• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຂອງທີ່ລະນຶກ ແບ໋ກມົກ

ໃນປັດຈຸບັນ, ຫວຽດນາມ ພວມເປັນຈຸດທ່ອງທ່ຽວ ທີ່ໜ້າຈັບໃຈສຳລັບນັກທ່ອງທ່ຽວ ຈາກຕ່າງປະເທດ, ສິ່ງດັ່ງກ່າວ ເຮັດໃຫ້ບັນດາຜະລິດ ຕະພັນຂອງທີ່ລະນຶກ ໄດ້ຮັບຄວາມນິຍົມ ນັບມື້ນັບ ເພີ່ມຂຶ້ນ. ຈາກສະພາບດັ່ງກ່າວ, ໄດ້ມີເພື່ອນຊາວໜຸ່ມ ຫວຽດ ນາມ ຈຳນວນໜຶ່ງ ໄດ້ຮ່ວມ ກັນສ້າງເຄື່ອງໝາຍການຄ້າ ແບ໋ກມົກ ເປັນຜະລິດຕະພັນ ຂອງທ່ີລະນຶກ ຈາກໄມ້ ທີ່ຄ່ອງແຄ້ວ,ສະແດງ ເຖິງຫົວຄິດ ປະດິດສ້າງ ຂອງຄົນ ຫວຽດນາມ.
ເຄື່ອງໝາຍການຄ້າ ແບ໋ກມົກ ໄດ້ຮັບການສ້າງຕັ້ງເມື່ອປີ 2016 ໂດຍໄວໜຸ່ມ 5 ຄົນປະກອບມີ: ນາງ ຮວ່າງແທງຖາວ, ນາງ ເຈິ່ນ ທິ ງອກຢຸງ, ທ້າວ ໂງວັນເກື່ອງ, ນາງ ຫວູທິຮວ໊ານ ແລະ ນາງ ຮວ່າງທິບິກງອກ. ພວກເຂົາພົບກັນແລະ ມີອຸດົມການດຽວກັນໃນ ການຜະລິດເຄື່ອງທີ່ລະນຶກ ເພື່ອຮັບໃຊ້ນັກທ່ອງທ່ຽວ. ພິເສດ, ທັງ 5 ຄົນ ບໍ່ມີ ຜູ້ໃດໄດ້ຮຽນກ່ຽວກັບສິລະປະການສ້າງຮູບ ຫຼື ສິລະ ປະ ກຳຫັດຖະກຳ, ແຕ່ເຂົາເຈົ້າໄດ້ປະຕິບັດທຸກໆ ຂັ້ນຕອນໃນ ການຜະລິດ ເຄື່ອງທີ່ລະນຶກໂດຍຕົນເອງ.
 
ເປັນໜຶ່ງໃນຜູ້ກໍ່ຕັ້ງ, ນາງ ຮວ່າງແທງຖາວ ໃຫ້ຮູ້ວ່າ: “ເວລາພວກ ຂ້າ ພະເຈົ້າ ໄປສຳຫຼວດການຕະຫຼາດ ໄດ້ເຫັນວ່າ ຂອງທີ່ລະນຶກ ໄດ້ວາງຂາຍຢູ່ ຫວຽດນາມ ທັງໝົດແມ່ນນຳເຂົ້າມາຈາກສປ ຈີນ, ສ່ວນຜະລິດຕະພັນຂອງ ຫວຽດນາມ ມີໜ້ອຍ ແລະ ບໍ່ງາມ. ເຫັນ ໄດ້ການຂາດແຄນຢູ່ທ້ອງຕະຫຼາດ, ພວກຂ້າພະເຈົ້າຈຶ່ງຊອກ ຫາ ວິທີຜະລິດ ບັນດາຜະລິດຕະພັນ ຂອງທີ່ລະນຶກ ຕາມແບບທັນ ສະໄໝ ແລະ ມີລັກສະນະ ສະເພາະ ຂອງ ຫວຽດນາມ”.


