• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນ 6 ປະເທດ ອາຟະລິກາ ກ່ຽວກັບໂລກລະບາດ Ebola

      WHO ໄດ້ຍົກອອກຄຳກ່າວເຕືອນຢ່າງໜ້ອຍສຸດແມ່ນສຳລັບ 6 ປະເທດອ້ອມຂ້າງ, ໃນນັ້ນ ມີ ເຊຍຣາເລອອນ ແລະ ລີເບເຣຍ. ຕາມຂໍ້ມູນທີ່ໄດ້ອັບເດດແລ້ວ, ກີເນ ໄດ້ຢັ້ງຢືນມີຜູ້ເສຍຊີວິດ 5 ຄົນ ຍ້ອນໂລກລະບາດດັ່ງກ່າວ ແລະ ກົງໂກ ກໍຢັ້ງຢືນມີ 3 ກໍລະນີຕິດເຊື້ອໃນການແຜ່ລະບາດຄັ້ງໃໝ່ນີ້.
ການກວດກາອຸນຫະພຸມຂອງຜູ້ຖືກສົງໄສຕິດເຊື້ອໄວຣັດ Ebola ຢູ່ ກີເນ (ພາບປະກອບ:AFP/TTXVN)
      ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນ 6 ປະເທດ ອາຟະລິກາ ຄວນຕິດຕາມບັນດາກໍລະນີຖືກສົງໄສວ່າຕິດເຊື້ອໄວຣັດ Ebola ພາຍຫຼັງແຜ່ລະບາດຄັ້ງໃໝ່ຢູ່ ກີເນ ແລະ ສາທາລະນະລັດ ກົງໂກ. ກີເນ ໄດ້ປະກາດວ່າ ໂລກລະບາດ Ebola ແຜ່ລະບາດຄັ້ງໃໝ່ໃນວັນທີ 14 ກຸມພາ, ໃນຂະນະນັ້ນ, ກົງໂກ ແຈ້ງໃຫ້ຊາບວ່າ ໂລກລະບາດດັ່ງກ່າວແຜ່ລະບາດຄືນໃໝ່ຢູ່ປະເທດນີ້ໃນວັນທີ 7 ກຸມພາ. ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ ເຊິ່ງດຳເນີນໃນວັນທີ 16 ກຸມພາ ຢູ່ ເຊີແນວ, ປະເທດສະວິດ, ທ່ານນາງ Margaret Harris ໂຄສົກອົງການ WHO ໃຫ້ຮູ້ວ່າ: WHO ໄດ້ຍົກອອກຄຳກ່າວເຕືອນຢ່າງໜ້ອຍສຸດແມ່ນສຳລັບ 6 ປະເທດອ້ອມຂ້າງ, ໃນນັ້ນ ມີ ເຊຍຣາເລອອນ ແລະ ລີເບເຣຍ. ຕາມຂໍ້ມູນທີ່ໄດ້ອັບເດດແລ້ວ, ກີເນ ໄດ້ຢັ້ງຢືນມີຜູ້ເສຍຊີວິດ 5 ຄົນ ຍ້ອນໂລກລະບາດດັ່ງກ່າວ ແລະ ກົງໂກ ກໍຢັ້ງຢືນມີ 3 ກໍລະນີຕິດເຊື້ອໃນການແຜ່ລະບາດຄັ້ງໃໝ່ນີ້.
        ໃນສະພາບການທີ່ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ - 19, ເບິ່ງຄືວ່າ ໂລກລະບາດ Ebola ໄດ້ແຜ່ລະບາດຢູ່ ອາຟະລິກາຕາເວັນຕົກອີກຄັ້ງໃໝ່. ເຖິງຢ່າງໃດກໍຕາມ, ລັດຖະບານບັນດາປະເທດ ແລະ ອົງການ WHO ຖືວ່າ ພາກພື້ນນີ້ ໄດ້ມີການກະກຽມໄດ້ເປັນຢ່າງດີກວ່າ ເມື່ອທຽບໃສ່ໄລຍະ 5 ປີ ກ່ອນນີ້, ພິເສດແມ່ນຍ້ອນຄວາມກ້າວໜ້າໃນວຽກງານສັກວັກຊີນກັນພະຍາດ ໂດຍເຊື້ອໄວຣັດ Ebola ກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top