• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ໄສ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

"ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ."
  ນາງ ຫງວຽນຮວ່າອານ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ຫວຽດນາມ (ພາບ: VOV)  

“ພວກຂ້າພະເຈົ້າຂໍຂານອາໄສຂຽນຕໍ່ໜ້າປະຫວັດສາດໃໝ່ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ນັ້ນແມ່ນຄຳຢັ້ງຢືນຂອງ ນາງ ຫງວຽນຮວ່າອານ, ນັກສຶກສາສະຖາບັນພົວພັນຕ່າງປະເທດ ຫວຽດນາມ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື  ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ເຊິ່ງຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ ໃນຕອນເຊົ້າວັນທີ 18 ກໍລະກົດ. ນາງ ແບ່ງປັນວ່າ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອໃຫ້ໄວໜຸ່ມສອງປະເທດ ມີໂອກາດໄດ້ທົບທວນຄືນປະຫວັດສາດ, ມູນເຊື້ອອັນດີງາມຂອງການພົວພັນລະຫວ່າງສອງປະເທດ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການເສຍສະຫຼະ, ການປະກອບສ່ວນ ກໍຄືຄຸນງາມຄວາມດີຂອງລຸ້ນພໍ່ລຸ້ນອ້າຍ. 

ລຸ້ນໜຸ່ມພວກຂ້າພະເຈົ້າ ມີຄວາມເອກອ້າງນະທົງໃຈເປັນຢ່າງຍິ່ງ ແລະ ບໍ່ມີວັນຫຼົງລືມຊຸມວັນເດືອນປີທີ່ສະຫງ່າອົງອາດ ເຊິ່ງໄວໜຸ່ມລຸ້ນຕ່າງໆ, ບຸກຄົນຜູ້ດີເດັ່ນຂອງສອງຊາດ ໄດ້ຮຽງບ່າຮຽງໄຫຼ່, ພ້ອມກັນສູ້ຮົບໃນຂຸມຕະຄອງດຽວກັນ, ພ້ອມກັນເສຍສະຫຼະເລືອດເນື້ອເຫື່ອໄຄເພື່ອນຳມາເຊິ່ງເອກະລາດ, ອິດສະຫຼະພາບມາໃຫ້ສອງຊາດພວກເຮົາ. ໄວໜຸ່ມ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບການເສີມຂະຫຍາຍ, ປັບປຸງ ແລະ ຖະໜຸຖະໜອມຄວາມສາມັກຄີແບບພິເສດກັບປະຊາຊົນ ລາວ ອ້າຍນ້ອງ ແລະ ພວກຂ້າພະເຈົ້າ ຂໍຮັບຟັງ ແລະ ຈົດຈຳ ບັນດາການບອກສອນ, ການຊີ້ນຳອັນເລິກເຊິ່ງຂອງການນຳຂັ້ນສູງສອງປະເທດຢ່າງຈິງຈັງ ກ່ຽວກັບພາລະກຳຂອງຄົນລຸ້ນໜຸ່ມສອງປະເທດ ໃນການເພີ່ມພູນຄຸນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ”.

  ທ້າວ ອະນຸຊາ ອິນທະບູລີ ຕາງໜ້າໃຫ້ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ສະແດງຄວາມຮູ້ສຶກທີ່ພິທີ (ພາບ: VOV)  

ທ້າວ ອະນຸຊາ ອິນທະບູລີ ຕາງໜ້າໃຫ້ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ສະແດງຄວາມເປັນກຽດ ແລະ ປະຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມເຫດການທີ່ຍິ່ງໃຫຍ່ ແລະ ສຳຄັນນີ້. ອະນຸຊາ ແບ່ງປັນວ່າ: ເມືອໄດ້ສຶກສາຄົ້ນຄວ້າ, ພວກເພື່ອນຍິ່ງມີຄວາມເຂົ້າໃຈກ່ຽວກັບສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ແລະ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ, ໄວໜຸ່ມສອງປະເທດໃນການເພີ່ມພູນຄູນສ້າງ, ຖະໜຸຖະໜອມສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ແລະ ໝັ້ນໝາຍວ່າ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເຂົ້າໃນໜ້າທີ່ອັນສຳຄັນນີ້.

“ພວກຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະພ້ອມກັນສາມັກຄີ, ສຶກສາຮ່ຳຮຽນໃຫ້ກ້າວໜ້າ, ແລກປ່ຽນຄວາມຮູ້, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ບຸກຄະລິກກະພາບ ເພື່ອນຳເອົາຄວາມຮູ້, ຄວາມສາມາດຂອງຕົນມາຮັບໃຊ້, ພັດທະນາປະເທດລາວ ຍ້ອນວ່າ ການພັດທະນາປະເທດລາວ ໃຫ້ຈະເລີນວັດທະນາຖາວອນ ກໍແມ່ນການປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ. ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.”/.

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top