ພວກຂ້າພະເຈົ້າໄດ້ມາຢາມເຮືອນຂອງຊ່າງຕຳ່ແພໄໝມູນເຊື້ອ ຟານທິຖ້ວນ ຢູ່ຕາແສງ ຝູ່ງສາ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ ແລະ ໄດ້ເພິ່ນເລົ່າສູ່ໃຫ້ຟັງກ່ຽວກັບປະຫວັດຄວາມເປັນມາ ແລະ ວິທີການຜະລິດແພໄໝຫຼາຍຜືນຈາກໃຍບົວ.
ເຖິວວ່າ ເປັນຄົນມີຄວາມຮັກແບບເມົາມົວ, ສະໜິດຕິດພັນກັບ ແພໄໝໃນເວລາຫຼາຍປີ, ແຕ່ພາຍຫຼັງການພົບປະກັບ ພະນັກງານ ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະ 2 ປີກ່ອນ, ເພິ່ນຕັດສິນໃຈເລີ່ມລົງມືຜະລິດແພໄໝຈາກໃຍບົວ.
ເຖິງວ່າ ເປັນຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈ ແລະ ປະສົບການກ່ຽວກັບຂັ້ນຕອນການຕຳ່ແພໄໝມູນເຊື້ອ, ແຕ່ເພິ່ນຕ້ອງເສຍເວລາ ກວ່າໜຶ່ງປີ ຈຶ່ງສາມາດຜະລິດອອກມາໄດ້ຜ້າປີງຜືນໜຶ່ງ. ເຖິງປັດຈຸບັນ, ສຳລັບເພິ່ນ ບັນດາກ້ານບົວສີຂາວ, ກ້ານບົວ ສີແດງ, ໃຍບົວທີ່ເບົາບາງ ໄດ້ກາຍເປັນຄວາມຊິນເຄີຍຢູ່ແລ້ວ.
ການຜະລິດຕ້ອນເຮັດຢ່າງລະມັດລະວັງ ແລະ ຄ່ອງແຄ້ວ, ຂັ້ນຕອນຕ້ອງໃຊ້ເວລາຫຼາຍກວ່າໝູ່ແມ່ນການກະກຽມເສັ້ນໄໝທີ່ໄດ້ປັ່ນມາຈາກໃຍບົວ. ຂັ້ນຕອນການຜະລິດເສັ້ນໄໝ, ທຳອິດ ຕ້ອງດຶງໃຍອອກມາຈາກກ້ານບົວ. ກ້ານບົວທີ່ເກັບມາ ຈະໄດ້ຕັດ ໃບບົວອອກ ແລ້ວເອົາມີດຕັດເສັ້ນໜຶ່ງອ້ອມຮອບກ້ານບົວ, ເອົາມືຫັກກ້ານບົວແລ້ວດຶງຄ່ອຍໆ ເພື່ອເອົາໃຍ. ເພື່ອໃຫ້ມີເສັ້ນໄໝໜຶ່ງໃຫຍ່ພໍຄວນເພື່ອສາມາດເອົາເຂົ້າກີ່ຕຳ່ຫູກໄດ້, ທ່ານນາງ ຖ້ວນ ຈະດຶງໃຍໃນ 4-5 ກ້ານບົວໃນເທື່ອໜຶ່ງ. ຫຼັງຈາກໃຍໄດ້ແຍກອອກຈາກກ້ານບົວ, ນາຍຊ່າງຈະເອົາມືຝັ້ນໃຫ້ກາຍເປັນເສັ້ນໄໝ.ຕາມປົກກະຕິ, ເພື່ອເຮັດໄດ້ຜ້າປີງຜືນໜຶ່ງມີຂະໜາດທຳມະດາ,ຜູ້ໜຶ່ງຕ້ອງດຶງໃຍອອກຈາກກ້ານບົວ 3.000 ໜ່ວຍໃນເວລາ 10 ວັນ.