• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Toba Mika ແລະ ຂອງຂວັນມອບໃຫ້ແກ່ APEC 2017

ດ້ວຍເຕັກນິກການຍ້ອມສີ katazome ທີ່ມີປະຫວັດຄວາມເປັນມາ ກວ່າ 1.000 ປີຂອງຊາວ ຍີ່ປຸ່ນ ພ້ອມກັບນຳ້ໃຈທີ່ມອບໃຫ້ແກ່ ຫວຽດນາມ ແບບພິເສດ, ນັກແຕ້ມຍິງຄົນ ຍີ່ປຸນ Toba Mika ໄດ້ ນຳມາງານວາງສະແດງ ຢູ່ດ່າໜັງ ພາຍໃຕ້ຫົວຂໍ້ “ຫວຽດນາມ ຫຍໍ້ ສ່ວນ”. ງານວາງ ສະ ແດງດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນ ຜົນ ສຳເລັດ ຂອງການປະດິດ ສ້າງກ່ຽວກັບ ຫວຽດນາມ ໃນເວລາກວ່າ 20 ປີ ເທົ່ານັ້ນ, ຫາກ ຍັງແມ່ນຂອງຂວັນທີ່ເຕັມໄປດ້ວຍນຳ້ໃຈ ເຊິ່ງ ເພິ່ມໄດ້ມອບ ໃຫ້ແກ່ ດ່າໜັງ ເນື່ອງໃນໂອກາດ APEC 2017. 
ງາງວາງສະແດງໄດ້ຈັດຂຶ້ນທີ່ຫໍພິພິທະພັນ ແກະສະຫຼັກຈຳ ດ່າໜັງ ແຕ່ວັນທີ 20 ຕຸລາ ຫາ ວັນທີ 12 ພະຈິກ 2017. ທີ່ງານວາງສະແດງຄັ້ງນີ້, ນັກແຕ້ມ Toba Mika  ໄດ້ເອົາມາ ແນະນຳຕໍ່ທ່ານຜູ້ຊົມ ບັນ ດາຜົນງານການປະດິດແຕ່ງ 20/120 ພາບແຕ້ມ ດີເດັ່ນທີສຸດເຊິ່ງ ເພິ່ນໄດ້ແຕ້ມກ່ຽວກັບ ຫວຽດນາມ ໃນຕະຫຼອດເວລາກວ່າ 20 ປີ ຜ່ານມາ. ງານວາງສະແດງໄດ້ຈັດຂຶ້ນຕາມຮູບແບບສິລະປະ ການ ຈັດວາງ,ພາບແຕ້ມຫຼາຍແຜ່ນໄດ້ພິມດ້ວຍຂະໜາດໃຫຍ່ ຕາມເຕັກ ນິກການພິມທີ່ທັນສະໄໝຂອງ ຍີ່ປຸ່ນ.


ເປັນເວລາ 20 ກວ່າປີ ຜ່ານມາ, ສາດສະດາຈານ, ນັກແຕ້ມຍິງ Toba Mika ໄດ້ແຕ້ມພາບກ່ຽວກັບ ຫວຽດນາມ
ດ້ວຍເຕັກນິກ
katazome ຂອງ ຍີ່ປຸ່ນ. ພາບ: ແທງຮວ່າ



ພິທີໄຂງານສາງສະແດງ “ຫວຽດນາມ ຫຍໍ້ສ່ວນ” ທີ່ພໍພິພິທະພັນ ແກະສະຫຼັກຈຳ ດ່າໜັງ. ພາບ: ແທງຮວ່າ


ບັນດາຜົນງານການປະດິດແຕ່ງກ່ຽວກັບ ຫວຽດນາມ ຂອງທ່ານນາງ
Toba Mika ມີຄວາມຈັບໃຈເປັນພິເສດ  ສຳລັບຜູ້ທີ່ມີຄວາມຮັກ
ມັກກັບສິລະປະການແຕ້ມຮູບ. ພາບ: ແທງຮວ່າ



ນັກແຕ້ມຍິງ Toba Mika  ແນະນຳຜົນງານການປະດິດແຕ່ງຂອງຕົນຕໍ່ທ່ານ ຫງວຽນຫງອກຕວັນ
(ເສື້ອສີຂາວ), ຮອງປະທານນ ຄະ ກຳມະການປະຊາຊົນ ນະຄອນ ດ່າໜັງ ແລະ ທ່ານ
Kawaue Junichi
(ຊຸດແວດ) ຫົວໜ້າກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ. ພາບ: ແທງຮວ່າ



ທ່ານນາງ Toba Mika ກັບທ່ານ ຫງວຽນຫງອກຕວັນ ແລະ ທ່ານ Kawaue Junichi
ຖ່າຍຮູບຮ່ວມກັນ.  ພາບ: ແທງຮວ່າ