ໂຮງງານຜະລິດເຟີນີເຈີ ຂອງທີ່ລະນຶກ ແບກມົກ ມີນັກອອກ ແບບ 5-6 ຄົນ, ເຂົາເຈົ້າເປັນຜູ້ອອກແບບ ບັນດາຜະ ລິດຕະພັນ ຂອງທີ່ລະນຶກ ເພື່ອຮັບໃຊ້ລູກຄ້າ.


ແຜ່ນອອກແບບຫຼັງຈາກສຳເລັດ ຈະໄດ້ສົ່ງໄປພາກສ່ວນພິມ laze ເພື່ອຕົບແຕ່ງລວດລາຍ ໃຫ້ຖືກຕາມການອອກແບບ. ເຕັກ ໂນໂລຊີພິມ laze  ໄດ້ນໍາໃຊ້ຕົບແຕ່ງລວດລາຍຢູ່ເທິງ ຜະລິດ ຕະພັນ.


ເຕັກ ໂນໂລຊີພິມ laze  ໄດ້ນໍາໃຊ້ຕົບແຕ່ງລວດລາຍຢູ່ເທິງ ຜະລິດ ຕະພັນ. 


ແບ໋ກມົກ ມີໜ່ວຍສະເພາະຕົບແຕ່ງລວດລາຍ ປະດັບດ້ວຍມື ເພື່ອ ສ້າງຈຸດພິເສດໃຫ້ແກ່ຜະລິດຕະພັນແຕ່ລະສິ້ນ.


ພາກສ່ວນປະກອບ, ສຳເລັດ ຜະລິດຕະພັນ ຂອງທີ່ລະນຶກ ພາຍ ຫຼັງສຳເລັດສ່ວນທີ່ລະອຽດ.


ໜັງສື ແຕ່ລະໂຕ ພາຍຫຼັງຕັດເປັນໂຕ ສະມາຊິກ ຂອງ ແບ໋ກມົກ ຈະປະກອບ ໃຫ້ຖືກຕ້ອງຕາມການອອກແບບ.


ຜະລິດຕະພັນກັບໃສ່ຂອງຂວັນ ໄດ້ເຮັດໃຫ້ຂອງຂວັນ ຍິ່ງມີ ຄວາມໝາຍ ເມື່ອເປັນ ຂອງທີ່ລະນຶກ. 

ຂອງທີ່ລະນຶກ ແບ໋ກມົກ ແມ່ນສຸມໃສ່ ຜະລິດຕະພັນ ຮັບໃຊ້ໃຫ້ ການທ່ອງທ່ຽວ ແລະ ເຫດການຕ່າງໆ. ເພື່ອສ້າງຜະລິດຕະພັນ, ຖັນແຖວນັກອອກປະມານ 5-6 ຄົນ ຕ້ອງໄດ້ຄົ້ນຄວ້າພິຈາລະ ນາ ຄວາມມັກຂອງລູກຄ້າ ຕາມໄວ ແລະ ຄວາມນິມົມ ຂອງຄົນ ຫວຽດນາມ ກໍ່ຄື ນັກທ່ອງທ່ຽວ ຕ່າງປະເທດ. ພິເສດ ໃນຜະລິດ ຕະພັນດຽວກັນ,  ແຕ່ລະສະມາຊິກ ທີ່ອອກແບບ ຂອງ ແບ໋ກມົກ ຈະອອກແບບທ່ີແຕກຕ່າງກັນ. ເພາະສະນັ້ນ, ບັນດາຜະລິດຕະ ພັນຂອງ ແບ໋ກມົກ ຈະມີຮູບແບບທີ່ຫຼາກຫຼາຍ ແລະ  ອຸດົມສົມບູນ.

