ຕອນຄ່ຳວັນທີ 22 ເມສາ, ງານບຸນແບກດັງໄດ້ໄຂຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ແບກດັງ (ເມືອງກວ໋າງອຽນ, ແຂວງກ໋ວາງນິງ) ເຊິ່ງເປີດສາກໃຫ້ແກ່ບັນດາການເຄື່ອນໄຫວທີ່ເປັນມູນເຊື້ອອັນດີເດັ່ນພິເສດຕິດພັນກັບບັນດາໄຊຊະນະກ້ອງກັງວານ ຢູ່ແມ່ນ້ຳມໍລະດົກ.
ປີນີ້ກໍ່ແມ່ນປີທຳອິດງານບຸນໂດຍຄະນະຄຸ້ມຄອງມໍລະດົກໂລກ ຮະລອງ - ອຽນຕືເປັນເຈົ້າພາບຈັດງານບູນ ສົມທົບກັບທ້ອງຖິ່ນ ເພື່ອແນໃສ່ຢັ້ງຢືນຄວາມໝາຍ ແລະ ຄຸນຄ່າທາງດ້ານປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະ ແບກດັງ (ປີ 938, 981 ແລະ 1288) ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ. ທ່ານ ມາຍຫວູຕວັນ, ຫົວໜ້າຄະນະຄຸ້ມຄອງມໍລະດົກໂລກ ອ່າວຮະລອງ - ອຽນຕື ຢັ້ງຢືນວ່າ:
ຄວາມຮັບຜິດຊອບຂອງພວກຂ້າພະເຈົ້າໃນປີນີ້ແມ່ນ ຕ້ອງສືບຕຈັດຕັ້ງວັນບຸນໃຫ້ດີທີ່ສຸດດ້ວຍທຸກພິທິກຳມູນເຊື້ອ ກໍ່ຄືຫຼາຍກິດຈະກຳປິ່ນອ້ອມຢ່າງຄົບຖ້ວນໃນຕະຫຼອດໄລຍະຈັດວັນວຸນ, ທັງເພື່ອຫວນຄືນປະຫວັດສາດທີ່ເປັນມູນເຊື້ອຂອງຊາດ, ທັງເສີມຂະຫຍາຍບັນດາຈຸດຄວາມງາມຂອງວັດທະນະທຳແຫ່ງຈິດວິນຍານ, ວັດທະນະທຳພື້ນເມືອງ, ດຶງດູດແຂກທ່ອງທ່ຽວມາຍັງກ໋ວາງນິງ.








