• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ການພົບກັນ ຂອງ ສິລະປະກຳ ຫວຽດນາມ-ຝຮັ່ງ

ຜົນງານການປະດິດແຕ່ງ ກວ່າ 90 ແຜ່ນ ຊຶ່ງສະແດງຄວາມ ໃນ ໃຈ ກ່ຽວກັບຊີວິດ ຂອງ ຈິດຕະກອນ ສອງປະເທດ ຫວຽດນາມ-ຝຣັ່ງ ທີ່ວາງສະແດງ ຢູ່ ຫໍພິພິທະພັນ ວິຈິດສິນ ໃນນະຄອນ ໂຮ່ຈີ ມິນ ໄດ້ປະກອບສ່ວນ ເປັນຂົວຕໍ່ ລະຫວ່າງ ບັນດາ ນັກສິລະປິນ ຂອງ ສອງພື້ນຖານວັດທະນະທຳ ຝຣັ່ງ-ຫວຽດນາມ ທີ່ເຄີຍມີມາ ໃນ ສາຍພົວພັນອັນເປັນມູນເຊື້ອ ໃນປະຫວັດສາດ ສິລະປະກຳ. 
ງານວາງສະແດງພາບແຕ້ມທີ່ໃສ່ຊື່ La Seine et Le Mékong ໄດ້ຈັດຂຶ້ນ ໂດຍສະມາຄົມວິຈິດສິນ ຫວຽດນາມ-ຝຣັ່ງ, ເປັນຜົນ ງານ ແລະ ຄວາມມານະພະຍາຍາມ ຂອງ ນັກຈິດຕະກອນ ຫງວຽນກິມຈີ, ຜູ້ຮ່ວມກໍ່ຕັ້ງ La Seine et Le Mékong ພ້ອມ ກັບທ່ານ  Loiselier Freddy, ນັກວິສະວະກອນ ຊາວ ຝຣັ່ງ.

ກຳເນີດ ແລະ ໃຫຍ່ຂຶ້ນ ຢູ່ແຖບດິນ ທາງທິດ ຕາເວັກຕົກສ່ຽງໃຕ້ ຫວຽດນາມ, ປັດຈຸບັນ ນັກຈິດຕະກອນ ກິມຈີ ພວມໃຊ້ຊີວິດ ແລະ ແຕ້ມພາບ ຢູ່ເຂດ Normandie (ຝຣ່ັງ). ເມື່ອ ສອງສາມ ປີຜ່ານມາ ນາງ ເຄີຍຈັດ ງານວາງສະແດງສ່ວນບຸກຄົນຫຼາຍຄັ້ງ ຢູ່ ຝຣັ່ງ ແລະ ເມື່ອປີ 2013 ນາງ ໄດ້ຮັບລາງວັນທີໜຶ່ງ ໃນງານ ປະກວດພາບແຕ້ມ ປະທັບໃຈ ຊຶ່ງ ໄດ້ຈັດຂຶ້ນ ຢູ່ La Bouille, ເຂດ Normandie.

  

ບັນດານັກຈິດຕະກອນທີ່ເຂົ້າຮ່ວມງານງາງສະແດງ. ພາບ: ເອກະສານ


ງານວາງສະແດງໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວ ຕ່າງປະເທດ.


ນັກຈິດຕະກອນ Myriem Feuiloley ແນະນໍາຜູ້ຊົມ ກ່ຽວກັບ ບັນດາຜົນການປະດິດແຕ່ງຂອງຕົນ. ພາບ: ເອກະສານ


ນັກຈິດຕະກອນ Elisabeth Besnier ຖ່າຍຮູບເປັນທີ່ລະນຶກ ກັບຜູ້ເຂົ້າຮ່ວມງານວາງສະແດງ. ພາບ: ເອກະສານ

ບັນດາພາບແຕ້ມທີ່ແສນໂດດເດັ່ນ ກ່ຽວກັບ ທິວທັັດ ທຳມະຊາດ ແລະ ມະນຸດ ຂອງ ນັກແຕ້ມ 11 ຄົນ ຈາກຫວຽດນາມ ແລະ ຝຣັ່ງ ໄດ້ຮັບການປະດິດແຕ່ງ ຈາກ ວັດສະຖຸ ຫຼາຍຢ່າງ ທີ່ແຕກ ຕ່າງກັນເຊັ່ນ: ສີນຳ້ມັນ, acrylic, ໄມ້, ແພໄໝ, ສີຂັດມັນ, ເຄື່ອງ ປັ້ນດິນເຜົາ... ບັນດາສີສັນ ລະດັບເຂັ້ມຈາງ ໄດ້ນຳໃຊ້ ຢ່າງອຸດົມ ຫຼາກຫຼາຍເປັນພິເສດ ຊຶ່ງສະແດງໃຫ້ເຫັນ ມູມມອງ ນິໄສສ່ວນ ຕົວ, ຄວາມສະຫງ່າຜ່າເຜີຍ ແລະ ຄວາມຄິດກ້າວໜ້າ ທັນຍຸກ ທັນສະໄໝ.

ຊຸດພາບແຕ້ມ ກ່ຽວກັບຫົວເລື່ອງ ຝຶກຊ້ອມປາ ຂອງ ນັກຈິດ ຕະ ກອນ Myriam Feuilloley ທີ່ມາຈາກ ຝຣັ່ງ ສະແດງ ໃຫ້ເຫັນ ຄວາມຄິດສ້າງສັນ ທີ່ບໍ່ມີຂອບເຂດ ຕໍ່ສິລະປະ ຕົບແຕ່ງປ່ຽນ ຮູບ (anamorphic). ນາງ ເປັນ ນັກຈິດຕະກອນ ປະສົບຜົນສຳເລັດ ຕະຫຼອດໄລຍະ 20 ປີຜ່ານມາ.

