• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ - ຫວຽດນາມ ເພີ່ມທະວີການຮ່ວມມືຕ້ານການຫາປາຜິດກົດໝາຍ

ຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບໝາກຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານໄທ, ທ່ານຮອງໂຄສົກລັດຖະບານ ຣັດຈັນດາ ທະນາດິເຣກ ໃຫ້ຮູ້ວ່າ: ບົດບັນທຶກນີ້ ຄາດການວ່າຈະໄດ້ລົງນາມຢູ່ກອງປະຊຸມຄັ້ງທີ 7 ຂອງໜ່ວຍປະຕິບັດງານຮ່ວມ ລະຫວ່າງ ໄທ - ຫວຽດນາມ...
  (ພາບປະກອບຈາກ Bangkok Post)  

ວັນທີ 15 ກຸມພາ, ລັດຖະບານໄທ ໄດ້ເຫັນດີເອົາການຮັບຮອງຂໍ້ສະເໜີລົງນາມບົດບັນທຶກຊ່ວຍຈຳ ກັບຫວຽດນາມ ກ່ຽວກັບການຮ່ວມມືແລກປ່ຽນຂໍ້ມູນ ປ້ອງກັນຕ້ານການຫາປາຜິດກົດໝາຍ (IUU). ຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບໝາກຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານໄທ, ທ່ານຮອງໂຄສົກລັດຖະບານ ຣັດຈັນດາ ທະນາດິເຣກ ໃຫ້ຮູ້ວ່າ: ບົດບັນທຶກນີ້ ຄາດການວ່າຈະໄດ້ລົງນາມຢູ່ກອງປະຊຸມຄັ້ງທີ 7 ຂອງໜ່ວຍປະຕິບັດງານຮ່ວມ ລະຫວ່າງ ໄທ - ຫວຽດນາມ ເພື່ອຂຸດຄົ້ນສິນໃນນ້ຳ, ຈະໄດ້ໄຂຂຶ້ນໃນ ເດືອນມີນາ ຢູ່ຫວຽດນາມ. ຕາມນັ້ນແລ້ວ, ໄທ ແລະ ຫວຽດນາມ ຈະຍູ້ແຮງການແລກປ່ຽນຂໍ້ມູນກ່ຽວກັບການຫາປາຜິດກົດໝາຍ, ໂດຍສະເພາະແມ່ນຂໍ້ມູນ ກ່ຽວກັບກຳປັນຫາປາທີ່ລ່ວງລ້ຳເຂດນ່ານນ້ຳທະເລ, ຂໍ້ມູນກຳນົດແຫຼ່ງທີ່ມາ ແລະ ຢັ້ງຢືນການຂຸດຄົ້ນ ເພື່ອສະກັດກັ້ນບັນດາຜະລິດຕະພັນຫາປາຜິດກົດໝາຍ, ແຊກຊຶມເຂົ້າລະບົບການຜະລິດ.

ສອງຝ່າຍກໍ່ຈະເປີດກ້ວາງຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ, ເຊັ່ນ: ແລກປ່ຽນຂໍ້ມູນກ່ຽວກັບບັນດາສັດນ້ຳທີ່ສົ່ງຕໍ່ ແລະ ນຳເຂົ້າທຽບທ່າຈາກຕ່າງປະເທດ, ຊຸກຍູ້ບັນດາການເຄື່ອນໄຫວ ສ້າງຄວາມສາມາດຕ້ານການຫາປາຜິດກົດໝາຍ, ຮ່ວມມື ແລະ ແລກປ່ຽນຂໍ້ມູນກ່ຽວກັບກ່ຳປັ່ນຫາປາລະເມີດກົດໝາຍ ຕາມກົນໄກເຄືອຂ່າຍ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top