• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ການປູກໝາກແຕງລາຍດ້ວຍເຕັກໂນໂລຊີສູງ ຢູ່ແຂວງ ໄຕນິງ

ຕົວແບບປູກໝາກແຕງລາຍ ດ້ວຍເຕັກໂນໂລຊີສູງ ຢູ່ແຂວງ ໄຕນິງ ພວມນຳມາລາຍຮັບສູງ ແລະ ສ້າງທິດທາງ ພັດທະ ນາດ້ານກະສິກຳໃໝ່ ໃຫ້ແກ່ຊາວກະສິກອນ ໃນທ້ອງຖິ່ນ.
ພວກຂ້າພະເຈົ້າມາຍັງນະຄອນ ໄຕນິງ ເພື່ອຊອກຮູ້ກ່ຽວກັບຕົວແບບການປູກໝາກແຕງລາຍ ດ້ວຍເຕັກໂນໂລຊີສູງ ທີ່ ນິຄົມຂອງ ລຸງ ດວ່ານວຽດເກື່ອງ. ນິຄົມແຫ່ງນີ້ ມີເນື້ອທີ່ 4 ເຮັກຕາ, ຢູ່ໃກ້ກັບພູ ບາແດນ, ສະນັ້ນ ອາກາດຢູ່ທີ່ນີ້ ຈຶ່ງ ເໝາະສົມກັບການ ປູກ ໝາກແຕງລາຍ.  

ອ້າຍ ຫງວຽນຢີລິງ, ພະນັກງານເຕັກນິກຂອງນິຄົມໃຫ້ຮູ້ວ່າ ປະຈຸບັນ, ແນວປູກໝາກແຕງລາຍ ທີ່ປູກຕາມຕົວແບບເຕັກ ໂນໂລຊີສູງ ມີຫຼາຍຊະຍິດຄື: Taki, Sakura, ກີມລອງ, AB… ເຕັກນິກເພື່ອ  ນຳໃຊ້ຕົວແບບດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກສູນຄົ້ນຄວ້າ ແລະ ພັດທະນາກະສິກຳ ເຕັກ ໂນໂລຊີສູງ ນະຄອນ ໂຮ່ຈີມິນ.

ແຕ່ໃດໆ ມາ, ການຜະລິດກະສິກຳຕາມແບບປະຖົມປະຖານ ແມ່ນໄດ້ຮັບຜົນສະທ້ອນຈາກສະພາບອາກາດ, ແມງໄມ້, ພະຍາດ... ທຳລາຍເມື່ອແນວປູກສຳຜັດໂດຍກົງກັບສະພາບ ແວດລ້ອມທຳມະຊາດ. ໝາກແຕງລາຍ ກໍຄືແນວປູກ ອື່ນ ທີ່ປູກຕາມທຳມະຊາດ ຈະບໍ່ໃຫ້ຜົນຜະລິດສູງ, ຍ້ອນ ແມງໄມ້ ທຳລາຍ ຫລື ຖືກນ້ຳໝອກຂຸ້ນ ເຮັດໃຫ້ໝາກແຕງ ລາຍບໍ່ສົມບູນ, ງ່າຍຕໍ່ແມງໄມ້ເຂົ້າທຳລາຍ. ແຕ່ຍ້ອນການ ປູກ ໃນເຮືອນດ້ວຍ ເຕັກໂນໂລຊີສູງ ຊ່ວຍເຮັດໃຫ້ໝາກແຕງ ລາຍ ອອກຫ່າງ ຈາກແມງໄມ້ທຳລາຍ ຫຼື ປະເຊີນກັບການ ປ່ຽນແປງຂອງດິນຟ້າອາກາດ ຢ່າງກະທັນຫັນ. 

ນິຄົມປູກໝາກແຕງລາຍດ້ວຍເຕັກໂນໂລຊີສູງຂອງລຸງ ດວ່ານວຽດເກື່ອງ ມີເນື້ອທີ່ 1000 ຕາຕະລາງແມັດ. 


