• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VNA ແລະ KPL ວາງສະແດງຮູບພາບທີ່ລຳ້ຄ່າກ່ຽວກັບ ສາຍພົວພັນ ຫວຽດນາມ-ລາວ

ຕອນເຊົ້າວັນທີ 6 ທັນວາ 2017, ທີ່ຫໍວັດທະນະທຳແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ສຳນັກຂ່າວສານ ຫວຽດນາມ (VNA) ສົມທົບກັບ ສຳນັກຂ່າວສານປະເທດ ລາວ (KPL) ຈັດຕັງພິທີໄຂງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ -ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017) ແລະ ຕ້ອນຮັບປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ 2017. 
ງານວາງສະແດງລວມມີຮູບຖ່າຍທີ່ຊົງຄຸນຄ່າສີ ແລະ ຂາວດຳກວ່າ 100 ໃບໂດຍບັນດານັກຂ່າວ VNA ຖ່າຍໄວ້, ໃນນັ້ນ ມີຮູບຖ່າຍປະທານ ໂຮ່ຈີມິນ ໃນການພົບປະ, ໂອ້ລົມ ສົນທະນາກັບປະທານ ສຸພານຸວົງ ຢູ່ເຂດຕໍ່ຕ້ານ ວຽດບັກ, ພາບຖ່າຍປະທານ ໂຮ່ຈີມິນ ພົບປະກັບເລຂາທິການໃຫຍ່ ໄກສອນ ພົມວິຫານ ຢູ່ ຮ່າໂນ້ຍ ເມື່ອປີ 1966.
ພາບລວມໃນພິທີໄຂງານວາງສະແດງ. (ພາບ: ຟ້າມກຽນ/VNA)
 
ທ່ານ ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ (ເບື້ອງຂວາ) ພ້ອມກັບແຂກຜູ້ມີກຽດ ເຂົ້າຢ້ຽມຊົມງານວາງສະແດງ. (ພາບ: ຟ້າມກຽນ/VNA)
ກ່າວປາໄສໃນພິທີໄຂງານວາງສະແດງ, ທ່ານ ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ເນັ້ນໜັກວ່າ ປີ 2017 ມີຄວາມໝາຍພິເສດສຳລັບສາຍພົວພັນ ຫວຽດນາມ-ລາວ ເມື່ອສອງປະເທດໄດ້ຈັດຕັ້ງຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 55 ປີແຫ່ງ ວັນສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017).
ເປັນສອງສຳນັກຂ່າສານຂອງ ຫວຽດນາມ ແລະ ລາວ, ດ້ວຍຄວາມປາດຖະໜາຈະໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ 2017,  VNA ສົມທົບກັບ KPL ຈັດຕັງງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ -ລາວໜັກແໜ້ນ, ຍືນຍົງກວ່າ ພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເພື່ອນຳມາໃຫ້ພະນັກງານ, ປະຊາຊົນ ລາວ ແລະ ເພື່ອນມິດສາກົນ ທີ່ວຽງຈັນ ບັນດາຮູບພາບທີ່ສວຍງາມ, ບັນດາຮູບພາຍທີ່ສ່ອງແສງຢ່າງຮອບດ້ານ ສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ. 
ທ່ານ ​ສະຫວັນ​ຄອນ ລາຊະ​ມຸນຕີ ​  ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫຼງຂ່າວ, ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ໄດ້​​ເນັ້ນໜັກວ່າ: ງານ​ວາງສະ​ແດງ​ຮູບພາບ ​ໃນ​ຄັ້ງນີ້, ສະ​ແດງ​ໃຫ້​ເຫັນ​ເຖິງ​ໝາກຜົນ ​ແລະ ​ໄຊ​ຊະ​ນະ​ແຫ່ງ​ການ​ພົວພັນ​ຮ່ວມ​ມື ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດລາວ-ຫວຽດນາມ, ທັງ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງສາຍ​ພົວພັນ​ຮ່ວມ​ມື​ຢ່າງ ​ສະໜິດ​​ແໜ້ນ ລະຫວ່າງ ສຳນັກຂ່າວສານ​ປະເທດລາວລາວ ​ແລະ ສຳນັກຂ່າວສານຫວຽດນາມ ທີ່​ມີ​ມາ​ແຕ່​ດົນ​ນານ. 
ຢ່າງ​ໃດ້ກໍຕາມ, ສຳນັກ​ຂ່າວສານ​ຫວຽດນາມ ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຢູ່​ຄຽງ​ບ່າ​ຄຽງ​ໄຫຼ່ ກັບ​ຂ່າວສານ​ປະ​ເທດລາວ ມາ​​ໂດຍຕະຫຼອດ, ​ເຊິ່ງການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນດັ່ງກ່າວ, ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ເພື່ອ​ກະຕຸກ​ຊຸກຍູ້​ ໃຫ້​ວຽກ​ງານ​ຂ່າວສານ ​ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ແລະ ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ ຂອງ​ສອງ​ປະ​ເທດລາວ-ຫວຽດນາມ ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫລອດ​ກາລະ​ນານ. 
ຫຼັງຈາກງານວາງສະແດງອັດລົງເມື່ອວັນທີ 9 ທັນວາ, ຮູບພາບ ທັງໝົດນີ້ ຈະໄດ້ VNA ມອບໃຫ້ KPL ເພື່ອເຮັດເປັນຂໍ້ມູນເອກະສານຮັບໃຊ້ໃຫ້ແກ່ວຽກງານເຜີຍແຜ່ໂຄສະນາກ່ຽວກັບສາພົວພັນພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ປະຕິບັດ: VNA/VNP

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top