• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ໂຫລາ​ນ ດອກ​ບົວ ເຂດ​ພາກ​ໃຕ້ ປີ 2024

ທີ່ພິທີ, ບັນດາຜູ້ແທນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ ດ້ວຍຫຼາຍລາຍການສະແດງສິລະປະທີ່ດີເດັ່ນຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈີມິນ, ບ້ານເກີດເມືອງນອນທີ່ສວຍງາມ ແລະ ຄວາມຮັກຕໍ່ປະເທດຊາດ…
  ລາຍການສະແດງສິລະປະ ຢູ່ງານມະໂຫລານ (ພາບ: TTXVN)  

ຕອນຄ່ຳວັນທີ 7 ກໍລະກົດ, ຢູ່ນະຄອນ ຕຸຍຮ່ວາ, ແຂວງ ຝູອຽນ ໄດ້ດຳເນີນພິທີໄຂງານມະຫາລານ ດອກບົວ ບັນດາຫໍເຍົາວະຊົນອະນຸຊົນ, ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ ຢູ່ເຂດພາກໃຕ້ ຄັ້ງທີ XXVII ປີ 2024 ດ້ວຍຫົວຂໍ້ “ດອກບົວແຫ່ງດິນແດນຝູອຽນ”. ທີ່ພິທີ, ບັນດາຜູ້ແທນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ ດ້ວຍຫຼາຍລາຍການສະແດງສິລະປະທີ່ດີເດັ່ນຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈີມິນ, ບ້ານເກີດເມືອງນອນທີ່ສວຍງາມ ແລະ ຄວາມຮັກຕໍ່ປະເທດຊາດ…

ງານມະຫາລານ ດອກບົວປີນີ້ໄດ້ດຳເນີນແຕ່ວັນທີ 7 – 10 ກໍລະກົດ 2024 ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 2000 ຄົນເຊິ່ງແມ່ນພະນັກງານຮັບຜິດຊອບ ແລະ ເຍົາວະຊົນອະນຸຊົນທີ່ມາຈາກ ຫໍເຍົາວະຊົນອະນຸຊົນ, ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ 39 ແຫ່ງຢູ່ບັນດາແຂວງ, ນະຄອນທາງພາກໃຕ້ ແລະ ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ ສອງແຂວງທາງທິດເໜືອແມ່ນ: ແຂວງ ບັກນິງ ແລະ ແຂວງຮ່ານາມ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.

Top