ຕົວແບບປູກໝາກແຕງລາຍດ້ວຍເຕັກໂນໂລຊີສູງໄດ້ຮັບການ ຊ່ວຍເຫຼືອທາງດ້ານເຕັກນິກ
ຈາກສູນຄົ້ນຄວ້າ ແລະ ພັດທະ ນາກະສິກຳ ເຕັກໂນໂລຊີສູງ ນະຄອນ ໂຮ່ຈີມິນ.



ປູກໝາກແຕງລາຍໃນເຮືອນຕານ່າງ ຊ່ວຍເຮັດໃຫ້ໝາກ ແຕງລາຍ ບໍ່ຖືກແມງໄມ້ທຳລາຍ
ແລະ ຕິດພະຍາດ ຫຼື ປະ ເຊີນກັບ ການປ່ຽນແປງ ຂອງ ດິນຟ້າອາກາດ. 



ການປູກແຕ່ລະຄັ້ງຈະໃຊ້ເວລາ 65 ວັນ, ໝາກແຕງລາຍເຕັກ ໂນໂລຊີສູງ ສາມາດຜະລິດໄດ້ 5-6 ລະດູຕໍ່ປີ.


ລະບົບຫົດນ້ຳ ແບບອັດຕະໂນມັດ ໃນເຮືອນຕານ່າງ ທີ່ປູກ ໝາກແຕງລາຍ.

ຕົວແບບປູກໝາກແຕງລາຍດ້ວຍເຕັກໂນໂລຊີສູງ ເໝາະ ສົມກັບສະພາບອາກາດ, ທີ່ດິນຂອງບັນດາທ້ອງຖ່ິນຢູ່ ໄຕນິງ, ນຳມາ ປະສິດທິພາບດ້ານເສດຖະກິດໃຫ້ແກ່ ຊາວກະສິກອນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງ ທ້ອງຖິ່ນ. 
ນິຄົມປູກໝາກແຕງລາຍຂອງລຸງ ດວ່ານວຽດເກື່ອງ ມີເຮືອນ ອ້ອມຕານ່າງ 2 ຫຼັງ, ແຕ່ລະຫຼັງມີເນື້ອທີ່ 1.000 ຕາຕະລາງ ແມັດ, ລົງທຶນໃນເບື້ອງຕົ້ນ ເຮືອນແຕ່ລະຫຼັງ ປະມານ 400 ລ້ານດົ່ງ. ການປູກ ແລະ ບົວລະບັດໝາກແຕງລາຍ ຕາມ ມາດຕະຖານ VietGAP ມີຫຼາຍຂັ້ນຕອນຄື: ຈັດແກ້ສະ ພາບແວດລ້ອມ ພາຍໃນເຮືອນ, ກ້າເບ້ຍແນວປູກ, ຫົດນ້ຳ. ໃນນັ້ນ ການຫົດນ້ຳ ແມ່ນໃຊ້ ລະບົບນ້ຳຢອດ  ຕາມເຕັກໂນ ໂລຊີ ຂອງ ອິສຣາແອນ. ນີ້ແມ່ນລະບົບຫົດຕົ້ນໄມ້ ແບບອັດ ຕະໂນມັດ ແລະ ປະສົມຝຸ່ນ ໃຫ້ລະລາຍໃນນ້ຳຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍແຮງງານ, ພິເສດຈະຊ່ວຍຄຸ້ມຄອງປະລິມານ ຢາປ້ອງກັນສັດຕູພືດທີ່ຍັງເຫຼືອ ແລະ ຊ່ວຍເຮັດໃຫ້ຕົ້ນໄມ້ ຮັບທາດບຳລຸງຈາກຝຸ່່ນ ແລະ ນ້ຳ ໄດ້ຫຼາຍກວ່າ, ຕອບສະ ໜອງໃຫ້ແຕ່ລະໄລຍະການເຕີບໂຕຂອງຕົ້ນໄມ້ເປັນຢ່າງດີ.