ເຖິງວ່າງານວາງສະແດງເປັນການ “ຫຍໍ້ສ່ວນ” ຕາມຄຳເວົ້າຂອງນັກແຕ້ມຍິງ Toba Mika, ແຕ່ບັນດາຜູ້ຊົມ ຍັງເບິ່ງເຫັນ ຫຼາຍ ສິ່ງ ຫຼາຍຢ່າງກ່ຽວກັບຊີວິດການເປັນຢູ່ ແລະ ທັດສະນີຍະພາບທີ່ ສວຍ ສົດງົດງາມຂອງປະເທດ, ບຸກຄົນ ຫວຽດນາມ ຢ່າງຄົບຖ້ວນ. ໃນ ພາບແຕ້ມຂອງ Toba Mika, ຜູ້ຊົມຈະພົບເຫັນຫຼາຍຮູບພາບທັງ ຊິນເຄີຍທັງແປກໃໝ່ຄື: ຄຸ້ມບ້ານຂອງຊາວປະມົງຢູ່ ດ່າໜັງ,ສີແດງ ເຫຼື້ອມຂອງທາດບູຮານຢູ່ດິນແດນທີ່ສັກສິດ ໝີ໊ເຊີນ, ສີເຫຼືອງ ເຫຼື້ອມ ຂອງຝາກຳແພງຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອານ, ສີຂຽວອ່ອນ ຂອງ ເຫວ້, ເຂດເຮືອນຢູ່ແບບຊົ່ວຄາວທີ່ແຄມແມ່ນຳ້ ຫຼື ສາຍກາບໄຟ ຟ້າ ຢູ່ໄຊງ່ອນ ແລະ ເສັ້ນທາງລົດໄຟໃນຮ່ອມບ້ານຢູ່ຮ່າໂນ້ຍ ອີກດ້ວຍ.
 
ຈຸດພິເສດແມ່ນບັນດາຜົນງານການປະດິດແຕ່ງດັ່ງກ່າວ ຊຶ່ງນັກແຕ້ມ Toba Mika ສະແດງອອກມາດ້ວຍເຕັກນິກ katazome, ເຕັກນິກການຍ້ອມສີມູນເຊື້ອຂອງຊາວ ຍີ່ປຸ່ນ. ເພາະສະນັ້ນ ພາບແຕ້ມຂອງ ເພິ່ນບໍ່ພຽງແຕ່ມີຄຸນຄ່າທາງດ້ານສິລະປະເທ່ົນນັ້ນ, ຫາກຍັງໄດ້ ວົງ ການສິລະປະ ຍີ່ປຸ່ນ ຕີລາຄາສູງທາງດ້ານເຕັກນິກ, ເພາະວ່າ ນີ້ແມ່ນ ເຕັກນິກການແຕ້ມພາບໜຶ່ງທີ່ສັບສົນຫຍຸ້ງຍາກ, ປະຈຸບັນ ຢູ່ ຍີ່ປຸ່ນ ບໍ່ ມີຫຼາຍຄົນສາມາດປະຕິບັດໄດ້.

ທ່ານ Shimizu Yasutomo, ນັກວິຈານສິລະປະກຳທີ່ມີຊື່ສຽງຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ katazome ເປັນເຕັກນິກການແຕ້ມພາບໜຶ່ງ ທີ່ສັບ ສົນຫຍຸ້ງຍາກ, ຮຽກຮ້ອງໃຫ້ມີຫຼາຍຄົນພ້ອມກັນເຮັດ, ແຕ່ສຳລັບນັກ ແຕ້ມ Toba Mika, ບັນດາຜົນງານການປະດິດແຕ່ງ ທີ່ໄດ້ນຳ ມາ ວາງສະແດງຢູ່ ຫວຽດນາມ ຄັ້ງນີ້ ແມ່ນເພິ່ນເຮັດຜູ້ດຽວ.
 
ທ່ານ Umeda Kunio, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ຍີ່ປຸນ ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ ສັບປະດາຂັ້ນ ສູງ APEC 2017 ທີ່ໄຂຂຶ້ນຢູ່ ດ່າໜັງ ແມ່ນເຫດການໜຶ່ງ ສຸດທີ່ ສຳ ຄັນ. ທ່ານ Umeda Kunio ຫວັງວ່າ ເນື່ອງໃນກອງປະຊຸມຂັ້ນສູງ APEC ຄັ້ງນີ້, ນັກທ່ອງທ່ຽວຫຼາຍຄົນທີ່ມາຈາກຫຼາຍປະເທດໃນ ໂລກ ຈະມີໂອກາດໄດ້ເຫັນການປ່ຽນແປງຂອງ ຫວຽດນາມ ທີ່ໄດ້ ສ່ອງແສງຜ່ານ ບັນດາຜົນງານການປະດິດແຕ່ງຂອງນັກແຕ້ມຍິງ Toba Mika.

