• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄປ​ຫາ​ປາ​ຢູ່​ທະ​ເລ​ຍາມ​ຕົ້ນ​ປີ, ຊາວ​ປະ​ມົງ ​ແຄ້ງ​ຮ​ວ່າ ​ຕັດ​ສິນ​ໃຈ​ເຮັດ​ອາ​ຊີ​ບ​ຖືກ​ຕ້ອງ​ກົດ​ໝາຍ, ຕ້ານ IUU

ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ.
ກຳປັ່ນຫາປານັບຮ້ອຍລຳກະກຽມໃຫ້ແກ່ການເດີນທາງໄປຫາປາຍາມຕົ້ນປີ (ພາບ: VOV)
ພາຍຫຼັງບຸນປີໃໝ່ປະຈຳຊາດ, ໃນຊຸມວັນຜ່ານມາຢູ່ບັນດາທ່າກຳປັນຫາປາ ຢູ່ແຂວງ ແຄ້ງຮວ່າ, ມີກຳປັ່ນຫາປານັບຮ້ອຍລຳ ກະກຽມການອອກໄປຫາປາຢູ່ທະເລຍາມຕົ້ນປີ. ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ. ຢູ່ທ່າກຳປັນຫາປາ ຮ່ອນເຣີ້, ຕາແສງ ນາມຍາຈາງ, ລູກເຮືອຄວາມຟ້າວຟັງກະກຽມເຊື້ອເພິງ, ກວດກາເຄື່ອງມືຫາປາ ແລະ ບັນດາວັດຖຸອຸປະກອນຕິດຕໍ. ພິເສດ, ວັດຖຸອຸປະກອນຕິດຕາມຂະບວນການ VMS ໄດ້ຮັບການກວດກາຢ່າງລະອຽດ ໃນຂະນະທີ່ກຳປັ່ນອອກທ່າ ເພື່ອແນໃສ່ຮັບປະກັນຂໍ້ກຳນົດ ແລະ ຮັບໃຊ້ການຄົ້ນຫາຕົ້ນກຳເນີດໃນການຂຸດຄົ້ນ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

Top