• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF ຮຽກ​ຮ້ອງ G7 ແລະ EU ແບ່ງ​ປັນ​ວັກ​ຊິນ​​ໃຫ້​ແກ່​ບັນ​ດາ​ປະ​ເທດທຸກ​ຍາກໂດຍ​ດ່ວນ

ກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU) ມີຄວາມສາມາດອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ 150 ລ້ານໂດສ ໃຫ້ແກ່ບັນດາປະເທດທີ່ພວມຂາດແຄນວັກຊິນກັນພະຍາດດັ່ງກ່າວ ໂດຍບໍ່ສົ່ງຜົນກະທົບຕໍ່ເປົ້າໝາຍສັກວັກຊິນຂອງຕົນ.
ວັກຊິນກັນພະຍາດໂຄວິດ - 19 Astra Zeneca (ພາບ: PAP/TTXVN)

ວັນທີ 17 ພຶດສະພາ, ກອງທຶນເພື່ອເດັກ ແຫ່ງ ສປຊ (UNICEF) ໃຫ້ຮູ້ວ່າ ກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU) ມີຄວາມສາມາດອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ 150 ລ້ານໂດສ ໃຫ້ແກ່ບັນດາປະເທດທີ່ພວມຂາດແຄນວັກຊິນກັນພະຍາດດັ່ງກ່າວ ໂດຍບໍ່ສົ່ງຜົນກະທົບຕໍ່ເປົ້າໝາຍສັກວັກຊິນຂອງຕົນ. ທ່ານຜູ້ອໍານວຍການໃຫຍ່ UNICEF Henrietta Fore ຊີ້ແຈ້ງວ່າ ບັນດາປະເທດ G7 ແລະ EU ສາມາດປະຕິບັດວຽກງານນີ້ ໃນຂະນະທີ່ຍັງຄົງປະຕິບັດສຳເລັດຄຳໝັ້ນສັນຍາສັກວັກຊິນໃຫ້ແກ່ພົນລະເມືອງຂອງປະເທດຕົນໄດ້.

        UNICEF ຮຽກຮ້ອງໃຫ້ບັນດາປະເທດ G7 ແລະ EU ຄວນຍູ້ໄວການແບ່ງປັນວັກຊິນໂດຍດ່ວນ ຈົນຮອດເວລາບັນລຸໄດ້ຮູບແບບຜະລິດວັກຊິນແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top