ຂ່າວສານ
ໄລຍະ 2026 – 2030: ທັງເຕີບໂຕ 2 ຕົວເລກຕໍ່ປີ ທັງຮັກສາສະຖຽນລະພາບເສດຖະກິດມະຫາພາກ
ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2026 – 2030 ແມ່ນເນື້ອໃນຈຸດສຸມ ທີ່ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມໃນຕອນເຊົ້າວັນທີ 21 ເມສາ. ທ່ານ ໂງວັນຕວັນ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານຕັດສິນໃຈໃນໄລຍະ 2026 – 2030, ແຕ່ລະປີ ທັງເຕີບໂຕ 2 ຕົວເລກ ທັງຮັກສາສະຖຽນລະພາບເສດຖະກິດມະຫາພາກ. ກ່ຽວກັບມາດຕະການປະຕິບັດເປົ້າໝາຍນີ້, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂງວັນຕວັນ ໃຫ້ຮູ້ວ່າ:
“ມາດຕະການລະອຽດແມ່ນປ່ຽນແປງໃໝ່ຮູບແບບເຕີບໂຕອີງໃສ່ການຫັນເປັນດີຈີຕອນ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ເພີ່ມທະວີ ແລະ ເສີມຂະຫຍາຍປະສິດທິຜົນເຊື່ອມຕໍ່ເຂດ; ຜະລິດຕາມລະບົບມູນຄ່າ. ພິເສດລະດົມແຫຼ່ງທຶນ, ຍົກສູງປະສິດທິຜົນຂອງການລົງທຶນພາກລັດ. ການລົງທຶນພາກລັດສວມບົດບາດນຳພາການລົງທຶນ ແລະ ຊຸກຍູ້ການເຕີບໂຕໃນໄລຍະ 2026 – 2030. ສົມທົບກັນລະຫວ່າງສົນປີການເງິນ ແລະ ນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ຮັບປະກັນການສະໜອງທຶນໃຫ້ແກ່ເສດຖະກິດ, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກເປັນປົກກະຕິ”.
ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບແຜນການລົງທຶນໄລຍະກາງ 2026 – 2030; ແຜນການການເງິນແຫ່ງຊາດໄລຍະ 2026 – 2030.









