• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ ຄັ້ງ​ທີ 19

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍສະມາຊິກ 500 ຄົນ, ໃນນັ້ນ ມີນັກກິລາ 337 ຄົນ, ຄູຝຶກ 90 ຄົນ ແລະ ນັກຊ່ຽວຊານ 11 ຄົນ.

ພິທີໄຂງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ຖືກດຳເນີນຢູ່ສະໜາມກິລາ ດອກບົ່ວ, ຂຶ້ນກັບສູນກິລາ ໂອລິມບິກ ຫາງຈູ, ແຂວງ ເຈື້ອຈຽງ, ປະເທດ ຈີນ ໃນຕອນຄ່ຳວັນທີ 23 ກັນຍາ.

ງານມະຫາກໍກິລາ ອາຊີ ຄັ້ງທີ 19 ຖືກໄຂຂຶ້ນດ້ວຍຫົວຂໍ້ "ມຸ່ງໄປເຖິງ ອາຊີ". ເຂົ້າຮ່ວມພິທີໄຂດັ່ງກ່າວ ມີການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍນັກກິລາເກືອບ 13.000 ຄົນ.

ງານມະຫາກໍກິລາ ອາຊີ ຄັ້ງນີ້ ຖືກໄຂຂຶ້ນດ້ວຍຫົວຂໍ້ "ມຸ່ງໄປເຖິງ ອາຊີ" (ພາບ: ສຳນັກຂ່າວສານຊິນຮວາ)

ພາຍຫຼັງກ່າວຄຳປາໄສໄຂງານມະຫາກຳກິລາຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແມ່ນການຍິງບັ້ງໄຟດອກໝູນໃຊ້ເຕັກນິກດີຈີຕອນ ທີ່ອະລັງກາ ເຊິ່ງແທນໃຫ້ການຈູດບັ້ງໄຟດອກແບບເດີມ ແນໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດທິດສະດີສີຂຽວຂອງ ASIAD 19.

ຕໍ່ມາແມ່ນພິທີສາບານຕົວຂອງຄະນະກຳມະການ, ຄູຝຶກ, ນັກກິລາ ແລະ ການຈູດຄົບເພີງຜ່ານ ແພສດຟອມ ດີຈີຕອນ, ປະສົມລະຫວ່າງເຕັກນິກດີຈີຕອນ ກັບ ເຊິ່ງໜ້າ.

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍສະມາຊິກ 500 ຄົນ, ໃນນັ້ນ ມີນັກກິລາ 337 ຄົນ, ຄູຝຶກ 90 ຄົນ ແລະ ນັກຊ່ຽວຊານ 11 ຄົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top