• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972” - ກຳລັງແຮງ ຫວຽດນາມ ແລະ ຂະໜາດຍຸກສະໄໝ

ກອງປະຊຸມສຳມະນາຄັ້ງນີ້ເປັນການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບວິໄສທັດຍຸດທະສາດ, ແຜນນະໂຍບາຍນຳພາຖືກຕ້ອງ, ສະຫຼາດສ່ອງໄສ, ຄວາມສາມາດບໍລິຫານສົງຄາມທີ່ປີຊາສາມາດ...
  ກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972”  

ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ກະຊວງຕຳຫຼວດ ແລະ ນະຄອນຮ່າໂນ້ຍ, ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972” - ກຳລັງແຮງ ຫວຽດນາມ ແລະ ຂະໜາດຍຸກສະໄໝ”. ດ້ວຍກ່ວາ 130 ບົດລາຍງານ ແລະ ບົດປະກອບຄວາມເຫັນເຂົ້າຮ່ວມ, ກອງປະຊຸມສຳມະນາຄັ້ງນີ້ເປັນການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບວິໄສທັດຍຸດທະສາດ, ແຜນນະໂຍບາຍນຳພາຖືກຕ້ອງ, ສະຫຼາດສ່ອງໄສ, ຄວາມສາມາດບໍລິຫານສົງຄາມທີ່ປີຊາສາມາດ, ໄຫວພິບ, ສະດຸ້ງໄວຂອງສູນກາງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ເມື່ອຕັດສິນໃຈເປີດບັ້ນຮົບປ້ອງກັນອາກາດ ຮ່າໂນ້ຍ - ຫາຍຟ່ອງ. ພ້ອມທັງຢັ້ງຢືນຂະໜາດ ແລະ ຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງເຫດການ. ພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ເນັ້ນໜັກວ່າ:

“ວິລະກຳໃນເຂດທ້ອງຟ້າ ຮ່າໂນ້ຍ ແມ່ນໝາກຜົນຂອງບັ້ນຮົບປ້ອງກັນອາກາດ ຮ່າໂນ້ຍ - ຫາຍຟ່ອງ, ເຮັດໃຫ້ແຜນບຸກໂຈມຕີທາງອາກາດຂະໜາດ ໃຫຍ່ສຸດຖືກປະລາໄຊນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2, ບັງຄັບໃຫ້ອຳນາດການປົກຄອງ ອາເມລິກາ ຕ້ອງຢຸດຕິການຖິ້ມລະເບີດ ທຳລາຍພາກເໜືອ, ເຊັນສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່, ຖອນທະຫານທັງໝົດ ກັບຄືນປະເທດ, ສ້າງບາດລ້ຽວປະຫວັດສາດເພື່ອໃຫ້ທະຫານ ແລະ ປະຊາຊົນ ຫວຽດນາມ ນຳພາລະກິດຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ກ້າວໄປສູ່ໄຊຊະນະຢ່າງສົມບູນ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top