ຂ່າວສານ

ໄຂ​ງານ​ບຸນ​ແບກ​ດັງ​ຢູ່​ແຄມ​ແມ່​ນ້ຳ​ມໍ​ລະ​ດົກ

ປີ​ນີ້​ກໍ່​ແມ່ນ​ປີ​ທຳ​ອິດ​ງານ​ບຸນ​ໂດຍ​ຄະ​ນະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ໂລກ ຮະ​ລອງ - ອ​ຽນ​ຕ​ື​ເປັນ​ເຈົ້າ​ພາບ​ຈັດ​ງານ​ບູນ ສົມ​ທົບ​ກັບ​ທ້ອງ​ຖິ່ນ​ ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຄວາມ​ໝາຍ ແລະ ຄຸນ​ຄ່າທາງ​ດ້ານ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ໄຊ​ຊະ​ນະ ແບກ​ດັງ.
  ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ຢູ່​ພິ​ທີ​ໄຂ​ງານ​ບຸນ (ພາບ: VOV)  

ຕອນ​ຄ່ຳ​ວັນ​ທີ 22 ເມ​ສາ, ງານ​ບຸນ​ແບກ​ດັງໄດ້​ໄຂ​ຂຶ້ນ​ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ ແບກ​ດັງ (ເມືອງ​ກວ໋າງ​ອຽນ, ແຂວງ​ກ໋​ວາງ​ນິງ) ເຊິ່ງ​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ເດັ່ນພິ​ເສດ​ຕິດ​ພັນ​ກັບ​ບັນ​ດາ​ໄຊ​ຊະ​ນະ​ກ້ອງ​ກັງ​ວານ ຢູ່​ແມ່​ນ້ຳ​ມໍ​ລະ​ດົກ.

ປີ​ນີ້​ກໍ່​ແມ່ນ​ປີ​ທຳ​ອິດ​ງານ​ບຸນ​ໂດຍ​ຄະ​ນະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ໂລກ ຮະ​ລອງ - ອ​ຽນ​ຕ​ື​ເປັນ​ເຈົ້າ​ພາບ​ຈັດ​ງານ​ບູນ ສົມ​ທົບ​ກັບ​ທ້ອງ​ຖິ່ນ​ ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຄວາມ​ໝາຍ ແລະ ຄຸນ​ຄ່າທາງ​ດ້ານ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ໄຊ​ຊະ​ນະ ແບກ​ດັງ (ປີ 938, 981 ແລະ 1288) ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຊາດ. ທ່ານ ມາຍ​ຫວູ​ຕວັນ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ໂລກ ອ່າວ​ຮະ​ລອງ - ອຽ​ນ​ຕື ຢັ້ງ​ຢືນ​ວ່າ:

ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ປີ​ນີ້ແມ່ນ ຕ້ອງ​ສືບ​ຕ​ຈັດ​ຕັ້ງ​ວັນ​ບຸນ​ໃຫ້​ດີ​ທີ່​ສຸດ​ດ້ວຍ​ທຸກ​ພິ​ທິ​ກຳ​ມູນ​ເຊື້ອ ກໍ່​ຄືຫຼາຍ​ກິດ​ຈະ​ກຳ​​ປິ່ນ​ອ້ອມ​ຢ່າງ​ຄົບ​ຖ້ວນໃນ​ຕະຫຼອດ​ໄລ​ຍະ​ຈັດ​ວັນ​ວຸນ, ທັງ​ເພື່ອຫວນ​ຄືນ​ປະ​ຫວັດ​ສາດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ທັງ​ເສີມ​ຂະ​ຫຍາຍ​ບັນ​ດາ​ຈຸດ​ຄວາມ​ງາມ​ຂອງວັດ​ທະ​ນະ​ທ​ຳ​ແຫ່ງຈິດ​ວິນ​ຍານ, ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຍັງ​ກ໋​ວາງ​ນິງ.​


top