ອາຊີບ ຫວຽດ

ການຜະລິດແພໄໝຈາກໃຍບົວ

ເທື່ອທຳອິດຢູ່ ຫວຽດນາມ ມີນາຍຊ່າງຕຳ່ແພໄໝມູນເຊື້ອຄົນໜຶ່ງໄດ້ຕຳ່ອອກມາແພໄໝຫຼາຍຜືນຈາກໃຍຂອງຕົ້ນບົວ-ດອກໄມ້ ໄດ້ຊາວ ຫວຽດນາມ ຫຼາຍຄົນຮັບຖືເປັນດອກໄມ້ ປະຈຳຊາດ ຂອງ ຫວຽດນາມ.
ພວກຂ້າພະເຈົ້າໄດ້ມາຢາມເຮືອນຂອງຊ່າງຕຳ່ແພໄໝມູນເຊື້ອ ຟານທິຖ້ວນ ຢູ່ຕາແສງ ຝູ່ງສາ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ ແລະ ໄດ້ເພິ່ນເລົ່າສູ່ໃຫ້ຟັງກ່ຽວກັບປະຫວັດຄວາມເປັນມາ ແລະ ວິທີການຜະລິດແພໄໝຫຼາຍຜືນຈາກໃຍບົວ.

ເຖິວວ່າ ເປັນຄົນມີຄວາມຮັກແບບເມົາມົວ, ສະໜິດຕິດພັນກັບ ແພໄໝໃນເວລາຫຼາຍປີ, ແຕ່ພາຍຫຼັງການພົບປະກັບ ພະນັກງານ ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະ 2 ປີກ່ອນ, ເພິ່ນຕັດສິນໃຈເລີ່ມລົງມືຜະລິດແພໄໝຈາກໃຍບົວ.

ເຖິງວ່າ ເປັນຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈ ແລະ ປະສົບການກ່ຽວກັບຂັ້ນຕອນການຕຳ່ແພໄໝມູນເຊື້ອ, ແຕ່ເພິ່ນຕ້ອງເສຍເວລາ ກວ່າໜຶ່ງປີ ຈຶ່ງສາມາດຜະລິດອອກມາໄດ້ຜ້າປີງຜືນໜຶ່ງ. ເຖິງປັດຈຸບັນ, ສຳລັບເພິ່ນ ບັນດາກ້ານບົວສີຂາວ, ກ້ານບົວ ສີແດງ, ໃຍບົວທີ່ເບົາບາງ ໄດ້ກາຍເປັນຄວາມຊິນເຄີຍຢູ່ແລ້ວ. 


ແຕ່ກ່ອນ, ກ້ານບົວ ແລະ ດອກບົວໄດ້ເອົາໄປຖິ້ມ, ແຕ່ໃນປັດຈຸບັນ ໄດ້ກາຍເປັນວັດຖຸດິບຂອງອາຊີບຕຳ່ແພໄໝ. 


ນາຍຊ່າງ ຟານທິຖ້ວນ ເປັນຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບ
ອາຊີບຕຳ່ແຜໄໝມູນເຊື້ອ. 
ເພິ່ນເປັນຜູ້ທຳອິດຢູ່ ຫວຽດນາມ ໄດ້ຊອກຮູ້ ແລະ ຜະລິດອອກ ມາແພໄໝຈາກໃຍບົວ.


ໃຍບົວໄດ້ແຍກອອກຈາກກ້ານບົວ.


ແຍກອອກໃຍບົວຈາກກ້ານບົວ 4-5 ກ້ານ ໃນເວລາດຽວກັນ ຈະຊ່ວຍເຮັດໃຫ້ນາຍຊ່າງສາມາດຝັ້ນມັນເປັນເສັ້ນໄໝໜຶ່ງທີ່
ມີຂະໜາດໃຫຍ່ພໍສົມຄວນ ເພື່ອຕຳ່.



ຂັ້ນຕອນການແຍກໃຍບົວອອກຈາກກ້ານບົວ ຕ້ອງໃຊ້ເວລາຫຼາຍພໍຄວນ.


