາ ແມ່ນໜາແໜ້ນຫຼາຍ ແຕ່ນຳ້ຫ້ວຍ ບໍ່ມີກິ່ນຄາວແຕ່ຢ່າງໃດ. ນີ້ແມ່ນສິ່ງທີ່ອະທິບາຍຍາກ, ແຕ່ບັນດາ ນັກວິທະຍາສາດ ຍັງກຳລັງ ສືບຕໍ່ຄົ້ນຄວ້າ.



ຫ້ວຍປາ ເທວະດາ ບ້ານ ຫງອກ ຕັ້ງຢູ່ ເມືອງ ເກີ໊ມເລືອງ (ແທງຮ໋ວາ) ກັບ ຄວາມສວຍງາມແບບທຳມະຊາດ ພ້ອມກັບເລື່ອງລາວ ຖືກຜິດ ຕ່າງໆ ທີ່ເຕັມໄປດ້ວຍຄວາມເລິກລັບ
ຊຶ່ງ ກະຕຸກ ຊຸກຍູ້ ຄວາມຢາກ ຮູ້ ຢາກເຫັນຂອງຄົນທັງຫຼາຍ. ພາບ: ເຕິດເຊີນ



ແຕ່ໃດໆ ມາ, ຫ້ວຍປາ ເທວະດາ ໄດ້ກາຍເປັນຈຸດນັດໝາຍ ຊຶ່ງ ດຶງ ດູດໃຈ ນັກທ່ອງທ່ຽວ. ພາບ: ເຕິດເຊີນ


ມາຍັງຫ້ວຍປາ ເທວະດາ, ຄົນທັງຫຼາຍຈະປາສະຈາກ ບໍ່ໄດ້ ຄວາມ ປະຫຼາດໃຈ ຕໍ່ຮູບພາບປານັບຫຼາຍພັນໂຕລອຍ ຢູ່ໃນຫ້ວຍນຳ້. ພາບ: ເຕິດເຊີນ


ປາຢູ່ທີ່ນີ້ ມີຈຳນວນຢ່າງມາກມາຍ ກັບທຸກຂະໜາດ ໃຫຍ່ ນ້ອຍທີ່ ແຕກຕ່າງກັນ, ໂຕໃຫຍ່ທີສຸດມີນຳ້ໜັກປະມານ 30 ກິ ໂລ. ພາບ: ເຕິດເຊີນ


ຝູງປາ ຕໍ່ຫາງກັນລອຍ ອອກຈາກຖຳ້ ອອກສູ່ຫ້ວຍນຳ້. ພາບ: ເຕິດເຊີນ


ນັກທ່ອງທ່ຽວຈະມີຄວາມຮູ້ສຶກຕື່ນເຕັ້ນເມື່ອ ສາມາດ ຢອກຫຼິ້ນກັບ ຝູງປາ ນັບພັນໂຕ. ພາບ: ເຕິດເຊີນ


ນັກທ່ອງທ່ຽວສາມາດລ້ວງມືລົງຫ້ວຍເພື່ອລູບຄຳໂຕປາ. ພາບ: ເຕິດເຊີນ


ຫ້ວຍປາ ເທວະດາ ດຶງດູດຄວາມຢາກຮູ້ຢາກເຫັນ ຂອງເດັກນ້ອຍ ຜູ້ມາທ່ຽວຫຼາຍຄົນ. ພາບ: ກົງດາດ


ນັກທ່ອງທ່ຽວສາມາດຊົມເບິ່ງຝູງປາ ນັບພັນໂຕ ໄດ້ຈາກທຸກມູມ ຂອງ ຫ້ວຍ. ພາບ: ກົງດາດ


ເຖິງວ່າລະດັບຄວາມໜາແໜ້ນຂອງປາ ແມ່ນໜາແໜ້ນພໍສົມຄວນ ແຕ່ ນຳ້ຫ້ວຍ ບໍ່ມີກິ່ນຄາວແຕ່ຢ່າງໃດ. ພາບ: ກົງດາດ


ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ ທ່ອງທ່ຽວພິເສດ ຂອງ ແດນ ແທງ, ແຕ່ລະປີ, ຫ້ວຍປາ ເທວະດາ ຢູ່ບ້ານ ຫງອກ ໄດ້ດຶງດູດ ນັກ ທ່ອງທ່ຽວ ຈາກທຸກສາລະທິດທີ່ມາຢ້ຽມຢາມ. ພາບ: ກົງດາດ
 
ຕາມນັກວິທະຍາສາດ, ຝູງປາ ຢູ່ຫ້ວຍ ຫງອກ ແມ່ນປາ Spinibarbus maensis, ສັງກັດຕະກຸນປາໄນ ແລະ ມີຊື່ ຢູ່ ໃນ ປຶ້ມແດງຂອງ ຫວຽດນາມ. ແນວພັນປາສີຂຽວເຂັ້ມນີ້ ມີຮີມປາກສີ ແດງ, ເມື່ອລອຍ ຈະເຫຼື້ອມລະຍິບລະຍັບ. ປາ ຢູ່ທີນີ້ ມີຈຳນວນ ມາກມາຍ ແລະ ລວມມີ ຂະໜາດໃຫຍ່ ນ້ອຍທຸກຊະນິດ, ໂຕໃຫຍ່ ສຸດມີນຳ້ໜັກ ປະມານ 30 ກິໂລ. 
ບົດ: ເງິນຮ່າ - ພາບ: ເຕິດເຊີນ-ກົງດາດ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top