• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝູ່ບ້ານບູຮານ ຮຸ່ງໂລ - ແຫ່ງເກັບຮັກສາຈຸດວັດທະນະທຳພື້ນເມືອງ ຕິດພັນກັບການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ

ບົນເສັ້ນທາງກັບສູ່ດິນແດນແຫ່ງບັນພະບູລຸດ ຮຸ່ງເວືອງ, ປະຊາຊົນ ແລະ ແຂກທ່ອງທ່ຽວເຄີຍລົງຢາມໝູ່ບ້ານ ຮຸ່ງໂລ ເຊິ່ງແມ່ນໝູ່ບ້ານບູຮານ ເຊິ່ງມີອາຍຸກວ່າ 300 ປີ ຖືກຕັ້ງຢູ່ແຄມແມ່ນ້ຳ ໂລ. ແຫ່ງນີ້ຍັງແມ່ນກຸ່ມປູຊະນີຍະສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳມາແຕ່ດົນນານ ຕິດພັນກັບບັນດາເທບນິຍາຍທີ່ມາຈາກສະໄໝລາດຊະວົງ ຮຸ່ງ ກໍ່ຄືການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ, ສິລະປະ ຂັບຊວານ ບູຮານ
ແຂກທ່ອງທ່ຽວຕ່າງປະເທດມາຢ້ຽມຊົມສາລາ ຮຸ່ງໂລ

ນັບແຕ່ສະໄໝເຈົ້າຊີວິດ ຮຸ່ງ ແຕ່ສະຕະວັດທີ VIII ຫາສະຕະວັດທີ II ກ່ອນ ຄສ, ໝູ່ບ້ານ ຮຸ່ງໂລ ຍັງມີຊື່ເອີ້ນວ່າ ຈ່າງຂາຫຼາມ ແມ່ນໜຶ່ງໃນບັນດາເຂດດິນທີ່ອຸດດົມຮັ່ງມີຕັ້ງຢູ່ແຄມແມ່ນ້ຳໂລ ຂຶ້ນກັບເມືອງຫຼວງຂອງລັດວັນລາງ. ຢູ່ແຫ່ງນີ້ຍັງເຂັ້ມຂົ້ນໄປດ້ວຍຄວາມເປັນເອກະລັກຂອງໝູ່ບ້ານເຂດບ້ານນາ ໃນນັ້ນພົ້ນເດັ່ນຂຶ້ນແມ່ນສາລາ ຮຸ່ງໂລ. ລຸງ ຫງວຽນວັນຕ່ອງ ຜູ້ຮັກສາເວນຍາມຢູ່ສາລາ ຮຸ່ງໂລ ໃຫ້ຮູ້ວ່າ:

“ຫໍບູຊາ ຮຸ່ງໂລ ແມ່ນບູຊາເຈົ້າຊີວິດ ຮຸ່ງ, ຢູ່ແຫ່ງນີ້ແມ່ນກຸ່ມຫໍໂຮງບູຊາ ແລະ ໃນແຕ່ລະປີກໍ່ໄດ້ຈັດພິທີໄຫວ້ບູຊາເທວະດາກະສິກຳ ເພື່ອພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ ຊາວບ້ານອີ່ມໜຳສຳລານ. ວິຫານ ຮຸ່ງໂລ ກໍ່ໄດ້ຮັບພະລາຊະດຳລັດ 11 ສະບັບ ໃນສະໄໝເຈົ້າຊີວິດຕ່າງໆຄື ກວາງຈຸງ, ຢາລອງ, ຕຶ້ດຶກ…  ປັດຈຸບັນຍັງຄົງຮັກສາໄວ້ເໝືອນເດີມ ເພື່ອຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານ”.

   ຜ່ານໄລຍະປະຫວັດສາດນັບຮ້ອຍປີ, ຢູ່ແຫ່ງນີ້ຍັງສາມາດອະນຸລັກຮັກສາສະຖາປັດຕະນະກຳບູຮານໄວ້ເໝືອນເດີມ ແລະ ໄດ້ຮັບການຮັບຮອງແມ່ນບູຊະນີຍະສະຖານປະຫວັດສາດໃນປີ 1990. ມາແຫ່ງນີ້ແຂກທ່ອງທ່ຽວຈະຮູ້ສຶກໄດ້ເຖິງຄວາມເກົ່າແກ່ ແລະ ຂີດໝາຍວັນເວລາຜ່ານຄວາມເກົ່າແກ່ຢູ່ປະຕູໂຂງສາລາ, ລວດລາຍປະດັບປະດາ, ຫຼັງຄາເຮັດດ້ວຍດິນຂໍ ພິເສດຢູ່ແຫ່ງນີ້ຍັງເກັບຮັກສາລະບົບເຄື່ອງບູຊາຮັບໃຊ້ບັນດາພິທີໄຫວ້ບູຊາຢ່າງຄົບຖ້ວນທີ່ສຸດ ນາງ ຫຼາທິຮົ່ງທຸ່ຍ ພະນັກງານວັດທະນະທຳຕາແສງ ຮຸ່ງໂລ ນະຄອນ ຫວຽດຈີ່ ແຂວງ ຝູເຖາະ ໃຫ້ຮູ້ວ່າ:

“ສາລາ ຮຸ່ງໂລ ຖືກອຸປະມາດັ່ງຫໍພິພິທະພັນຮັດແຄບ. ຢູ່ແຫ່ງນີ້ກໍຮັກສາບັນດາເຄື່ອງບູຮານຂອງປະເສີດ ໃນນັ້ນຕ້ອງເວົ້າເຖິງວໍ 5 ໜ່ວຍຖືກທາສີແດງຟອກຄຳປິວທີ່ສວຍງາມ. ວໍເຫຼົ່ານີ້ຖືກນຳໃຊ້ໃນພິທີແຫ່ໃນໂອກາດວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ເມື່ອວັນທີ 10 ເດືອນ 3 ກໍ່ຄືງານບຸນໝູ່ບ້ານ ຮຸ້ງໂລ”.

ສາລາ ຮຸ່ງໂລ ທັງແມ່ນສະຖານທີ່ຕິດພັນກັບການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ພ້ອມທັງແມ່ນສະຖານທີ່ຈັດຕັ້ງການເຄື່ອນໄຫວວັດທະນະທຳງານບຸນ, ການສະແດງສິລະປະ ຂັບຊວານ ເຊິ່ງແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກຢູ່ດິນແດນແຫ່ງບັນພະບູລຸດ ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.

     ນາງ ຟຸ່ງທິຮວາເລ ຫົວໜ້າຫ້ອງການຄຸ້ມຄອງການທ່ອງທ່ຽວ ສັງກັດພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຝູເຖາະ ໃຫ້ຮູ້ວ່າ:

“ເມື່ອມາຢາມໝູ່ບ້ານບູຮານ ຮຸ່ງໂລ ແຂກທ່ອງທ່ຽວຈະໄດ້ມີໂອກາດເຂົ້າທັດສະນະສຶກສາ ແລະ ຮັບຊົມລາຍການສະແດງສິລະປະ ຂັບຊວານ ເພື່ອສາມາດເຂົ້າໃຈຈຸດວັດທະນະທຳທີ່ມີຕົ້ນກຳເນີດມາຈາກສະໄໝລາດຊະວົງ ຮຸ່ງ”.

ນອກຈາກສາລາບູຮານທີ່ມີອາຍຸກວ່າ 300 ປີແລ້ວ, ໝູ່ບ້ານ ຮຸ່ງໂລ ຍັງມີເຮືອນບູຮານ 50 ຫຼັງ ທີມີອາຍຸນັບຮ້ອຍ ປີ ແລະ ເຂັ້ມຂົ້ນໄປດ້ວຍສີສັນສະຖາປັດຕະຍະກຳຂອງພື້ນຖານວັດທະນະທຳກະສິກຳເຂົ້ານາທາມ. ທ່ານ ຫຼ້າຕ໊ຽນບອງ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮຸ່ງໂລ ໃຫ້ຮູ້ວ່າ:

“ທາງຕາແສງກໍ່ໂຄສະນາຂົນຂວາຍປະຊາຊົນຮັກສາຄວາມເປັນເອກະລັກ. ພ້ອມກັບການຮັກສາ ແລະ ເສີມຂະຫຍາຍໝູ່ບ້ານອາຊີບເພື່ອພັດທະນາເສດຖະກິດໃນປັດຈຸບັນ, ທາງຕາແສງກໍ່ພວມຮັກສາ ແລະ ອະນຸລັກບັນດາເຮືອນບູຮານເປັນຢ່າງດີທີ່ສຸດ”.

ຮຸ່ງໂລ ບໍ່ພຽງແຕ່ແມ່ນໝູ່ບ້ານເຂດບ້ານນາທີ່ສະຫງົບສຸກຢູ່ ຫວຽດນາມ ເທົ່ານັ້ນ ຢູ່ແຫ່ງນີ້ຍັງເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳສະໄໝລາດຊະວົງ ຮຸ່ງ. ທັງໝົດເຫຼົ່ານັ້ນຍັງຄົງໄດ້ຮັບການຮັກສາ ແລະອະນຸລັກຈາກປະຊາຊົນຜ່ານການເວລາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top