ຜົນງານການປະດິດແຕ່ງ “ພາຍຫຼັງຝົນຕົກ” (After the rain) ໄດ້ແຕ້ມກ່ຽວກັບຄອງເໝືອງຢູ່ ໄຊງ່ອນ.
ພາບ: ແທງຮວ່າ



ຜົນງານການປະດິດແຕ່ງ “ແສງເຫຼື້ອມແວວວັບຂອງຄວາມຮ້ອນ” (The shimmer of the heated air)
ສາຍທາງລົດໄຟ ສາຍໜຶ່ງ ແລ່ນຂ້າມຜ່ານບັນດາຮ່ອມບ້ານຢູ່ ຮ່າໂນ້ຍ. ພາບ: ແທງຮວ່າ



ຜົນງານການປະດິດແຕ່ງ “ຟ້າຄະນອງ” (Monsoon) ໄດ້ພັນລະນາ ເຖິງຄວາມກົງກັນຂ້າມລະຫວ່າງຄຸ້ມບ້ານຂອງຄົນ ທຸກຍາກ ແລະ ເຂດເຮືອນຫຼາຍຊັ້ນຢູ່ແຄມແມ່ນຳ້ ໄຊງ່ອນ. ພາບ: ແທງຮວ່າ


ຜົນງານການປະດິດແຕ່ງ “ເຫວ້-ຍາມເຊົ້າ” (Early morning-Hue). ພາບ: ແທງຮວ່າ


ຜົນງານການປະດິດແຕ່ງ “ໜ້າອື່ນຂອງຜ້າພັນຄໍ” (The other side of the scraf) ໄດ້ແຕ້ມກ່ຽວກັບເຂດເຮືອນຢູ່ແບບຊົ່ວຄາວຢູ່ແຄມຄອງເໝືອງຂອງ ໄຊງ່ອນ ໃນສະໄໝກ່ອນ. ພາບ: ແທງຮວ່າ


ຜົນງານການປະດິດແຕ່ງ “ຖະໜົນເກົ່າ ໂຮ້ຍອານ” ດ້ວຍຮູບພາບ ທີ່ເຫຼືອງເຫຼື້ອມຂອງຝາກຳແພງຢູ່ຖະໜົນເກົ່າ ໂຮ້ຍອານ. ນີ້ແມ່ນຜົນງານການປະດິດແຕ່ງໜຶ່ງດຽວທີ່ແຕ້ມກ່ຽວກັບ ຫວຽດນາມ ມີ ເງົາຂອງຄົນ,
ຕາມນັກແຕ້ມຍິງ
Toba Mika ໃຫ້ຮູ້ວ່າ ນັ້ນ ແມ່ນ ເງົາຂອງລາວເອງ. ພາບ: ແທງຮວ່າ



ຜົນງານການປະດິດແຕ່ງ “ໝີ໊ເຊີນແຜ່ຄວາມຮ້ອນ” (My Son Heated ruins) ແຕ້ມກ່ຽວກັບພະທາດບູຮານ
ຢູ່ເຂດດິນແດນທີ່
ສັກສິດ ໝີ໊ເຊີນ. ພາບ: ແທງຮວ່າ



ຜົນງານການປະດິດແຕ່ງ “ລາຈາກ ດ່າໜັງ” (Leaving Da Nang) ໄດ້ແຕ້ມກ່ຽວກັບໝູ່ບ້ານຊາວປະມົງ
ແຫ່ງໜຶ່ງຢູ່ແຄມທະເລ ດ່າໜັງ. ພາບ: ແທງຮວ່າ


 

ນັກແຕ້ມ Toba Mika ເປັນສາດສະດາຈານຂະແໜງວິຊາຈິດຕະ ກຳ ຂອງມະຫາວິທະຍາໄລ ສິລະປະ ໂຕກຽວ. ເພິ່ນມາ ຫວຽດນາມ ເທ່ືອທຳອິດເມືອປີ 1994 ແລະ ມາເຖິງປະຈຸບັນ ເພິ່ນເຄີຍຈັດງານ ວາງສະແດງຢູ່ຫວຽດນາມ 5 ຄັ້ງ. ປີ 2005, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະດັບຫຼຽນກາ ໃນພາ ລະກິດ ວັດທະນະທຳ. ປີ 2012, ລັດຖະມົນ ຕີກະຊວງການຕ່າງປະ ເທດ ຍີ່ປຸ່ນ ໄດ້ປະດັບຫຼຽນກາ ຊົມເຊີຍເພື່ອການເຄື່ອນໄຫວດ້ານ ວັດທະ ນະທຳໃນການຊຸກຍູ້ ການພົວພັນ ມິດຕະພາບລະຫວ່າງສອງ ປະ ເທດ ຫວຽດນາມ-ຍີ່ປຸ່ນ. 


ບົດ ແລະ ພາບ: ແທງຮວ່າ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top