ນາຍຊ່າງຢູ່ໝູ່ບ້ານອາຊີບ ຕຳ່ແພໄໝ ຝູ່ງສາ ພວມກວດກາຄືນເສັ້ນໄໝ ກ່ອນທີ່ຈະຕຳ່.


ເສັ້ນໄໝທີ່ໄດ້ເຮັດມາຈາກໃຍບົວ ໄດ້ເອົາເຂົ້າກີ່ຕຳ່ຫູກ ເພື່ອກະກຽມໃຫ້ການຕຳ່ແພໄໝຈາກໃຍບົວ.



ຂັ້ນຕອນການຕຳ່ແພໄໝ ໄດ້ເຮັດຢ່າງລະວັດລະວັງ.


ເສັ້ນໄໝທີ່ໄດ້ເຮັດມາຈາກໃຍບົວ ເທິງກີ່ຕຳ່ຫູກມູນເຊື້ອ ຢູ່ ຝູ່ງສາ.


ເວລາຕຳ່, ນາຍຊ່າງຕ້ອງມີຄວາມລະມັດລະວັງ ຍ້ອນເພື່ອໃຫ້ມີ ໄໝເສັ້ນໜຶ່ງທີ່ເຮັດດ້ວຍໃຍບົວ ເຂົາເຈົ້າຕ້ອງເສຍເວລາ ຫຼາຍເຕີບ.


ເຂົາເຈົ້າຕ້ອງຕໍ່ ຫຼື ຕັດອອກເສັ້ນໄໝທີ່ບໍ່ດີໃນເວລາຕຳ່.


ຜ້າປີງ ທີ່ເຮັດດ້ວຍໃຍບົວພິເສດ ຜືນທຳອິດໄດ້ຜະລິດອອກມາ
ຢູ່ໝູ່ບ້ານຕຳ່ແພໄໝມູນເຊື້ອ ຝູ່ງສາ.



ຄວາມດີໃຈຂອງນາຍຊ່າງ ຟານທິຖ້ວນ ທີ່ຜະລິດອອກມາໄດ້ ຫຼາຍຜະລິດຕະພັນພິເສດຈາກໃຍບົວ ພາຍຫຼັງ 2 ປີ.


ການຜະລິດຕ້ອນເຮັດຢ່າງລະມັດລະວັງ ແລະ ຄ່ອງແຄ້ວ, ຂັ້ນຕອນຕ້ອງໃຊ້ເວລາຫຼາຍກວ່າໝູ່ແມ່ນການກະກຽມເສັ້ນໄໝທີ່ໄດ້ປັ່ນມາຈາກໃຍບົວ. ຂັ້ນຕອນການຜະລິດເສັ້ນໄໝ, ທຳອິດ ຕ້ອງດຶງໃຍອອກມາຈາກກ້ານບົວ. ກ້ານບົວທີ່ເກັບມາ ຈະໄດ້ຕັດ ໃບບົວອອກ ແລ້ວເອົາມີດຕັດເສັ້ນໜຶ່ງອ້ອມຮອບກ້ານບົວ, ເອົາມືຫັກກ້ານບົວແລ້ວດຶງຄ່ອຍໆ ເພື່ອເອົາໃຍ. ເພື່ອໃຫ້ມີເສັ້ນໄໝໜຶ່ງໃຫຍ່ພໍຄວນເພື່ອສາມາດເອົາເຂົ້າກີ່ຕຳ່ຫູກໄດ້, ທ່ານນາງ ຖ້ວນ ຈະດຶງໃຍໃນ 4-5 ກ້ານບົວໃນເທື່ອໜຶ່ງ. ຫຼັງຈາກໃຍໄດ້ແຍກອອກຈາກກ້ານບົວ, ນາຍຊ່າງຈະເອົາມືຝັ້ນໃຫ້ກາຍເປັນເສັ້ນໄໝ.ຕາມປົກກະຕິ, ເພື່ອເຮັດໄດ້ຜ້າປີງຜືນໜຶ່ງມີຂະໜາດທຳມະດາ,ຜູ້ໜຶ່ງຕ້ອງດຶງໃຍອອກຈາກກ້ານບົວ 3.000 ໜ່ວຍໃນເວລາ 10 ວັນ.
 
ບົດ ແລະ ພາບ: ຫວຽດເກື່ອງ

top