• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວໜຸ່ມນະຄອນຫລວງຮ່ວມແຮງຮ່ວມໃຈປ້ອງກັນ, ຄວບຄຸມເຊື້ອພະຍາດ

ວັນທີ 08 ກຸມພາ, ສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນຫລວງນັບຫລາຍພັນຄົນໄດ້ມີການເຄື່ອນໄຫວໂຄສະນາການປ້ອງກັນ,ຄວບຄຸມເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາ (nCoV). 

ໄວໜຸ່ມນະຄອນຫລວງຮ່ວມແຮງຮ່ວມໃຈປ້ອງກັນ, ຄວບຄຸມເຊື້ອພະຍາດ (ພາບ: dangcongsan.vn)

ລາຍການດັ່ງກ່າວ ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງຢູ່ 8 ສະຖານທີ່ຄືກັນໝົດ, ລາຍການໄດ້ແຈກຢາຍຜ້າອະນາໄມຫຸ້ມປາກ 10.000 ອັນ, ນ້ຳຢາລ້າງມື 800 ຕຸກ, ໃບປິວໂຄສະນາກ່ຽວກັບບັນດາມາດຕະການປ້ອງກັນ,ຄວບຄຸມເຊື້ອພະຍາດເກີດຈາກ nCoV 5.000 ໃບຢູ່ບັນດາສະຖານທີ່ປູສະນີຍະສະຖານ, ທັດສະນີຍະພາບ, ສາຍຄິວລົດ, ເຂດອາພັດເມນເຊິ່ງມີຄົນເຕົ້າໂຮມເປັນຈຳນວນຫລວງຫລາຍຢູ່ບໍລິເວນນະຄອນ. ພ້ອມທັງ, ບັນດາສະມາຊິກຊາວໜຸ່ມຍັງໂຄສະນາກ່ຽວກັບມາດຕະການປ້ອງກັນເຊື້ອພະຍາດຢ່າງກ້ວາງຂວາງ, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງສີດຢາກັນພະຍາດ,ຂ້າເຊື້ອ, ເຮັດອະນາໄມຖະໜົນຫົນທາງ ແນໃສ່ຮັບປະກັນຄວາມປອດໄພໃຫ້ທົ່ວວົງຄະນະຍາດ.
(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top