ວັນທີ 1 ມີນາ, ເວັບໄຊຂອງໜັງສືພິມ Nikkei Asia ໄດ້ລົງບົດຂຽນ “ຍ່າງຫຼິ້ນຢູ່ຮ່າໂນ້ຍ: ເຊີດຊູຄວາມສະເໜ່ຂອງນະຄອນ, ອາຫານການກິນຖະໜົນຫົນທາງ ແລະ ເຂດມໍລະດົກຈາກອະດີດຕະການ” ຂອງຜູ້ຂຽນ Zinara Rathnayake. ບົດຂຽນພັນລະນາການດຳລົງຊີວິດທີ່ຄຶກຄື້ນ ແລະ ລາຍລະອຽດບັນດາ ຄວາມສະເໜ່” ຂອງນະຄອນຮ່າໂນ້ຍ, ແຕ່ເຂດຖະໜົນເກົ່າທີ່ຄຶກຄື້ນມ່ວນຊືນ, ອາຫານການກິນທີ່ດຶງດູດໃຈ, ວັດທະນະທຳກາເຟ, ປະຫວັດສາດທີ່ອົງອາດກ້າຫານຂອງນະຄອນ ຕະຫລອດຮອດໄວໜຸ່ນທີ່ມີຄວາມຂະຫຍັນຂັນເຄື່ອນພວມມານະພະຍາຍາມປະກອບສ່ວນໃຫ້ແກ່ນະຄອນ.
ບົດຂຽນ ໃຫ້ຮູ້ວ່າ ອາຫານການກິນແມ່ນ ຄວາມສະເໜ່ທີ່ຂາດບໍ່ໄດ້ຂອງຮ່າໂນ້ຍ, ດ້ວຍເຍື່ອງອາຫານຕ່າງໆຄື: ເຝີ, ບັ້ນແຊ່ວ, ເຂົ້າປູ້ນຊີ້ນປິ້ງ, ເຂົ້າຈີ, ບັ້ນຄຸກ…ຜູ້ຂຽນໃຫ້ຄຳຄິດເຫັນກ່ຽວກັບອາຫານຫວຽດນາມແມ່ນ “ມີຄວາມດຸ່ນດ່ຽງລະຫວ່າງບັນດາລົດຊາດຄື: ຫວານ, ເຄັມ, ຂົມ, ສົ້ມ ແລະ ເພັດ”ແລະ ຍ້ອນວ່າຢາກແນະນຳອາຫານຫວຽດນາມ ດັ່ງນັ້ນ ຜູ້ຂຽນໄດ້ປະຕິບັດການໄປທ່ຽວນີ້. ມ້ວນທ້າຍບົດຂຽນ ດ້ວຍຄຳແນະນຳ 10 ສິ່ງຄວນເຮັດທີ່ສຸດເມື່ອມາຮ່າໂນ້ຍ, ໃນນັ້ນ ມີການແນະນຳບັນດາສະຖານທີ່ທ່ອງທ່ຽວ ແລະ ແຂກທ່ອງທ່ຽວຄວນຊິມເຍື່ອງອາຫານຕ່າງໆຂອງຮ່າໂນ້ຍ.