• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VinFast - ຄວາມສຸພາບຮຽບຮ້ອຍມາຈາກຫວຽດນາມ

ການອອກແບບໃໝ່ອ່ຽມ, ສ້າງຄວາມປະທັບໃຈ, ທັນສະໄໝ. ນັ້ນແມ່ນບັນດາຂໍ້ສັງເກດລວມຂອງບັນດາຜູ້ຊົມທຳອິດ ແລະ ກໍ່ແມ່ນບັນດານັກຊ່ຽວຊານໃນຂົງເຂດລົດໂອໂຕ ຕໍ່ລົດໂອໂຕ 2 ແບບຄື ລຸ່ນ Sedan ແລະ ລຸ່ນ SUV ຂອງ VinFast, ເປັນຄັ້ງທຳອິດທີ່ໄດ້ເປີດຕົວຕໍ່ມວນຊົນໃນຂອບເຂດງານວາງສະແດງລົດໂອໂຕສາກົນປາຣີ 2018.
ລົດໂອໂຕ 2 ລຸ່ນທຳອິດຂອງ VinFast ມາຈາກຫວຽດນາມ
(ພາບ: BBC)
      ທີ່ງານວາງສະແດງລົດໂອໂຕຄັ້ງທີ 120 ຢູ່ປາຣີ, ເປີດປະຕູແຕ່ວັນທີ 04 – 10 ຕຸລາ, ຍາກທີ່ຈະມີລົດໂອໂຕຍີ່ຫໍ້ໃໝ່. ສະນັ້ນ, ລົດໂອໂຕ 2 ລຸ່ນທຳອິດຂອງ VinFast ມາຈາກຫວຽດນາມ,ໂດດເດັ່ນດ້ວຍຄວາມງົດງາມ, ເຮັດໃຫ້ຜູ້ຊົມຢາກຊອກຮູ້ ແລະ ສ້າງຄວາມແປກປະຫຼາດຢ່າງໃຫຍ່ນັບທັງບັນດານັກຜະລິດລາຍໃຫຍ່.
      ທ່ານນາງ ເລທິທູຖຸຍ, ຮອງປະທານກຸ່ມບໍລິສັດ Vingroup ຢືນຢັນວ່າ: “ນັບແຕ່ເວລານີ້ໄປ, ຫວຽດນາມ ໄດ້ມີຊື່ໃນແຜນທີ່ອຸດສາຫະກຳລົດໂອໂຕໃນໂລກຢ່າງເປັນທາງການ”. ທ່ານນາງມີຄວາມເຊື່ອໝັ້ນຕໍ່ກຳລັງຄວາມສາມາດໃນການຜະລິດ, ຄາດວ່າໂຮງງານ VinFast ຈະຜະລິດລົດໂອໂຕ 250.000 ຄັນ/ປີ. ທ່ານນາງ ເລທິທູຖຸຍ ກໍ່ເນັ້ນໜັກວ່າ, VinFast ປາດຖະໜາຢາກສະໜອງໃຫ້ຜູ້ບໍລິໂພກລົດໂອໂອທີ່ທັນສະໄໝ ແລະ ດ້ວຍລາຄາເໝາະສົມ.
      
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top