ທັງໝົດຜະລິດຕະພັນຂອງ ແບ໋ກມົກ ລ້ວນແຕ່ຜະລິດຈາກໄມ້ ອຸດສາຫະກຳ ແລະ ນຳໃຊ້ເຕັກໂນໂລຊີ ພິມ laser. ທ້າວ ໂງວັນ ເກືອງ -ຜູ້ຮັບຜິດຊອບການຜະລິດໃຫ້ຮູ້ວ່າ ໃນຂັ້ນຕອນການຕັດ ໄມ້ ແລະ ຄວັດຜະລິດຕະພັນໃຫ້ຖືກຕ້ອງຕາມ ແຜນອອກແບບ ທີ່ສົ່ງມາ ຕ້ອງລະມັດລະວັງ ເພື່ອບໍ່ເຮັດໃຫ້ໄມ້ ບິດບ້ຽວ, ຖ້າ ການຄວັດລວດລາຍເຮັດຜິດນ້ອຍໜ່ຶງ ຕ້ອງຖິ້ມ ແລ້ວເຮັດອັນ ໃໝ່. ພິເສດ, ເວລາຜະລິດ ຜະລິດຕະພັນ 3D ຈາກການອອກ ແບບ 2D, ຍິ່ງຕ້ອງລະມັດລະວັງ, ເພາະເວລາປະກອບບັນດາ ສິ້ນສ່ວນເຂົ້າກັນ ຈະກາຍເປັນຕົວແບບ 3D ທີ່ໜ້າຈັບໃຈ.

ຂັ້ນຕອນການປະກອບ ຜະລິດຕະພັນ  ສ່ວນຫຼາຍແມ່ນບັນດາ ນັກສຶກສາ ທີ່ມັກຮັກ ຂອງທີ່ລະນຶກ ເປັນຜູ້ປະກອບ. ນີ້ແມ່ນຂັ້ນ ຕອນ ຮຽກຮ້ອງມີຄວາມແຄ່ງແຄ້ວ, ລະອຽດລະອໍ ເພື່ອເຮັດແນວ ໃດ ໃຫ້ບັນດາຜະລິດຕະພັນ ສຳເລັດ ຮູບມີຊີວິດຊີວາ ຕາມຜູ້ ອອກແບບ.

ການອອກແບບຂອງ ແບ໋ກມົກ ສະແດງໃຫ້ເຫັນຈຸດພິເສດ, ຫົວ ຄິດປະດິດສ້າງ, ຄ່າໃຊ້ຈ່າຍຕໍ່າ, ແຕ່ຍັງສະ ແດງໃຫ້ເຫັນລັກສະ ນະສະເພາະຂອງ ຫວຽດນາມ ຄື: ນາງ ສາວ ຫວຽດນາມ, ເຄວ ວັນກາກ, ວັດເສົາດຽວ, ສຸສານລຸງໂຮ່... ປັດຈຸບັນ, ຜະລິດຕະພັນ ຂອງທີ່ລະນຶກຂອງ ແບ໋ກມົກ ໄດ້ຈຳໜ່າຍ ອອກສູ່ບັນດາແຂວງ, ນະຄອນໃນທົ່ວປະເທດ, ໄດ້ວາງ ຂາຍໃນຮ້ານຂາຍ ຂອງທີ່ ລະ ນຶກຢູ່ຖະໜົນເກົ່າ ຮ່າໂນ້ຍ ແລະ ຮັບໃຊ້ບັນດາເຫດການຕ່າງໆ ຂອງວິສາຫະກິດ ຈຳນວນໜຶ່ງຄື: FPT, CMC ແລະ ອື່ນໆ.

ອາດເວົ້າໄດ້ວ່າ ຫົວຄິດປະດິດສ້າງຂອງບັນດາໄວໜຸ່ມ ໃນການ ເລີ່ມຕົ້ນທຸລະກິດ ສ້າງເຄື່ອງໝາຍການຄ້າແບ໋ກມົກ ກຳລັງຜະ ລິດ ແລະ ຈຳໜ່າຍອອກ ບັນດາຜະລິດຕະພັນ ຂອງທີ່ລະນຶກ ທີ່ ປອດໄພ, ໃກ້ຊິດກັບ ຜູ້ບໍລິໂພກ. 


ຜະລິດຕະພັນ ຂອງທີ່ລະນຶກຈຳນວນໜຶ່ງຂອງ ແບ໋ກມົກ























 
ບົດ: ເງິນຮ່າ - ພາບ: ເຕິດເຊີນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top