ຄວາມຫລອກຫລອນ, ຫວາດຫວັ່ນ, ບັນດາອາການຈາກໃບໜ້າ ຖືກຫຸ້ມດ້ວຍແຜ່ນຫໍ່ອາຫານ ໄດ້ເຮັດໃຫ້ຮູບປ່ຽນໄປ ກາຍເປັນວິ ທີການສະແດງ ສຸດພິເສດ ໃນພາບແຕ້ມ ຂອງນັກຈິດຕະກອນ ຫງວຽນກົງຮວ່າຍ. ຜູ້ຊົມຫຼີກບໍ່ພົ້ນ ຄວາມຮູ້ສຶກລຳຄານໃຈ ຫຼື ໝົດຫວັງ ເມື່ອຊົມ ຜົນງານການປະດິດແຕ່ງຂອງລາວ. ນັກຈິດ ຕະກອນ ຫງວຽນກົງຮວ່າຍ ໄດ້ໄຂຄວາມໃນໃຈ ອອກມາວ່າ  “ຂ້າພະ ເຈົ້າແຕ້ມ ເມື່ອຂ້າພະເຈົ້າເຫັນ, ກຳໄດ້ຊົ່ວພິບຕາ ແລະ ບັນດາ ສິ່ງ ທີ່ແບບແຝງ ໃນຄວາມຮູ້ສຶກຂອງມະນຸດ”.

ດ້ວຍຄວາມແຕກຕ່າງ, ພາບແຕ້ມ ທີ່ນຳມາງານວາງສະແດງ ຂອງ ນັກຈິດຕະກອນ ເລມາຍຢ້ຽມຖຸ໋ຍ ໄດ້ແຮງບັນດານໃຈ ຈາກ ທຳມະຊາດ. ບັນດາຜົນການປະດິດແຕ່ງນີ້ ເຕັມໄປດ້ວຍ ສີສັນ ທີ່ມີລັກສະນະນຳທຳ, ແມ່ນການປະສົມປະສານລະຫວ່າງ ສອງ ພື້ນຖານວັດທະນະທຳ ຫວຽດນາມ ແລະ ຝຣັ່ງ.

ພົ້ນເດັ່ນໃນສະຖານທີ່ງານວາງສະແດງ ແມ່ນ ສີສັນເຄື່ອງປັ້ນ ດິນເຜົາ ຂອງ ນັກຈິດຕະກອນ ຫງວຽນເມົ້າເຕິມທື. ດ້ວຍວັດຖຸ ທາດ ທີ່ເປັນມູນເຊື້້ອ, ພ້ອມກັບສິລະປະສ້າງຮູບ ທີ່ມີຄວາມ ຊຳ ນິຊຳນານ ຈຶ່ງສ້າງບັນດາຜົນການປະດິດແຕ່ງ ທີ່ມີຊີວິດ ຊີວາ,  ສາມາດເວົ້າລົມກັບ ຜູ້ຊົມ ດ້ວຍຄວາມຮູ້ ສຶກທີ່ແຕກຕ່າງກັນ.



ພາບແຕ້ມ: “ຄິດຫງຳ” ຂອງນັກຈິດຕະກອນ Elisabeth Besnier.


ພາບແຕ້ມ: “ເສັ້ນໄໝສີແດງ” ຂອງ ນັກຈິດຕະກອນ ເລືອງລືວບຽນ. 


ພາບແຕ້ມ: “ຝຶກຊ້ອມປາ Pomfret” ຂອງ ນັກຈິດຕະກອນ Myriem Feuiloley.


ພາບແຕ້ມ: “ຝຶກຊ້ອມປາ” ຂອງ ນັກຈິດຕະກອນ Myriem Feuiloley.


ພາບແຕ້ມ: “ສຽງທີ່ປ່ຽວພອຍ” ຂອງ ນັກຈິດຕະກອນ ຫງວຽນກົງຮວ່າຍ. 


ພາບແຕ້ມ: “ງານບຸນໝາກອຶ” ຂອງ ນັກຈິດຕະກອນ Eugéniya Zharaya.


ພາບແຕ້ມ: “ຕົ້ນໄມ້” ຂອງ ນັກຈິດຕະກອນ ຮີ່ງເຟືອງທິດ່າຍຈາງ. 


ພາບແຕ້ມ: “ຫວນຄືນສູ່ອະດີດ” ຂອງ ນັກຈິດຕະກອນ ຫງວຽນ ກິມຈີ. 


ພາບແຕ້ມ: “ພ້ອມກັນກິນເຂົ້າເປືອກ” ຂອງ ນັກຈິດຕະກອນ ຫງວຽນກິມຈີ.  


ພາບແຕ້ມ: “ຄຽງຄູ່ກັນ” ຂອງ ນັກຈິດຕະກອນ ເລມາຍຢ້ຽມຖຸ໋ຍ. 


ຜົນການປະດິດແຕ່ງ:   “ຮູບປັ້ນສີ່ຊຸດ” ຂອງ ນັກຈິດຕະກອນ ຫງວຽນເມົ້າເຕິນທື. 


ຜົນການປະດິດແຕ່ງ:  “ຮູບປັ້ນສາມຊຸດ” ຂອງ ນັກຈິດຕະກອນ ຫງວຽນເມົ້າເຕິນທື. 

ບົດ: ແລະ ພາບ: ຫງວຽນລວນ-ທົງຫາຍ ແລະ ເອກະສານ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top