• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຕ​ມາດ​ທີ I, ກ໋ວາງ​ນິງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ກ່​ວາ 2 ລ້ານເທື່ອ​ຄົນ

ດ້ວຍທ່າໄດ້ປຽບທີ່ມີທິວທັດທຳມະຊາດ ອ່າວຮະລອງ ແລະ ມໍລະດົກວັດທະນະທຳດ້ານຈິດວິນຍານຫຼາຍແຫ່ງ, ເມື່ອຫວຽດນາມເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ, ແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວໄດ້ເກືອບ 500.000 ຄົນ ໃນເດືອນມີນາ, ລາຍຮັບກັບມາໄດ້ຈາກການບໍລິການພັກອາໄສ ແລະ ການບໍລິການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ.

ພາບປະກອບ: dangcongsan.vn

ພາຍຫຼັງໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ, ການທ່ອງທ່ຽວແຂວງກ໋ວາງນິງ ພວມມີສັນຍານທີ່ຕັ້ງໜ້າ ແລະ ຄ່ອຍໆຟື້ນຟູ. ຈຳນວນແຂກທ່ອງທ່ຽວ ມາແຂວງກ໋ວາງນິງໃນໄຕມາດທີ I ປີ 2022 ບັນລຸປະມານ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 56%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.

ດ້ວຍທ່າໄດ້ປຽບທີ່ມີທິວທັດທຳມະຊາດ ອ່າວຮະລອງ ແລະ ມໍລະດົກວັດທະນະທຳດ້ານຈິດວິນຍານຫຼາຍແຫ່ງ, ເມື່ອຫວຽດນາມເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ, ແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວໄດ້ເກືອບ 500.000 ຄົນ ໃນເດືອນມີນາ, ລາຍຮັບກັບມາໄດ້ຈາກການບໍລິການພັກອາໄສ ແລະ ການບໍລິການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ. ທ່ານ ຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງກ໋ວາງນິງ ໃຫ້ຮູ້ວ່າ:

ໃນເດືອນເມສານີ້, ພວກຂ້າພະເຈົ້າກໍ່ໄດ້ຕ້ອນຮັບບາງຄະນະແຂກທ່ອງທ່ຽວທີ່ມາຈາກສ.ເກົາຫຼີ, ໂດຍສະເພາະແມ່ນມາຫຼິ້ນກອບ. ແລະ ກ໋ວາງນິງ ອາດຈະມີທ່າແຮງໃຫຍ່ກ່ຽວກັບ ເດີ່ນກອບ, ນອກຈາກນັ້ນຍັງມີອ່າວຮະລອງ ແລະ ອຽນຕື. ນີ້ແມ່ນບໍລິເວນເພື່ອໃຫ້ພວກເຮົາເປີດກວ້າງການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າພວມເຮັດວຽກກັບກຸ່ມບໍລິສັດໃຫຍ່ເພື່ອຜັນຂະຫຍາຍໂຄງການນີ້ ແລະ ສົ່ງເສີມການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top