ຫາກໍ່ນຳໃຊ້ໄດ້ກວ່າໜຶ່ງປີຜ່ານມາ, ຕົວແບບປູກ ໝາກແຕງ ລາຍ ດ້ວຍເຕັກໂນໂລຊີສູງ ຂອງ ລຸງ ດວ່ານວຽດເກື່ອງ ໄດ້ ຮັບຜົນສຳເລັດ ໃນເບື້ອງຕົ້ນ. ການປູກໝາກແຕງລາຍ ດ້ວຍ ເຕັກໂນໂລຊີສູງ ອາດປູກໄດ້ 5-6 ຄັ້ງຕໍ່ປີ, ເງິນລົງທຶນ ຕໍ່ຄັ້ງ ແມ່ນ 70 ລ້ານດົ່ງ. ຫຼັງຈາກໜຶ່ງປີ, ປະລິມານການຜະລິດ ໝາກແຕງລາຍບັນລຸໄດ້ 2,5-3 ໂຕນ ໃນເນື້ອທີ່ 1.000 ຕາ ຕະລາງແມັດ, ລາຄາໝາກແຕງລາຍ ຂາຍກັບຢູ່ໃນສວນ ແມ່ນ 30.000 – 35.000 ດົ່ງຕໍ່ກິໂລກຣາມ.
 
ອ້າຍ ລິງ ໃຫ້ຮູ້ວ່າ ຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆ ອອກແລ້ວ, ຄອບຄົວລາວ ຈະໄດ້ຮັບກຳໄລປະມານ 200 ລ້ານດົ່ງຕໍ່ປີ.
 
ທ່ານ ຫງວຽນແທງຟອງ, ຮອງປະທານສະມາຄົມ ຊາວກະສິ ກອນບ້ານ ນິງເຊີນ ໃຫ້ຮູ້ວ່າ ນີ້ແມ່ນຕົວແບບປູກໝາກແຕງ ລາຍດ້ວຍເຕັກໂນໂລຊີສູງ ແຫ່ງທຳອິດຂອງນະຄອນ ໄຕນິງ, ນຳມາປະສິດທິພາບດ້ານເສດຖະກິດສູງ,ໄດ້ຂະຫຍາຍອອກ ກວ້າງ ໃຫ້ແກ່ຊາວກະສິກອນຄອບຄົວຕ່າງໆ ໃນແຂວງ ອີກດ້ວຍ.
 
ປະຈຸບັນ, ໝາກແຕງລາຍເຕັກໂນໂລຊີສູງ ໄດ້ຮັບຄວາມ ນິ ຍົມຊົມຊື້ຫຼາຍຢູ່ຕະຫຼາດ ຍ້ອນມີຄຸນນະພາບດີ, ປອດໄພ ດ້ານສະບຽງອາຫານ. ພໍ່ຄ້າຊາວຂາຍຫຼາຍຄົນຢູ່ນະຄອນ ໂຮ່ຈີມິນ ໄດ້ມາບັນດານິຄົມຢູ່ ໄຕນິງ ເພື່ອເກັບຊື້ ໝາກແຕງ ລາຍ ທີ່ໄດ້ປູກຕາມເຕັກໂນໂລຊີສູງ. 

ການເກັບກ່ຽວໝາກແຕງລາຍຢູ່ນິຄົມແຫ່ງໜຶ່ງທີ່ ໄຕນິງ. 


ລາຄາໝາກແຕງລາຍ ໄດ້ຂາຍຢູ່ໃນສວນແມ່ນ 30.000 35.000 ດົ່ງຕໍ່ກິໂລກຣາມ.


ຕົວແບບປູກໝາກແຕງລາຍເຕັກໂນໂລຊີສູງ ພວມໄດ້ ຂະຫຍາຍອອກກວ້າງຢູ່ ໄຕນິງ. 


ໝາກແຕງລາຍມີລົດຊາດຫອມຫວານ, ໄດ້ຮັບການນິຍົມ ຈາກຜູ້ບໍລິໂພກ.


ປະຈຸບັນ, ຜະລິດຕະພັນໝາກແຕງລາຍ ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top